ຕາຮັກຕາແພງ ພອນທິດາ ຊາພັກດີ MTL001

1445

ຍ້ອນ Miss Teen Laos ເປັນເວທີທີ່ທ້າທາຍເປັນຈຸດຈູດປະກາຍແສງໃຫ້ສາວລາວຍຸກໃໝ່ຢາກລອງ ຢາກເປີດຄວາມຝັນສູ່ຄວາມຈິງ ບີເບ່ວ ຈຶ່ງຕັດສິນໃຈລົງປະກວດ ແລະ ການມາປະກວດໃນຄັ້ງນີ້ ຄວາມໃຝ່ຝັນກໍແມ່ນຢາກເປັນກະບອກສຽງໃຫ້ແມ່ຍິງລາວທີ່ບໍ່ກ້າສະແດງອອກຫັນມາມີຄວາມກ້າຫານ, ກ້າຄິດ, ກ້າສະແດງອອກ, ກ້າເວົ້າໃນສິ່ງທີ່ຕົນເອງຄິດ ແລະ ແນ່ນອນຢູ່ແລ້ວວ່າສິ່ງທີ່ສາວໆຫຼາຍຄົນໃຝ່ຝັນໄວ້ ກໍຄືການໄດ້ເປັນ Miss Teen Laos 2021 ຄົນທີ 3 ແລະ ຕົວນ້ອງເອງກໍເຊັ່ນກັນ ພອນທິດາ ຊາພັກດີ ຫຼື ບີເບ່ວ ປັດຈຸບັນອາຍຸ 15 ປີ ສູງ 162 ຊັງຕີແມັດ ເປັນນັກຮຽນຊັ້ນ ມ 5 ໝາຍເລກ MTL01.

May be an image of 1 person and indoor

ບີເບ່ວ ໄດ້ໃຫ້ສໍາພາດວ່າ: ນ້ອງເອງແມ່ນບໍ່ເຄີຍປະກວດເວທີໃດມາກ່ອນ Miss teen laos 2021 ແມ່ນເວທີທໍາອິດທີ່ນ້ອງຕັດສິນໃຈລົງປະກວດ ເພາະມັນເປັນ ຄວາມຝັນ ແລະ ນ້ອງມັກໃນວົງການບັນເທີງຢູ່ແລ້ວ ເມື່ອມີໂອກາດກໍເລີຍຢາກຈະ ຄວ້າໄວ້ ແລະ ເຮັດຄວາມຝັນຕົນເອງໃຫ້ເປັນຈິງ ແລະ ຕອນນີ້ນ້ອງໄດ້ເຂົ້າຮອບ 25ຄົນເປັນທີ່ຮຽບຮ້ອຍແລ້ວ.

May be an image of 3 people

ສໍາລັບຄວາມສາມາດທີ່ນ້ອງມີ ແລະ ຢາກຈະສະແດງໃຫ້ທຸກຄົນໄດ້ເຫັນແມ່ນ ການເຕັ້ນເພາະນ້ອງເອງກໍໄດ້ຝຶກເຕັ້ນ ແລະ ເປັນສິ່ງທີ່ມັກອີກຢ່າງໜຶ່ງ ແລະ ຈະໃຊ້ສິ່ງນີ້ໃນການສະແດງຄວາມສາມາດໃຫ້ທຸກໆຄົນໄດ້ເຫັນ ນ້ອງມີຄໍາຄົມ ແລະ ຄະຕິປະຈໍາໃຈຢູ່ວ່າ “ ເກົ້າອົດເກົ້າເຍື້ອນ ຫາກຊິໄດ້ທ່ອນຄໍາ ”.

May be an image of 1 person, outdoors and tree

ຈຸດເດັ່ນຂອງນ້ອງທີ່ຄິດວ່າຈະເອົາຊະນະໃຈທຸກຄົນ ແລະ ຄະນະກໍາມະການໄດ້ ແມ່ນນ້ອງເປັນຄົນທີ່ມີຄວາມພະຍາຍາມຫຼາຍ, ຄວາມຕັ້ງໃຈ, ເປັນຕົວຂອງຕົວເອງ, ອົດທົນ ສິ່ງນີ້ແລະຈະເຮັດໃຫ້ສາມາດໄດ້ໃຈທຸກຄົນ ກ່ອນມາປະກວດນ້ອງກໍໄດ້ມີການກະກຽມຕົວ ສິ່ງທໍາອິດແມ່ນຕ້ອງກວດເບິ່ງສຸຂະພາບຂອງຕົວເອງແຂງແຮງບໍ່, ແລ້ວກໍຝຶກຊ້ອມ ເດີນແບບໃດໃຫ້ຕົວເອງງາມ, ຝຶກຊ້ອມຕອບຄໍາຖາມ ແລະ ຝຶກຊ້ອມການເວົ້າຈາຕ່າງໆໃຫ້ທຸກຄົນຟັງແລ້ວຮູ້ສຶກປະທັບໃຈ.

May be an image of one or more people and people standing

ກິດຈະກໍາຍາມວ່າງສ່ວນຫຼາຍຈະແມ່ນຝຶກຊ້ອມເຕັ້ນ, ຫຼິ້ນກີລາ ( ຕີດອກປີກໄກ່ ), ຟັງເພງ ສ່ວນສະຕາຍການແຕ່ງຕົວຂອງນ້ອງແມ່ນຈະແຕ່ງສະບາຍໆ ແຕ່ບາງເທື່ອກໍຂຶ້ນຢູ່ກັບວ່າກາລະໂອກາດ ຫຼື ມື້ນັ້ນແມ່ນເຮົາຈະໄປໄສ ກໍຈະແຕ່ງໃຫ້ເຂົ້າກັບສະຖານທີ່ນັ້ນ. ສຸດທ້າຍຝາກຕິດຕາມຜົນງານນ້ອງໄດ້ທາງ ເພຈ໌ Miss teen laos ແລະ ຝາກເຊຍເປັນກໍາລັງໃຫ້ນ້ອງໄດ້ຕາມສິ່ງໃຝ່ຝັນແດ່ເດີທຸກຄົນ MTL01 FB: Bebell Xaphukdy Instagram: bebellluv.

May be an image of 1 person, rose and indoor

ຮູບ: Bebell Xaphukdy