ລັດຖະມົນຕີ ຖວທ ຕ້ອນຮັບທູດຝຣັ່ງ ເຂົ້າຢ້ຽມອຳລາ

369

ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາຂອງ ທ່ານນາງ ຟລໍຣອງສ ຊັອງບລັອງ-ຣີສແລກ (FIorence Jeanblanc-Risler) ເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ ໃນວັນທີ 14 ກໍລະກົດນີ້ ທີ່ຫ້ອງຮັບແຂກກະຊວງຖະແຫຼ່ງຂ່າວວັດທະນະທຳ ແລະ ທ່ອງທ່ຽວ.

ຮູບພົບປະ

ໃນໂອກາດນີ້ ທ່ານນາງ ສວນສະຫັວນ ວິຍະເກດ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທ່ານນາງ ຟລໍຣອງສ ຊັອງບລັອງ-ຣີສແລກ ທີ່ໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ຝຣັ່ງ ທີ່ມີມາແຕ່ດົນນານແລ້ວໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ, ສປປ ລາວ ແລະ ຝຣັ່ງໄດ້ມີການແລກປ່ຽນຄະນະຜູ້ແທນໃນທຸກໆລະດັບ ເພື່ອເສີມຂະຫຍາຍການພົວພັນ ແລະ ການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ, ຂອບໃຈມາຍັງປະເທດຝຣັ່ງ ທີ່ໄດ້ໃຫ້ການຊ່ວຍເຫຼືອຕ່າງໆໂດຍສະເພາແມ່ນໄດ້ໃຫ້ການຊ່ວຍເຫຼືອທາງດ້ານຖະແຫຼງຂ່າວໃນໄລຍະຜ່ານມາ ຄື: ສະຖານທູດຝຣັ່ງໄດ້ໃຫ້ການຊ່ວຍເຫຼືອໃນການກວດແກ້ຂ່າວ ທີ່ເປັນພາສາຝຣັ່ງເປັນຕົ້ນສໍານັກຂ່າວສານປະເທດລາວ, ໜັງສືພິມ ພາສາຕ່າງປະເທດ. ໃນໄລຍະຜ່ານມາ (1998-2023) ປະເທດຝຣັ່ງ ໃຫ້ການສະໜັບສະໜູນໃນການອອກຂ່າວຊ່ອງພາສາຝຣັ່ງ (ຊ່ອງ 5) ຜ່ານໂທລະພາບແຫ່ງຊາດລາວ. ອົງການໂທລະພາບສູນກາງຝຣັ່ງ (CPI) ໄດ້ຊ່ວຍເຫຼືອທາງດ້ານເຕັກນິກ, ອຸປະກອນໃຫ້ແກ່ໂທລະພາບແຫ່ງຊາດລາວ. ນັກຂ່າວລາວ ໄດ້ຮັບທຶນຊ່ວຍເຫຼືອ ໃນການຝຶກອົບຮົມຢູ່ປະເທດຝຣັ່ງ ຮ່ວມກັບບັນດາປະເທດທີ່ນຳໃຊ້ພາສາຝຣັ່ງ ເຊັ່ນ: ສສ ຫວຽດນາມ, ກຳປູເຈຍ. ສະຖາບັນຝຣັ່ງ ປະຈຳ ສປປ ລາວ ຍັງໄດ້ຊ່ວຍເຫຼືອວຽກງານການກວດແກ້ຄຳສັບ ໃນການກະຈ່າຍຂ່າວທີ່ເປັນພາສາຝຣັ່ງ, ການຮ່ວມມືດ້ານວັດທະນະທຳ ການຮ່ວມມືໃນວຽກງານວັດທະນະທໍາໃນໄລຍະຜ່ານມາຄື: ໂຄງການປົກປັກຮັກສາວັດຖຸທາງດ້ານວັດທະນະທຳພາກໃຕ້ຂອງລາວ (ຂຶ້ນທະບຽນບັນຊີ ແລະ ການປົກປັກຮັກສາວັດຖຸມີຄ່າສະຕະວັດທີ 8-9 ຄົ້ນພົບແຂວງສະຫວັນນະເຂດ). ໂຄງການຊ່ວຍເຫຼືອສົ່ງເສີມຄຸນຄ່າມໍລະດົກລາວ. ໂຄງການຄົ້ນຄວ້າຈັດພິມໜັງສືໃບລານລາວ-ຝຣັ່ງ ພາກຕາເວັນອອກໄກຝຣັ່ງ ປະຈຳ ສປປ ລາວ, ການຮ່ວມມືດ້ານການທ່ອງທ່ຽວ: ໃນໄລຍະຜ່ານມາເຖິງປັດຈຸບັນ ການທ່ອງທ່ຽວສອງປະເທດ ລາວ-ຝຣັ່ງ ຍັງບໍ່ທັນມີສັນຍາ ແລະ ແຜນການຮ່ວມມືນຳກັນ. ຈຳນວນນັກທ່ອງທ່ຽວ ຝຣັ່ງທີ່ເຂົ້າມາທ່ອງທ່ຽວລາວ ແມ່ນຢູ່ໃນອັນດັບໜຶ່ງມາຕະຫຼອດ ໃນພາກພື້ນຕະຫຼາດທ່ອງທ່ຽວເອີຣົບ ຊຶ່ງແຕ່ປີ 2016-2019 ມີນັກທ່ອງທ່ຽວຝຣັ່ງເຂົ້າມາທ່ອງທ່ຽວ ສປປ ລາວ ມີ 175.444 ເທື່ອຄົນ ແລະ ໃນປີ 2020 ມີນັກທ່ອງທ່ຽວຝຣັ່ງ ເຂົ້າມາທ່ຽວລາວ ມີ 15.509 ເທື່ອຄົນ.ການສົ່ງເສີມການທ່ອງທ່ຽວລາວຢູ່ປະເທດຝຣັ່ງ: ໄລຍະຜ່ານມາ ກໍໄດ້ເຂົ້າຮ່ວມງານວາງສະແດງການ ທ່ອງທ່ຽວສາກົນທີ່ປະເທດຝຣັ່ງ ເພື່ອໂຄສະນາການທ່ອງທ່ຽວລາວ ໃນຕະຫຼາດການທ່ອງທ່ຽວ ຂົງເຂດເອີຣົບ ລັດຖະບານຝຣັ່ງໄດ້ໃຫ້ທຶນການຊ່ວຍເຫຼືອ ໂດຍຜ່ານອົງການເຕຕຣັກຕີ ໃນໂຄງການພັດທະນາການທ່ອງທ່ຽວແບບອະນຸລັກທຳມະຊາດ ຢູ່ ແຂວງຄຳມ່ວນ ຊຶ່ງໂຄງການດັ່ງກ່າວ ນີ້ໄດ້ສຳເລັດແລ້ວໄລຍະທີ 1 ແຕ່ປີ 2016-2019 ໃນມູນຄ່າ 848.270 ເອີໂຣ ແລະ ປັດຈຸບັນກຳລັງສືບຕໍ່ຈັດຕັ້ງປະຕິບັດໃນໄລຍະທີ 2 ແຕ່ປີ 2021-2022 ໃນມູນຄ່າ 587.230 ເອີໂຣ. ໃນໂອກາດດັ່ງກ່າວທ່ານນາງ ສວນສະຫວັນ ວິຍະເກດ ກໍໄດ້ອວຍພອນໃຫ້ທ່ານທູດຈົ່ງເດີນທາງກັບປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນໜ້າທີ່ໃໝ່.


ໃນໂອກາດດຽວກັນ ທ່ານນາງ ຟລໍຣອງສ ຊັອງບລັອງ-ຣີສແລກ ກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ ທ່ານນາງ ສວນສະຫວັນ ວິຍະເກດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້.