ຜູ້ຕິດເຊື້ອມື້ນີ້ 114 ຄົນ ສະວຫວັນນະເຂດ-ຈຳປາສັກຫຼາຍທີ່ສຸດ

259

ເປັນຕົວເລກທີ່ບໍ່ເພິ່ງປາຖະໜາເລີຍ ສຳລັບໂຄວິດ-19 ທີ່ເຮັດໃຫ້ປະເທດເຮົາ ຮອດປະຈຸບັນ ສປປລາວ ມີຈຳນວນຜູ້ຕິດເຊື້ອສະສົມທັງໝົດ 3.540 ຄົນ ໃນນີ້ກວດພົບໃໝ່ 114 ກໍລະນີ, ຫຼາຍສຸດກໍແມ່ນແຂວງສະຫວັນນະເຂດ ຕາມມາດ້ວຍຈຳປາສັກ ແຕ່ຄວາມໂຊກດີຂອງມື້ນີ້ຄືເຮົາບໍ່ພົບຜູ້ຕິດເຊື້ອໃນຊຸມຊົນ ມີແຕ່ນຳເຂົ້າທັງໝົດ.

ຕາມການຖະແຫຼງຂ່າວຂອງຄະນສະເພາະກິດປະຈຳວັນທີ 19 ກໍລະກົດ 2021 ໃຫ້ຮູ້ວ່າ: ໃນຈຳນວນຜູ້ຕິດເຊື້ອໃໝ່ທີ່ກວດພົບຫຼ້າສຸດ 114 ຈາກຈຳນວນຕົວຢ່າງທີ່ໄດ້ກວດວິເຄາະຕົວຈີງທັງໝົດ 1.119 ກໍລະນີ ແມ່ນຈາກ ນະຄອນຫຼວງວຽງຈັນ 03 ກໍລະນີ, ຈໍາປາສັກ 43 ກໍລະນີ, ສະຫວັນນະເຂດ 65 ກໍລະນີ, ຄໍາມ່ວນ 02 ກໍລະນີ ແລະ ບໍລິຄໍາໄຊ 01 ກໍລະນີ  ເຮັດໃຫ້ ຈຳນວນຄົນເຈັບທີີ່ກໍາລັງປິ່ນປົວຢູ່ຕາມໂຮງໝໍແຫ່ງຕ່າງໆຂອງລາວມີ 1.224 ກໍລະນີ.

ແລະໃນວັນທີ 18 ກໍລະກົດ ຍັງມີຜູ້ເດີນທາງເຂົ້າມາ ຕາມຈຸດຜ່ານດ່ານຕ່າງໆ ໃນສປປ ລາວ ທັງໝົດ 1.296 ຄົນ ເຊິ່ງທັງໝົດ ແມ່ນຖືກເກັບຕົວຢ່າງກວດຊອກຫາເຊື້ອ ແລະ ເຂ້ົ້າໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ 14 ວັນ. ເຊິ່ງປະຈຸບັນ ທົ່ວປະເທດຍັງມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ທັງໝົດ 48 ສູນ, ມີຜູ້ຈຳກັດບໍລິເວນທັງໝົດ 6.030 ຄົນ.