ການເກີດແຜ່ນດິນໄຫວ ດ້ວຍຄວາມແຮງສັ່ນສະເທືອນ 4.9 ຣີກເຕີ ຢູ່ບໍລິເວນບ້ານປຸ່ງຟາດ ເມືອງເງິນ ແຂວງໄຊຍະບູລີ

743

ໃນວັນທີ 07 ກໍລະກົດ 2021, ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໄດ້ລາຍງານ ການເກີດແຜ່ນດິນໄຫວພາຍໃນປະເທດລາວ ເວລາ 13:4 ໂມງ ຂອງໂມງທ້ອງຖິ່ນ ໄດ້ພົບສັນຍານການເກີດແຜ່ນດິນໄຫວ ຈໍານວນ 01 ຄັ້ງ ໃນບໍລິເວນ ແຂວງໄຊຍະບູລີ ຈດສູນກາງເສັ້ນຂະໜານທີ 19.68 ອົງສາເໜືອ ແລະ ເສັ້ນແວງທີ 101.15 ອົງສາຕາເວັນອອກ ດ້ວຍຄວາມແຮງສັ່ນສະເທືອນວັດແທກໄດ້ 4.9 ຣີກເຕີ ມີຄວາມເລິກຫ່າງຈາກເທິງໜ້າດິນປະມານ 15 ກິໂລແມັດ.

ຈຸດສູນກາງທີ່ເກີດແຜ່ນດິນໄຫວ ຢູ່ບໍລິເວນບ້ານປຸ່ງຟາດ ເມືອງເງິນ ແຂວງໄຊຍະບູລີ ຊຶ່ງຈຸດເກີດເຫດແຜ່ນດິນໄຫວຫ່າງຈາກເທສະບານ ເມືອງເງິນ ປະມານ 8 ກິໂລແມັດ ແລະ ມີເຫດການແຜ່ນດິນໄຫວຂະໜາດນ້ອຍຕາມມາ (Aftershock) ຈຳນວນ 3 ຄັ້ງ.


– ໃນເວລາ 13:54:44, ຂອງໂມງທ້ອງຖິ່ນ ໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງເສັ້ນຂະໜານທີ 19.621 °N ແລະ ເສັ້ນແວງທີ 101.127°E ຄວາມແຮງສັ່ນສະເທືອນວັດແທກໄດ້ 3.1 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງໜ້າດິນປະມານ 1 Km ຈຸດສູນກາງເກີດແຜ່ນດິນໄຫວຢູ່ບໍລິເວນ ບ້ານນາງົວ ເມືອງເງີນ ແຂວງໄຊຍະບູລີ, ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງເງີນ ປະມານ 2 Km.


– ໃນເວລາ 14:09:47, ຂອງໂມງທ້ອງຖິ່ນ ໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງເສັ້ນຂະໜານທີ 19.626°N ແລະ ເສັ້ນແວງທີ 101.217°E ຄວາມແຮງສັ່ນສະເທືອນວັດແທກໄດ້ 3.2 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງໜ້າດິນປະມານ 2 Km ຈຸດສູນກາງເກີດແຜ່ນດິນໄຫວຢູ່ບໍລິເວນ ເມືອງເງີນ ແຂວງໄຊຍະບູລີ, ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງເງີນ ປະມານ 11 Km.


– ໃນເວລາ 14:12:18, ຂອງໂມງທ້ອງຖິ່ນ ໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງເສັ້ນຂະໜານທີ 19.638°N ແລະ ເສັ້ນແວງທີ 101.116°E ຄວາມແຮງສັ່ນສະເທືອນວັດແທກໄດ້ 2.8 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງໜ້າດິນປະມານ 5 Km ຈຸດສູນກາງເກີດແຜ່ນດິນໄຫວຢູ່ບໍລິເວນ ເມືອງເງີນ ແຂວງໄຊຍະບູລີ, ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງເງີນ ປະມານ 3 Km.


ຈາກເຫດການແຜ່ນດິນໄຫວໃນເບື້ອງຕົ້ນ ຍັງບໍ່ມີລາຍງານຜົນເສຍຫາຍ; ເຊິ່ງເຫດການແຜ່ນດິນໄຫວຄັ້ງນີ້ ຈັດໃນແຜ່ນດິນໄຫວຂະໜາດນ້ອຍ ຫາ ປານກາງ ສາມາດສ້າງຄວາມເສຍໄດ້.