ທໍາຄວາມຮູ້ຈັກໜຸ່ມໜ້າຫວານ ຈີ່ມມີ້ ຈັນຊະນະຊົນ ໃນເວທີ Mister Laos Mister International Laos

643

ທໍາຄວາມຮູ້ຈັກໜຸ່ມໜ້າຫວານ ດີກຣີເຈົ້າຂອງຕໍາແໜ່ງເວທີໜຸ່ມຮ໋ອດສາວຮ້ອນ ກັບການມາປະກວດອີກຄັ້ງ ເພື່ອເດີນຕາມຄວາມຝັນໃນເວທີ Mister Laos Mister International Laos 2021 ຈັນຊະນະຊົນ ສຸວັນນະວົງ ຫຼື ຈີ່ມມີ້ ໝາຍເລກ Mister20 ປັດຈຸບັນອາຍຸ 22 ປີ ຈາກນະຄອນຫຼວງວຽງຈັນ ໜຶ່ງໃນ 20 ໜຸ່ມທີ່ຈະເປັນດາວດວງໃໝ່ໃນເວທີຊາຍງາມ ແລະ ວົງການບັນເທີງລາວ.

May be an image of 8 people, people standing and indoor

ມາລຸ້ນເຊຍ ແລະ ໃຫ້ກໍາລັງໃຈໜຸ່ມຈີ່ມມີ້ ພ້ອມກັບທໍາ ຄວາມຮູ້ຈັກໃຫ້ຫຼາຍຂຶ້ນ ໂດຍ ຈີ່ມມີ້ ໄດ້ໃຫ້ສໍາພາດກັບທີມຂ່າວບັນເທີງວ່າ: ຜົນງານການປະກວດທີ່ຜ່ານມາແມ່ນການເປັນ the winner ຂອງເວທີ ໜຸ່ມຮ໋ອດສາວຮ້ອນ HOT GUYS & SEXY GIRLS ປະຈຳປີ 2021 ທີ່ສູນການຄ້າທົ່ງຂັນຄຳ ເຊິ່ງເວທີນັ້ນກໍໄດ້ໃຫ້ບົດຮຽນ ແລະ ປະສົບການອັນດີ ເຮັດໃຫ້ ຈີ່ມມີ້ ສາມາດພັດທະນາຕົນເອງໃນຫຼາຍໆດ້ານ ແລະ ຍັງໄດ້ບົດຮຽນ ຄວາມຮູ້ອັນໃໝ່ ມິດຕະພາບທີ່ດີຈາກໝູ່ເພື່ອນທີ່ເຂົ້າຮ່ວມການປະກວດອີກດ້ວຍ.

May be an image of 2 people, people standing, indoor and text that says 'Love you Studio'

ສໍາລັບຄວາມໃຝ່ຝັນຂອງ ຈີ່ມມີ້ ທີ່ມາເວທີ່ນີ້ແມ່ນຢາກມາຫາປະສົບການໃໝ່ໆໃນເວທີລະດັບປະເທດ ຢາກເອົາ ຄວາມເປັນລາວ ແລະ ບົດຟ້ອນທີ່ຕົນເອງມັກໄປສະແດງໃນເວທີສາກົນໃຫ້ຊາວໂລກໄດ້ຮູ້ວ່າ ປະເທດລາວກໍເປັນປະເທດໜຶ່ງທີ່ມີວັດທະນະທຳ ແລະ ປະເພນີສິລະປະອັນດີງາມເປັນຂອງຕົນເອງຢາກໃຫ້ຊາວໂລກໄດ້ເຫັນໄດ້ເຊີຍຊົມ.

May be an image of 1 person, standing and outdoors

ຈຸດເດັ່ນທີ່ເປັນເອກະລັກຂອງ ຈີ່ມມີ້ ນັ້ນກໍຄື: ຄວາມເປັນຕົວຂອງຕົວເອງ ມີແບບຂອງຕົວເອງທີ່ບໍ່ຄືໃຜ ສຳລັບຄວາມສາມາດຂອງ ຈີ່ມມີ້ເອງກໍມີຫຼາກຫຼາຍບໍ່ວ່າຈະເປັນຟ້ອນ, ເຕັ້ນ, ຮ້ອງເພງທີ່ຈະເອົາສະແດງໃນເວທີນີ້ ແລະ ເຊື່ອວ່າຈະເປັນສິ່ງທີ່ເອົາຊະນະໃຈແຟນໆເວທີຊາຍງາມນີ້ ແລະ ຄະນະກໍາມະການໃຫ້ໄດ້.

May be an image of 1 person, brick wall and indoor

ກ່ອນຈະມາເວທີ່ນີ້ ຈີ່ມມີ້ເອງກໍໄດ້ມີການກຽມຕົວ ໄດ້ຝຶກຝົນ ແລະ ພັດທະນາຕົນເອງຫຼາຍດ້ານ ບໍ່ວ່າຈະເປັນການເວົ້າ, ການສະແດງ ແລະ ຄວາມສາມາດຕ່າງໆ ຄ່ອຍສຶກສາເກັບກ່ຽວປະສົບການຈາກເວທີກ່ອນໆ ແລ້ວຈຶ່ງຮວບຮວມເອົາບົດຮຽນທີ່ໄດ້ນັ້ນ ເພື່ອມາສະແດງໃນເວທີ Mister Laos Mister International Laos 2021 ໃນປີນີ້.

ສ່ວນເລື່ອງຂອງນິດໄສບຸກຄະລິກ ແລະ ສະຕາຍການແຕ່ງຕົວແມ່ນອອກແນວສະບາຍໆແບບໃດກໍໄດ້ ແຕ່ຕ້ອງມີຄວາມເທ້ໃນຕົວ ຈີ່ມມີ້ເອງເປັນຄົນຂີ້ອາຍ ແຕ່ກໍມີຄວາມເຮຮາມ່ວນຊື່ນ ແລະ ກິດຈະກຳຍາມວ່າງແມ່ນໃຊ້ເວລາໃນການອອກກຳລັງກາຍເປັນສ່ວນ ໃຫຍ່ ເພື່ອການມີຮູບຮ່າງ ແລະ ບຸກຄະລິກກະພາບທີ່ດີ ເພາະການອອກກໍາລັງກາຍຍັງເປັນການຝຶກວິໄນໃຫ້ແກ່ຕົນເອງອີກດ້ວຍ.
ສຳລັບຄະຕິປະຈຳໃຈຂອງຈີ່ມມີ້ ແມ່ນ “ ຈົ່ງເຊື່ອ ແລະ ສັດທາໃນເສັ້ນທາງຂອງຕົນ ໝັ່ນຝຶກຝົນສູ້ຊົນ ແລະ ພັດທະນາ ຢ່າທໍ້ຖອຍຕໍ່ອຸປະສັກທີ່ເຂົ້າມາ ຈົ່ງກ້າວໜ້າເພື່ອໄຊຊະນະທີ່ຍິ່ງໃຫຍ່ ”.

May be an image of 1 person, standing, sunglasses, outdoors and brick wall

ສຸດທ້າຍນີ້ກໍຢາກຝາກແຟນໆທຸກຄົນຕິດຕາມຜົນງານ ແລະ ເຊຍ ເພື່ອເປັນກຳລັງໃຫ້ຈີ່ມມີ້ແດ່ເດີ Mister20 ( ຮັກ fc ທຸກຄົນ ) ແລະ ຈະເຮັດໃຫ້ເຕັມທີ່ດີທີ່ສຸດ ແລະ ສຸດຄວາມສາມາດຂອງຕົນເອງເລີຍ ຊ່ອງທາງການຕິດຕາມເຟສບຸ໊ກ: Jimmy Souvunnavong.

ຮູບ: Jimmy Souvunnavong