ຈະພັດທະນາການທ່ອງທ່ຽວອະນຸລັກ ໃນເຂດອຸທິຍານແຫ່ງຊາດດົງຫົວສາວ ແລະ ເຊປຽນ ໃຫ້ໝັ້ນຄົງແລະຍືນຍົງ

985

ກອງປະຊຸມວິຊາການແຜນພັດທະນາການທ່ອງທ່ຽວອະນຸລັກໃນເຂດອຸທິຍານແຫ່ງຊາດດົງຫົວສາວ ແລະ ອຸທິຍານແຫ່ງຊາດເຊປຽນ ແບບໝັ້ນຄົງ ແລະຍືນຍົງ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 10 ກໍລະກົດ 2021 ຢູ່ທີ່ໂຮງແຮມປາກຊ່ອງ ແດນງາມ ເມືອງປາກຊ່ອງແຂວງຈໍາປາສັກ.

ເປັນປະທານຂອງທ່ານ ສົມມາດ ພົລເສນາ  ຮອງປະທານສະພາແຫ່ງຊາດ,ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງໆຈໍາປາສັກ,ທ່ານ ອິມ ມູ ຮອງ ເອກອັກຄະລັດຖະທູດແຫ່ງສາທາລະນະລັດເກົາຫຼີ ປະຈໍາ ສປປ ລາວ. ມີທ່ານຕາງໜ້າກະຊວງກະສິກຳ ແລະ ປ່າໄມ້,ບັນດາທ່ານການນໍາພະແນກການອ້ອມຂ້າງແຂວງ,ນະຄອນ,ເມືອງ,ຫົວໜ່ວຍທຸລະກິດດ້ານການທ່ອງທ່ຽວ ແລະພະນັກງານກ່ຽວຂ້ອງເຂົ້າຮ່ວມ.


ໃນກອງປະຊຸມຄັ້ງນີ້ໄດ້ຜ່ານ ບົດສະເໜີໂຄງການສ້າງຕັ້ງສວນອຸທິຍານແຫ່ງຊາດພາກໃຕ້ (ສວນອຸທິຍານດົງຫົວສາວ ແລະ ເຊປຽນ). ບົດສະເໜີແຜນພັດທະນາຟື້ນຟູ ແລະ ສົ່ງເສີມການທ່ອງທ່ຽວແບບຍືນຍົງໃນເຂດອຸທິຍານ ດົງຫົວສາວ ແລະ ເຊປຽນ. ພ້ອມກັນນັ້ນ ບັນດາຜູ້ເຂົ້າຮ່ວມກໍ່ໄດ້ປະກອບຄຳຄິດຄຳເຫັນ,ຊຶ່ງພົ້ນເດັ່ນໄດ້ຍົກເອົາບົດຮຽນການພັດທະນາການທ່ອງທ່ຽວທຳມະຊາດຈາກຕ່າງປະເທດ ໂດຍສະເພາະຈາກສາທາລະນະລັດເກົາຫຼີ ແລະບາງບົດຮຽນທີ່ລິເລີ່ມປະຕິບັດມາແລ້ວ ພາຍໃນປະເທດມາປະຍຸກໃຊ້ ເພື່ອໃຫ້ການສະໜັບສະໜູນການທ່ອງທ່ຽວທຳມະຊາດໃນ 2 ອຸທິຍານດົງຫົວສາວ ແລະເຊປຽນໃຫ້ມີປະສິດທິຜົນ ແລະ ເກີດປະໂຫຍດສູງສຸດ.


ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ມີຄວາມສໍາຄັນຫຼາຍ ເຊິ່ງເປັນການລະດົມແນວຄວາມຄິດນັກວິຊາການເຂົ້າໃນການວາງແຜນການປົກປັກຮັກສາ ແລະ ພັດທະນາດິນ,ນໍ້າ,ປ່າໄມ້,ຊີວະນາໆພັນ ທໍາມະຊາດແລະສິ່ງແວດລ້ອມ ກໍຄືຄຸນຄ່າຂອງອຸທິຍານທັງສອງແຫ່ງນີ້ໃຫ້ເກີດປະໂຫຍດຕໍ່ການພັດທະນາເສດຖະກິດ-ສັງຄົມ,ການສ້າງລາຍຮັບແລະລຶບລ້າງຄວາມທຸກຍາກ ຕິດພັນກັບການອະນຸລັກ.


ການທ່ອງທ່ຽວ ຕິດພັນກັບການອະນຸລັກທໍາມະຊາດແບບໝັ້ນຄົງ ແລະ ຍືນຍົງ ນີ້ ແມ່ນມີບົດບາດສໍາຄັນທີ່ສຸດທີ່ບັນດາປະເທດໃນໂລກ ແລະພາກພື້ນເອົາໃຈໃສ່ດ້ວຍການຮ່ວມມືຫຼາຍຮູບແບບ, ສະນັ້ນກອງປະຊຸມຄັ້ງນີ້ຍັງຈໍາເປັນໃຫ້ແກ່ການກະກຽມເງື່ອນໄຂຮອບດ້ານໃຫ້ແກ່ການສ້າງນິຕິກຳໃນການຄຸ້ມຄອງ,ບໍລິຫານ,ຈັດການ,ການດຶງດູດແຫຼ່ງທຶນໃນການພັດທະນາພື້ນຖານໂຄງລ່າງ ແລະອື່ນໆ.ຊຶ່ງເປົ້າໝາຍຫຼັກນີ້ແມ່ນເລັງໃສ່ການຮ່ວມມື ແລະຂໍການ ສະໜັບສະໜູນ,ຊ່ວຍເຫຼືອຈາກສາທາລະນະລັດເກົາຫຼີ ເພື່ອປະຕິບັດແຜນພັດທະນາການທ່ອງທ່ຽວອະນຸລັກໃນເຂດອຸທິຍານແຫ່ງຊາດທັງສອງແຫ່ງນີ້ອີກດ້ວຍ.


ເກດສະໜາ ແກ້ວສຸວັນນະແສງ