ສະຫວັນນະເຂດ ມີແຮງງານທີ່ຕິດເຊື້ອລວມ 400 ລາຍ ຕ້ອງສ້າງໂຮງໝໍພາກສະໜາມຮອງຮັບ

392

ຄືດັ່ງທີ່ເຫັນໃນຖະແຫຼງຂ່າວປະຈຳວັນທຸກໆມື້ ມີແຮງງານລາວກັບຄືນມາແຕ່ຕ່າງປະເທດຈຳນວນຫຼາຍ ໂດຍສະເພາະແຂວງຈຳປາສັກ ແລະສະຫວັນນະເຂດ ເປັນສອງແຂວງທີ່ມີຜູ້ໄປອອກແຮງງານຢູ່ປະເທດໄທຫຼາຍ ທັງເປັນແຂວງໜ້າດ່ານ ສະນັ້ນ ເພື່ອເປັນການຮອງຮັບດ້ານສະຖານທີ່ປິ່ນປົວສຳລັບຜູ້ຕິດເຊື້ອພະຍາດໂຄວິດ 19 ໃຫ້ພຽງພໍ ແລະ ຫຼີກລ່ຽງຄວາມແອອັດຂອງຜູ້ຕິດເຊື້ອພະຍາດໂຄວິດ 19 ພາຍໃນສູນປິ່ນປົວ ສະຫວັນນະເຂດຈິ່ງຮີບຮ້ອນສ້າງໂຮງໝໍພາກສະໜາມໄວ້ມີລະດັບ 1000 ຕຽງ.

ແຂວງສະຫວັນນະເຂດ ເປັນແຂວງທີ່ໃຫຍ່ອັນດັບຕົ້ນໆຂອງປະເທດ ແລະ ກໍ່ມີແຮງງານເປັນຈຳນວນຫຼວງຫຼາຍທີ່ໄປອອກແຮງງານຢູ່ປະເທດໃກ້ຄຽງໂດຍສະເພາະແມ່ນປະເທດໄທ ເຊິ່ງໃນແຕ່ລະວັນໄດ້ມີແຮງງານກັບຄືນປະເທດເປັນຈຳນວນບໍ່ໜ້ອຍ ສ່ວນໃຫຍ່ກໍ່ແມ່ນຂ້າມມາທາງຂົວມິດຕະພາບ 2 ສະຫວັນນະເຂດ – ມຸກດາຫານ ໃນນັ້ນກໍ່ໄດ້ມີແຮງງານຈໍານວນໜຶ່ງທີ່ກວດພົບວ່າຕິດເຊື້ອພະຍາດໂຄວິດ 19 ຊຶ່ງໃນແຕ່ລະວັນແມ່ນມີຫຼາຍກໍລະນີພໍສົມຄວນ.

ອີງຕາມບົດລາຍງານຂອງຄະນະສະເພາະກິດປ້ອງກັນ,ຄວບຄຸມ ແລະ ສະກັດກັ້ນການລະບາດພະຍາດໂຄວິດ 19 ຂັ້້ນແຂວງປະຈຳວັນທີ 13 ກໍລະກົດ 2021 ໄດ້ລາຍງານໃຫ້ຮູ້ວ່າ: ທົ່ວແຂວງສະຫວັນນະເຂດພົບຜູ້ຕິດເຊື້ອພະຍາດໂຄວິດ 19 ສະສົມທັງໝົດ 427 ກໍລະນີ,ຕິດເຊື້ອໃໝ່ 7 ກໍລະນີ, ກໍາລັງປິ່ນປົວ 282 ກໍລະນີ ໃນນີ້ເປັນແຮງງານນຳເຂົ້າຈຳນວນ 401 ກໍລະນີ ແລະ ອາດຈະມີຜູ້ຕິດເຊື້ອເພີ່ມຂຶ້ນອີກໃນແຕ່ລະວັນ.

ສະນັ້ນທາງຄະນະສະເພາະກິດຂັ້ນແຂວງຈຶ່ງໄດ້ສ້າງໂຮງໝໍພາກສະໜາມເພື່ອຮອງຮັບຜູ້ຕິດເຊື້ອພະຍາດໂຄວິດ 19 ໂດຍໄດ້ກຳນົດເອົາ ບໍລິສັດອາເດີລານ ລາວຈຳກັດ ເຂດເສດຖະກິດພິເສດແຂວງສະຫວັນນະເຂດ ( ຫຼັກ 9 ນະຄອນໄກສອນພົມວິຫານ ) ເປັນໂຮງໝໍສຳລັບປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ 19 ເຊິ່ງຈຸດດັ່ງກ່າວແມ່ນມີພື້ນທີ່ກວ້າງ ຫ່າງໄກຈາກຊຸມຊົນ ແລະ ສາມາດຮອງຮັບຜູ້ຕິດເຊື້ອໄດ້ສູງເຖິງ 1.000 ຄົນ ມາຮອດປັດຈຸບັນໂຮງໝໍດັ່ງກ່າວແມ່ນສາມາດເປີດໃຫ້ບໍລິການປິ່ນປົວເປັນທີ່ຮຽບຮ້ອຍແລ້ວ.


ພາບ-ຂ່າວ: ອັກສອນສິນ ພົມມະຈັນ