ເປີດໃຫ້ບໍລິການ ໂຊກທະວີຊຸບເປີມາກເກັດສາຂາວັງຊາຍ ໂດຍນຳຜະລິດຕະພັນສິນຄ້າລາວຄຸນນະພາບ 50 ກວ່າລາຍການ ເຂົ້າວາງຈຳໜ່າຍ

882

ບໍລິສັດ ໂຊກທະວີ ການຄ້າຂາເຂົ້າ- ຂາອອກຈໍາກັດຜູ້ດຽວ ໄດ້ເປີດໃຫ້ບໍລິການໂຊກທະວີຊຸບເປີມາກເກັດ ສາຂາວັງຊາຍເຊິ່ງເປັນສາຂາທີ 7 ຂອງບໍລິສັດ ເພື່ອໃຫ້ບໍລິການລູກຄ້າ ເຂົ້າເຖິງສິນຄ້າ ແລະ ການບໍລິການຂອງຄົນລາວ, ພ້ອມດຽວກັນຍັງມີຜະລິດຕະພັນສິນຄ້າລາວຄຸນນະພາບ 50 ກວ່າລາຍການ ເຂົ້າຮ່ວມໃຫ້ບໍລິການ.


ພິທີດັ່ງກ່າວຈັດຂຶ້ນວັນທີ 10 ກໍລະກົດ 2021 ທີ່ໂຊກທະວີຊຸບເປີມາກເກັດ ບ້ານວັງຊາຍ ໂດຍມີທ່ານ ສີສັງຄົມ ໂຄດໂຍທາ ຮອງຫົວໜ້າກົມສົ່ງເສີມການຄ້າ ກະຊວງ ອຸດສາຫະກຳ ແລະ ການຄ້າເຂົ້າຮ່ວມ, ທ່ານ ໂຊກທະວີ ຫຼວງລາດ ປະທານບໍລີສັດ ໂຊກທະວີ ການຄ້າຂາເຂົ້າ – ຂາອອກຈໍາກັດຜູ້ດຽວພ້ອມຮອງປະທານ ແລະ ພະນັກງານເຂົ້າຮ່ວມ.


ທ່ານ ໂຊກທະວີ ຫຼວງລາດ ກ່າວວ່າ: ໂຊກທະວີຊຸບເປີມາກເກັດ ເປັນແບຣນທຸລະກິດຂອງຄົນລາວເຮົາ ເຊິ່ງສ້າງຕັ້ງຂຶ້ນເພື່ອບໍລິການລູກຄ້າໃຫ້ເຂົ້າເຖິງສິນຄ້າດີ, ລາຄາສົມເຫດສົມຜົນ ເຊິ່ງພວກເຮົາ ກໍມີບັດສະມາຊິກເພື່ອໃຫ້ສະສົມຄະແນນ ລູກຄ້າເຂົ້າມາແລກເອົາຂອງລາງວັນ. ການເປີດບໍລິການສາຂາວັງຊາຍເປັນສາຂາທີ 7 ຂອງພວກເຮົາ ໂດຍລູກຄ້າທີ່ເຂົ້າມາໃຊ້ບໍລິການ 100 ຄົນທໍາອິດສະໝັກບັດສະມາຊິກຟຣີ, ເພື່ອສະສົມຄະແນນລຸ້ນຮັບຂອງລາງວັນໃນແຕ່ລະເດືອນ, ສໍາລັບການເປີດຮ້ານໃໝ່ເຮົາມີການຈັບສະຫຼາກລາງວັນເປັນລົດຈັກຮອນດາ ຊູມໂມ້ເອັສ 1 ຄັນ.


ສໍາລັບການຈໍາໜ່າຍສິນຄ້າລາວໃນຊຸບເປີມາກເກັດ ໃນໂຄງການ ຮ່ວມມືພັດທະນານາ ແລະ ສົ່ງເສີມສິນຄ້າລາວເຂົ້າສູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ ມີສິນຄ້າເຂົ້າຮ່ວມ 55 ລາຍການມີ 5 ປະເພດ ຄື: ເຄື່ອງດື່ມ, ເຄື່ອງປຸງ, ອາຫານ, ຢາສະໜຸນໄພ ແລະ ເຄື່ອງໃຊ້ໃນຄົວເຮືອນ ເພື່ອໂຄສະນາ ແລະ ສົ່ງເສີມສິນຄ້າລາວ, ພັກດັນໃຫ້ຜູ້ຜະລິດສິນຄ້າເຂົ້າເຖິງຕະຫຼາດ ຈໍາໜ່າຍໄດ້ຢ່າງທົ່ວເຖິງ ສ້າງຄວາມສະດວກສະບາຍ ໃຫ້ຫັນມາຊົມໃຊ້ສິນຄ້າລາວໃຫ້ນັບມື້ນັບຫຼາຍ ທັງເປັນການກະຕຸ້ນຜູ້ຜະລິດ ໃຫ້ຜະລິດສິນຄ້າໄດ້ມາດຕະຖານ ສາມາດຫຼຸດຜ່ອນການນໍາເຂົ້າເທື່ອລະກ້າວ.

ໂຊກທະວີຊຸບເປີມາກເກັດປັດຈຸບັນມີ 7 ສາຂາຄື: ສາຂາ 1 ຢູ່ບ້ານດອນໜູນ ສາຂາ 2 ຢູ່ບ້ານໜອງວຽງຄໍາ ເມືອງໄຊທານີ, ສາຂາ 3 ຢູ່ທົ່ງຂັນຄໍາ ເມືອງ ຈັນທະບູລີ, ສາຂາ 4 ບ້ານໜອງປີງ ເມືອງສີໂຄດຕະບອງ , ສາຂາ 5 ຢູ່ບ້ານທ່າງ່ອນ ເມືອງໄຊທານີ , ສາຂາ 6 ຢູ່ບ້ານໜອງບອນ ແລະ ສາຂາ 7 ຢູ່ບ້ານວັງຊາຍ ເມືອງໄຊເສດຖາ ທັງໝົດ 7 ສາຂາ ມີການຈ້າງພະນັກງານທັງໝົດ 300 ກວ່າຄົນ ເຊິ່ງໃນໄວໆນີ້ກໍມີແຜນຂະຫຍາຍ ສາຂາທີ 8.

ຂ່າວ – ພາບ ພຸດຕີ້