ປະຕູຂອງ ພາທຣິກ ຊິກ ຄວ້າລາງວັນປະຕູດີເດັ່ນໃນ ຢູໂຣ 2020 ຍິງຈາກເຄິ່ງສະໜາມ

418

ສະຫະພັນບານເຕະເອີຣົບ ( ຢູຟາ ) ປະກາດລາງວັນປະຕູດີເດັ່ນປະຈໍາການແຂ່ງຂັນ ຢູໂຣ 2020 ປາກົດວ່າ: ລາງວັນດັ່ງກ່າວຕົກເປັນຂອງ ພາທຣິກ ຊິກ ກອງໜ້າຕົວເປົ້າຂອງທີມຊາດສາທາລະນະລັດເຊັກ ເຊິ່ງປະຕູດັ່ງກ່າວເກີດຂຶ້ນໃນນັດທີ່ ສາທາະລະນະລັດເຊັກ ເອົາຊະນະ ສະກ໊ອດແລນ 2-0 ໃນຮອບແບ່ງກຸ່ມ ຊິກ ຍິງດ້ວຍຊ້າຍໄລຍະປະມານເຄິ່ງສະໜາມບານຂ້າມຫົວຜູ້ຮັກສາປະຕູ ສະກ໊ອດແລນ ເຂົ້າໄປຢ່າງສວຍງາມ.

ພາທຣິກ ຊິກ ສ້າງຜົນງານຢ່າງໂດດເດັ່ນໃນການແຂ່ງຂັນບານເຕະຢູໂຣ 2020 ດ້ວຍການຍິງໄປ 5 ປະຕູຊ່ວຍໃຫ້ ສາທາລະນະລັດເຊັກ ຜ່ານເຂົ້າເຖິງຮອບ 8 ທີມສຸດທ້າຍ ກ່ອນເສຍໃຫກັບ ທີມຊາດດານມາກ 1-2, ເຊິ່ງຍິງໄດ້ 5 ປະຕູເທົ່າກັບ ໂຣນັລໂດ, ແຕ່ ໂຣນັລໂດ ຄວ້າລາງວັນດາວຍິງສູງສຸດປະຈໍາການແຂ່ງຂັນໄປຄອງ ເນື່ອງຈາກ ໂຣນັລໂດ ຍິງໄປ 5 ປະຕູ ແລະ ສົ່ງບານໃຫ້ເພື່ອນຮ່ວມທີມຍິງອີກ 1 ປະຕູ.

ສໍາລັບ ປະຕູຂອງ ຊິກ ໄດ້ຮັບສຽງໂຫວດຫຼາຍກວ່າ 800.000 ສຽງ ຫຼັງຈາກທີ່ ສະຫະພັນບານເຕະເອີຣົບ ເປີດໃຫ້ໂຫວດຜ່ານທາງໂຊຊຽລມີເດຍຂອງ ສະຫະພັນບານເຕະເອີຣົບ ຫຼື ຢູຟາ.

ຮູບຈາກ: AP