ລະດັບນໍ້າເຊບັ້ງໄຟ ຈຸດຂົວເຊ ແຂວງຄຳມ່ວນ ຂຶ້ນສູງໃກ້ຈຸດລະດັບເຂດອັນຕະລາຍແລ້ວ

453

ວັນທີ 24 ກໍລະກົດ 2021 ທີ່ຜ່ານມາທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງພ້ອມດ້ວຍຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ຂັ້ນເມືອງໄດ້ລົງເຄື່ອນໄຫວຕິດຕາມການເຝົ້າລະວັງລະດັບນໍ້າເຊບັ້ງໄຟທີ່ເພີ່ມຂື້ນຢູ່ສອງເມືອງຄື : ເມືອງມະຫາໄຊ ແລະ ເມືອງເຊບັ້ງໄຟ .

ໃນການລົງມາເຄື່ອນໄຫວເຮັດວຽກ ແລະ ຕິດຕາມລະດັບນໍ້າທີ່ເພີ່ມຂື້ນໃນຄັ້ງນີ້ທາງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງທັງສອງເມືອງກໍ່ໄດ້ລາຍງານສະພາບການເພີ່ມຂຶ້ນຂອງລະດັບນໍ້າເຊບັ້ງໄຟ ອັນເນື່ອງມາຈາກມີລົມພາຍຸໜຸນດີເປຼສຊັນ ເຈີມປາກາ ໄດ້ອ່ອນກໍາລັງລົງກາຍເປັນຄວາມກົດດັນອາກາດຕໍ່າ ທີ່ມີກໍາລັງແຮງ ແຕ່ຍັງສືບຕໍ່ເຮັດໃຫ້ມີຝົນຕົກຢູ່ໃນຂອບເຂດທົ່ວປະເທດ, ເວົ້າສະເພາະຢູ່ໃນແຂວງຄໍາມ່ວນ ມີຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ປະລິມານນໍ້າເຊບັ້ງໄຟເພີ່ມຂຶ້ນຢ່າງຕໍ່ເນື່ອງ, ທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ໄດ້ເນັ້ນໜັກຄະນະກໍາມະການຄຸ້ມຄອງໄພພິບັດທຸກຂັ້ນເອົາໃຈໃສ່ຕິດຕາມລະດັບນໍ້າຢ່າງໃກ້ຊິດ ແລະ ແຈ້ງເຕືອນປະຊາຊົນໃຫ້ທ່ວງທັນເວລາ , ກະ ກຽມຄວາມພ້ອມຮັບມືຮອບດ້ານໂດຍສະເພາະການກະກຽມພາຫະນະ ແລະ ອຸປະກອນຕ່າງໆ, ເມືອລະດັບນໍ້າຂຶ້ນສູງເກິນຂີດອັນຕະລາຍ, ກຽມສູນຮອງຮັບສໍາລັບປະຊາຊົນ ແລະ ເຄື່ອນຍ້າຍສັດລ້ຽງໃຫ້ທັນສະພາບການ.


ມາຮອດວັນທີ 26 ກໍລະກົດ 2021 ລະດັບນໍ້າຂອງວັດແທກໄດ້ 7,20 ແມັດ  ເຂດເຕືອນໄພ 13 ແມັດ  ເຂດອັນຕະລາຍ 14,00 ແມັດ ; ລະດັບນໍ້າເຊບັ້ງໄຟຢູ່ບ້ານສະອາງ ເມືອງບົວລະພາວັດແທກໄດ້ 12,13 ແມັດ ເຂດເຕືອນໄພ 14,00 ແມັດ  ເຂດອັນຕະລາຍ 15,00 ແມັດ.

ລະດັບນໍ້າເຊບັ້ງໄຟ ຢູ່ບ້ານໄຮ່ ເມືອງຍົມມະລາດວັດແທກໄດ້ 11,90 ແມັດເຂດເຕືອນໄພ 12,50 ແມັດ  ເຂດອັນຕະລາຍ 13,00 ແມັດ. ລະດັບນໍ້າເຊບັ້ງໄຟ ບ້ານໂພວາ ເມືອງມະຫາໄຊວັດແທກໄດ້ 13,56 ແມັດ ເຂດເຕືອນໄພ 14,00 ແມັດ  ເຂດອັນຕະລາຍ 15,00 ແມັດ.

ລະດັບນໍ້າເຊບັ້ງໄຟຢູ່ເມືອງເຊບັ້ງໄຟ ວັດແທກໄດ້ 18,30 ແມັດ  ເຂດເຕືອນໄພ 17,50 ແມັດ , ເຂດອັນຕະລາຍ 18,50 ແມັດ ; ລະດັບນໍ້າເຊບັ້ງໄຟຢູ່ບ້ານສອກເບາະເມືອງຫນອງບົກ ວັດແທກໄດ້ 12,46 ແມັດ , ເຂດເຕືອນໄພ 13,50 ແມັດ , ເຂດອັນຕະລາຍ 14,50 ແມັດ ; ລະດັບນໍ້າປະກັນ ບ້ານທ່າແຄນ ເມືອງຫີນບູນວັດແທກໄດ້ 10,92 ແມັດ , ເຂດເຕືອນໄພ 10,00 ແມັດ , ເຂດອັນຕະລາຍ 11,00 ແມັດ ,ເຊິ່ງແຕ່ລະສາຂາທີ່ກ່າວມານັ້ນແມ່ນມີລະດັບນໍ້າເພີ້ມຂຶ້ນ .

ຂ່າວ-ພາບ : ແດງສະຫວັດ ແສນພານິດ .