ອຸຕຸແຈ້ງເຕືອນ 18 ແຂວງ ກຽມຮັບມືຝົນຕົກໜັກ 6 ຫາ 9 ກໍລະກົດ

469

18 ແຂວງໃນຂອບເຂດທົ່ວປະເທດ ກຽມຮັບມືຝົນຕົກໜັກໃນໄລຍະວັນທີ 6-9 ກໍລະກົດນີ້, ໃນຂະນະທີ່ຄາດຄະເນສະພາບຝົນ ແຕ່ເວລາ 12 ໂມງຂອງມື້ນີ້ ຫາ 12 ໂມງຂອງມື້ອື່ນ ທົ່ວທຸກພາກມີເນື້ອທີ່ປົກຫຸ້ມຂອງຝົນ 60% ຂຶ້ນໄປ.


ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກແຈ້ງການ ເລກທີ 0790/ກອຕທ, ລົງວັນທີ 6 ກໍລະກົດ 2021 ແຈ້ງເຕືອນຝົນຕົກໜັກໃນລະຫວ່າງວັນທີ 6 ຫາ 9 ກໍລະກົດນີ້ ສະບັບທີ1 ເນື່ອງຈາກວ່າຮ່ອງຄວາມກົດດັນອາກາດຕໍ່າ ຈະພາດຜ່ານພາກເໜືອ ລົງຫາ ພາກກາງ ຂອງປະເທດລາວ ປ່ອງໃສ່ ພາຍຸດີເປຼຊັນ ທີ່ກໍາລັງເຄື່ອນທີ່ຢູ່ເຂດທະເລຈີນໃຕ້ຕອນກາງ ຫາ ຕອນເທິງ ແລະ ມີຄວາມເປັນໄປໄດ້ທີ່ຈະຜ່ານພາກເໜືອ ຂອງ ສສ ຫວຽດນາມ ຊຶ່ງຈະເຮັດໃຫ້ປະເທດລາວມີຝົນຕົກໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກໜັກຢູ່ບາງທ້ອງຖິ່ນແຂວງພາກເໜືອ, ພາກາງ ແລະ ພາກໃຕ້ ໃນໄລຍະວັນທີ 6 ຫາ 9 ກໍລະກົດ 2021 ນີ້.


ດັ່ງນີ້, ຈຶ່ງແຈ້ງເຕືອນເຖີງອຳນາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ບໍ່ແກ້ວ, ຫຼວງນ້ຳທາ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື ຈົ່ງມີສະຕິລະມັດລະວັງຕໍ່ ສະພາບຝົນຕົກໜັກ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນ້ຳຖ້ວມກະທັນຫັນ ແລະ ນ້ຳຖ້ວມຊຸ ເກີດຂຶ້ນໃນໄລຍະ 1 – 3 ວັນຕໍ່ໜ້ານີ້ ແລະ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.


ພະຍາກອນອາກາດແຕ່ເວລາ 12 ໂມງ ຂອງວັນທີ 6 ກໍລະກົດ ເຖິງເວລາ 12 ໂມງຂອງວັນທີ 7 ກໍລະກົດ 2021: ພາກເໜືອດ້ານຕາເວັນອອກຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກໃນລະດັບປານກາງ ຫາ ໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 70% ຂອງພາກ, ອຸນຫະພູມໃນລະຫວ່າງ 18 – 30 ອົງສາ.
ພາກເໜືອດ້ານຕາເວັນຕົກ: ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກໃນລະດັບປານກາງ ຫາ ໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 80% ຂອງພາກ, ອຸນຫະພູມໃນລະຫວ່າງ 22 – 32 ອົງສາ.


ນະຄອນຫຼວງວຽງຈັນ: ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກໃນລະດັບປານກາງ ຫາ ໜັກຢູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60%, ອຸນຫະພູມໃນລະຫວ່າງ 25 - 33 ອົງສາ.
ພາກກາງ: ອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກໃນລະດັບປານກາງ ຫາ ໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 70% ຂອງພາກ, ອຸນຫະພູມໃນລະຫວ່າງ 23 – 34 ອົງສາ.


ແຂວງໄຊສົມບູນ: ຍັງຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60% ຂອງແຂວງ, ອຸນຫະພູມໃນລະຫວ່າງ 17 – 27 ອົງສາ.


ພາກໃຕ້: ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກໃນລະດັບປານກາງ ຫາ ໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 70% ຂອງພາກ, ອຸນຫະພູມໃນລະຫວ່າງ 22 – 34 ອົງສາ. ສໍາລັບເຂດພູພຽງບໍລະເວນ: ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາປານກາງ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60%. ອຸນຫະພູມໃນລະຫວ່າງ 15 – 27 ອົງສາ.