ທົ່ວໂລກຕ້ອງການວັກແຊັງ 10,1 ຕື້ໂດສ

208

ສຳນັກຂ່າວຊິນຮວາ ລາຍງານວ່າ: ທ່ານ ອັນໂຕນິອູ ກູແຕຣເຣຊ ເລຂາທິການສະຫະປະຊາຊາດ ກ່າວວ່າ: ຂະນະນີ້ທົ່ວໂລກຕ້ອງການວັກແຊັງປ້ອງກັນໂຄວິດ – 19 ປະມານ 10,1 ຕື້ໂດສ ເພື່ອສັກໃຫ້ປະຊາຊົນປະມານ 70% ຂອງປະຊາກອນທົ່ວໂລກ ຈຶ່ງຈະສາມາດຢຸດຕິການແຜ່ລະບາດຂອງພະຍາດໂຄວິດ – 19 ຄັ້ງໃຫຍ່ນີ້ໄດ້, ການໃຫ້ຄຳໝັ້ນສັນຍາວ່າຈະສົ່ງມອບວັກແຊັງ ຫຼື ການລະດົມທຶນເປັນສິ່ງທີ່ດີ.

ຄຳປະກາດຂອງ ທ່ານ ອັນໂຕນິອູ ກູແຕຣເຣຊ ມີຂຶ້ນໃນກອງປະຊຸມລະດັບລັດຖະມົນຕີ ຂອງກອງປະຊຸມເວທີປຶກສາຫາລືທາງການເມືອງລະດັບສູງ ວ່າດ້ວຍການພັດທະນາທີ່ຍືນຍົງ ເຊິ່ງເປັນເວທີສຳຄັນດ້ານການທົບທວນການດຳເນີນການຕາມວາລະການພັດທະນາທີ່ຍືນຍົງ 2030 ແລະ ເປົ້າໝາຍການພັດທະນາຍືນຍົງ ( SDGs ) ທັງ 17 ເປົ້າໝາຍ ໂດຍເລຂາທິການໃຫຍ່ ສປຊ ລະບຸວ່າ: ປະຊາຊົນທຸກຄົນໃນທຸກປະເທດຕ້ອງເຂົ້າເຖິງການສັກວັກແຊັງປ້ອງກັນໂຄວິດ – 19 ລວມທັງການກວດຫາເຊື້ອ, ການປິ່ນປົວ ແລະ ການຊ່ວຍເຫຼືອໃນດ້ານຕ່າງໆ.

ທັງນີ້, ຄວາມຄືບໜ້າຂອງຂະບວນການສັກວັກແຊັງປ້ອງກັນໂຄວິດ – 19 ໃນຫຼາຍປະເທດຍັງຫຼ້າຊ້າ ເຖິງວ່າກົນໄກການຮ່ວມມື ລວມທັງການຊ່ວຍເຫຼືອຜ່ານອົງການຕ່າງໆ ແລະ ໂຄງການໂຄແວັກ ( COVAX ) ແລະ ອື່ນໆ ແຕ່ວັກແຊັງກໍຍັງບໍ່ພຽງພໍໂດຍສະເພາະປະເທດທີ່ທຸກຍາກ ແລະ ປະເທດທີ່ກຳລັງພັດທະນາ.