ວັກຊິນ ຈອນສັນແອນຈອນສັນ 1 ລ້ານໂດສ ສຳລັບປະຊາຊົນລາວ 1 ລ້ານຄົນ

1824

ສປປ ລາວ ກຳລັງຈະໄດ້ຮັບວັກຊີນກັນພະຍາດ ໂຄວິດ-19 ຄັ້ງໃໝ່ ຊຶ່ງເປັນການບໍລິຈາກຂອງລັດຖະບານສະຫະລັດອາເມລິກາໂດຍຜ່ານ COVAX Facility ແມ່ນການຮ່ວມມືກັນລະຫວ່າງອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), Gavi ຊຶ່ງເປັນພັນທະມິດວັກຊີນ, ແລະ ອົງການອະນາ ໄມໂລກ (WHO), ໂດຍມີອົງການຢູນິເຊັບເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ.

ການຈັດສົ່ງຄັ້ງໃໝ່ນີ້ປະກອບດ້ວຍວັກຊີນກັນພະຍາດ ໂຄວິດ-19 ISID-19 Johnson & Johnson’s Janssen (J&J/Janssen) ຈຳນວນ 1.008.000 ໂດສ໌, ຊຶ່ງຈະມາເຖິງສະໜາມບິນສາກົນວັດໄຕໃນວັນທີ 15 ເດືອນກໍລະກົດ ປີ 2021 ເວລາ 14:35 ໂມງ.

ວັກຊີນກັນພະຍາດ ໂຄວິດ-19 Johnson & Johnson’s Janssen (J&J/Janssen) ແມ່ນແຕກຕ່າງຈາກວັກຊີນກັນພະຍາດ ໂຄວິດ-19 ຊະນິດອື່ນໆທີ່ມີຢູ່ໃນສປປ ລາວໃນປະຈຸບັນນີ້ ຍ້ອນວ່າ ພຽງແຕ່ຕ້ອງສັກຄັ້ງດຽວເທົ່ານັ້ນ. ດ້ວຍການບໍລິຈາກວັກຊີນກັນພະຍາດ ໂຄວິດ-19 Johnson & Johnson ຈຳນວນ 1.008.000 ໂດສ໌ ເປັນການປະກອບສ່ວນໂດຍກົງຈາກປະຊາຊົນອາເມລິກາຕໍ່ ສປປ ລາວ.

ເມື່ອວັກຊິນຊຸດນີ້ມາຮອດ ລັດຖະບານຈະສາມາດສັກວັກຊິນປ້ອງກັນເຊື້ອໄວຣັດໃຫ້ແກ່ປະຊາຊົນໄດ້ 1 ລ້ານກວ່າຄົນ ໃນຈໍານວນປະຊາກອນທັງໝົດປະມານ 7 ລ້ານຄົນ. ອັນນີ້ເຮັດໃຫ້ປະເທດລາວຫຍັບເຂົ້າໃກ້ກັບເປົ້າໝາຍທີ່ຈະສັກວັກຊີນກັນພະຍາດ ໂຄວິດ-19 ໃຫ້ໄດ້ 50% ຂອງປະຊາກອນໃນທ້າຍປີ 2021 ນີ້.

ການມາເຖິງຂອງວັກຊີນເຫຼົ່ານີ້ ເປັນສັນຍາລັກສຳຄັນໜຶ່ງອີກຕໍ່ສປປລາວໃນການຕໍ່ສູ້ຕ້ານກັບພະຍາດໂຄວິດ-19, ພ້ອມທັງພາລະກິດຂອງ COVAX facility ເພື່ອຮັບປະກັນການເຂົ້າເຖິງວັກຊິນກັນກັນພະຍາດໂຄວິດ-19ຢ່າງເທົ່າທຽມກັນໃນທົ່ວໂລກ.