ກອງປະຊຸມວຽກງານກວດກາທົ່ວເມືອງພຽງ ປະຈຳປີ 2020

376

ກອງປະຊຸມວຽກງານກວດກາທົ່ວເມືອງພຽງ ແຂວງໄຊຍະບູລີ ປະຈຳປີ 2020 ແລະຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານກວດກາທົ່ວແຂວງປະຈຳປີ 2020ແລະ 5 ປີແຕ່ປີ 2016-2020ເຊິ່ງໄດ້ຈັດຂື້ນໃນວັນທີ 16 ກໍລະກົດ 2021 ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການ ເປັນປະທານ ຂອງສະຫາຍ ເສີດ ແສງສຸລິນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆພຽງ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ສົມຫວັງ ແກ້ວວິໄລສັກ ກຳມະການປະຈຳພັກແຂວງ, ປະທານກວດ ກາພັກ, ປະທານອົງການກວດກາລັດແຂວງ, ມີສະຫາຍ ນາງແສງອາພອນ ແກ້ວບົວໂຮມ ຮອງເລຂາ ພັກເມືອງ, ປະທານກວດກາພັກ, ປະທານອົງການກວດກາລັດເມືອງ, ມີບັນດາສະຫາຍຄະນະປະຈຳ ພັກເມືອງ, ກຳມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກສຳນັກງານ-ອົງການ, ເລຂາໜ່ວຍພັກໂຮງຮຽນມັດທະຍົມສົມບູນ, ພະນັກງານພາກສ່ວນກ່ຽວຂ້ອງຂອງເມືອງພ້ອມດ້ວຍ ເລຂາໜ່ວຍພັກບ້ານໃນທົ່ວເມືອງເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການສະຫຼຸບການຈັດຕັ້ງປະຕິບັດແລະຜັນຂະຫຍາຍເນື້ອໃນກອງປະຊຸມກວດກາທົ່ວແຂວງໄຊຍະບູລີປະຈຳປີ 2020.ແລະ 5 ປີຜ່ານມາພ້ອມທັງແຜນການປີ 2021 ຂອງຄະນະ ກວດກາພັກແຂວງ.ຮັບຟັງການສະຫຼຸບວຽກງານການເຄື່ອນໄຫວວຽກງານກວດກາໃນໄລຍະ 1 ປີຜ່ານ ມາປະຈຳປີ 2020 ແລະແຜນການປີ 2021 ຂອງຄະນະກວດກາພັກເມືອງ. ພ້ອມທັງຜັນ ຂະຫຍາຍ ບົດໂອ້ລົມ ຂອງສະຫາຍ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ແຂວງ, ເຈົ້າແຂວງໄຊຍະບູລີໃນກອງປະຊຸມວຽກງານກວດກາພັກ-ລັດແຂວງ ຕໍ່ວາລະກອງປະຊຸມ. ບັນດາຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄ້ວາຕີລາຄາ ແລະ ປະກອບຄຳຄິດຄຳເຫັນຢ່າງເລິກເຊິ່ງຕໍ່ວຽກງານ ຕິດຕາມ-ກວດກາພາຍໃນພັກ, ການຄຸ້ມຄອງບໍລິຫານລັດ, ການສະກັດກັ້ນແລະຕ້ານການສໍ້ລາດບັງ ຫຼວງ, ວຽກງານຄົ້ນຄວ້າຄຳຮ້ອງ, ຄຳສະເໜີເພື່ອພ້ອມກັນຊອກໃຫ້ເຫັນດ້ານດີ, ດ້ານຕັ້ງໜ້າເພື່ອເສີມ ຂະຫຍາຍ, ຊອກໃຫ້ເຫັນບັນຫາດ້ານອ່ອນແລະຂໍ້ຄົງຄ້າງ, ສາຍເຫດແລະບົດຮຽນເພື່ອພ້ອມກັນປັບປຸງ ແກ້ໄຂໃຫ້ດີຂື້ນແລະທັນເວລາພ້ອມກັນນັ້ນໄດ້ພ້ອມກັນຄົ້ນຄ້ວາປຶກສາຫາລືເພື່ອສ້າງຄວາມເປັນເອກະພາບໃນການກຳນົດທິດທາງແລະບັນດາໜ້າວຽກທີ່ຈະໄດ້ສຸມໃສ່ຈັດຕັ້ງປະຕິບັດໃນປີ 2021. ແນໃສ່ ເຮັດໃຫ້ວຽກງານຕິດຕາມ-ກວດກາພັກ,ກວດກາລັດໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ.

ກອງປະຊຸມຄັ້ງນີ້ບັນດາຜູ້ແທນກອງປະຊຸມແຕ່ລະພາກສ່ວນໄດ້ປະກອບຄຳຄິດເຫັນເພື່ອເຮັດໃຫ້ເນື້ອໃນຕ່າງໆຂອງກອງປະຊຸມໄດ້ຮັບການຄົ້ນຄ້ວາ,ມີຄວາມເຂົ້າໃຈ,ເປັນເອກະພາບກັນພ້ອມກັນຍົກສູງຄວາມຮັບຜິດຊອບຢ່າງພາວະວິໄສ, ຕີລາຄາໃຫ້ຖືກຕ້ອງແລະເລິກເຊິ່ງສ່ອງແສງເຖິງຄວາມເປັນຈິງ ຕໍ່ກັບທິດທາງຄາດໝາຍຂອງໜ້າທີວຽກງານໃນຕໍ່ໜ້າຖືກຕ້ອງແທດເໝາະກັບສະພາບໂຕຈິ່ງບົນຈິດໃຈບຸກທະລຸແລະມີຄວາມຮັບຜິດຊອບສູງ ແນໃສ່ເຮັດໃຫ້ວຽກງານການຕິດຕາມ-ກວດກາໃນຕໍ່ໜ້າໃຫ້ ໄດ້ຮັບຜົນດີ ຕາມລະດັບຄາດໝາຍ.

ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ປະທານກອງປະຊຸມໄດ້ໃຫ້ກຽດໂອ້ລົມຕໍ່ກອງປະ ຊຸມ ໂດຍໄດ້ເນັ້ນໃຫ້ເອົາໃຈໃສ່ສືບຕໍ່ສຶກສາອົບຮົມທາງດ້ານການເມືອງແນວຄິດໃຫ້ກັບຖັ້ນແຖວສະມາ ຊິກພັກພະນັກງານທຸກຂັ້ນທຸກຂົງເຂດໃນທົ່ວເມືອງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ມີຄວາຮູ້ຄວາມ ສາມາດ, ມີຄຸນທານການເມືອງ, ມີຄຸນສົມບັດສິນຳປະຕິວັດ, ເອົາໃຈໃສ່ຕິດຕາມ-ກວດກາຢ່າງເປັນ ປົກກະຕິແລະໃກ້ສິດ, ເພິ້ມທະວີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ, ທີ່ໄດ້ກຳນົດໄວ້ໃນກົດລະ ບຽບ ຂອງພັກ ແລະ ກົດໝາຍຂອງລັດໃຫ້ເລິກເຊິ່ງ, ກຳແໜ້ນວຽກງານກວດກາພັກແລະລັດຢ່າງຈະ ແຈ້ງ, ຕີຖອຍການຖືເບົາຕໍ່ວຽກງານກວດກາ, ຖືເອົາວຽກງານກວດກາເປັນສຳຄັນບົນພື້ນຖານການຈັດ ຕັ້ງ ປະຕິບັດໜ້າທີ່ວຽກງານຂອງພັກ-ລັດໃຫ້ເຂົ້າສູ່ສະພາບຄວາມເປັນຈິງພ້ອມກັນສະກັດກັ້ນຕໍ່ກັບ ການຕ້ານການສໍ້ລາດບັງຫຼວງທຸກຮູບແບບຢ່າງເຂັ້ມງວດ.ຕໍ່ກັບບັນຫາຄຳຮ້ອງຄຳສະເໜີຕ່າງໆຂອງທຸກອົງການຈັດຕັ້ງແລະສັງຄົມຂອງແຕ່ພາກສ່ວນຮັບຜິດຊອບໃຫ້ໄດ້ຮັບການແກ້ໄຂທ່ວງທັນເວລາຢ່າງຖືກຕ້ອງແລະຍຸດຕິທຳນຳເອົາເນື້ອໃນຈິດໃຈຂອງກອງປະຊຸມໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງສ່ອດຄ່ອງກັບສະພາບຄວາມເປັນຈິງ.ເພື່ອປະກອບສ່ວນເຂົ້າໃນພາລະກິດປົກປົກປັກຮັກສາແລະສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ.