ນຳສະເໜີອີກໜຶ່ງສາວງາມ ປາວິນາ ສໍລະຈໍາປາ ໜຶ່ງໃນ 25 ຄົນ Miss Teen Lao 2021

998

ຜ່ານເຂົ້າຮອບ 25 ຄົນເປັນທີ່ຮຽບຮ້ອຍແລ້ວ ສໍາລັບສາວນ້ອຍຄົນນີ້ນ້ອງມີຈຸດເດັ່ນເປັນຄົນທີ່ກ້າສະແດງອອກບໍ່ອາຍ, ມີຄວາມຕັ້ງໃຈ, ທະເຍີທະຍານ, ເຕັມທີ່ກັບທຸກໆຮອບໃນການແຂ່ງຂັນ ແລະ ທຸກຢ່າງທີ່ລົງມືເຮັດ ພ້ອມທັງເຊື່ອໝັ້ນໃນຕົວເອງ ເຊິ່ງຄິດວ່າສິ່ງເຫຼົ່ານີ້ຈະສາມາດມັດໃຈຄະນະກໍາມະການ ແລະ ທຸກຄົນໄດ້.

May be an image of 1 person, standing and outdoors

ພຽບພ້ອມທັງຮູບຮ່າງໜ້າຕາ ແລະ ຄວາມຮູ້, ຄວາມສາມາດ ສາວນ້ອຍຕາຫວານຄົນນີ້ ປາວີນາ ສໍລະຈໍາປາ ຫຼື ອິ່ມມີ້ ໝາຍເລກ 134 ປັດຈຸບັນອາຍຸ 18 ປີ ເປັນຄົນນະຄອນຫຼວງວຽງຈັນ, ກໍາລັງຮຽນຢູ່ຊັ້ນ ມ 7 ໂຮງຮຽນປາດຖະໜາ ເປັນອີກໜຶ່ງສາວທີ່ໜ້າຕິດຕາມເບິ່ງ ເພາະຄວາມສາມາດຫຼາຍອີ່ຫຼີ ເປັນທັງນັກຮຽນເກັ່ງ, ນັກໂຕ້ວາທີ ແລະ ດ້ານກີລາສິລະປະກໍເຮັດໄດ້ດີ ຖືໄດ້ວ່າຄົບເຄື່ອງເລີຍສໍາລັບສາວນ້ອຍຄົນນີ້.

May be an image of 1 person and outdoors

ຜ່ານມາ ອິ່ມມີ້ ແມ່ນບໍ່ເຄີຍປະກວດນາງງາມມາກ່ອນເລີຍ, ສໍາລັບເປົ້າໝາຍໃນການປະກວດເວທີນີ້ ບໍ່ຫວັງຫຍັງຫຼາຍຂໍໃຫ້ຕິດ Top3 ຂອງ Miss Teen Lao2021 ນັ້ນເອງ ແລະ ຢາກຢູ່ໃນວົງການບັນເທີງ ເພື່ອຈະເປັນສື່ກາງໃນການເຜີຍແຜ່ເລື່ອງລາວດີໆສູ່ສັງຄົມ, ຢາກເປັນແບບຢ່າງທີ່ເຮັດໃຫ້ຫຼາຍໆຄົນກ້າສະແດງອອກ ແລະ ເຊື່ອໝັ້ນໃນຕົນເອງ ແລະ ມີຄະຕິປະຈໍາໃຈຢູ່ວ່າ: “ Be proud of who you are ຄືການພາກພູມໃຈ ແລະ ເຊື່ອໝັ້ນໃນຕົນເອງ ”.

May be an image of 1 person, sitting and outdoors

ສໍາລັບຄວາມສາມາດຂອງ ອິ່ມມີ້ ທີ່ຢາກສະແດງອອກສູ່ສາຍຕາທຸກຄົນ ແມ່ນການສະແດງເທິງເວທີ ແລະ ທັກສະໃນການຕອບຄໍາຖາມຂອງນ້ອງ ສ່ວນໃນການກຽມຕົວກ່ອນເຂົ້າປະກວດແມ່ນໄດ້ຮວບຮວມທຸກຄວາມສາມາດຂອງຕົນເອງທີ່ມີ, ຝຶກທັກສະການເວົ້າ – ການຕອບຄໍາຖາມ, ຝຶກການຍ່າງ ຫຼື performance ເທິງເວທີ ໂດຍໃຫ້ເປັນຕົວເອງທີ່ຫຼາຍທີ່ສຸດ ເພື່ອຈະສະແດງໃຫ້ທຸກຄົນໄດ້ເຫັນເຖິງຄວາມເປັນຕົວຂອງເຮົາ.

May be an image of 1 person, standing and outdoors

ກິດຈະກໍາຍາມວ່າງຂອງ ອິ່ມມີ້ ແມ່ນຫຼິ້ນກີລາບານສົ່ງ – ຕີດອກປີກໄກ່, ເບິ່ງຮູບເງົາອັງກິດ – ເກົາຫຼີ ເພື່ອຝຶກພາສາໄປນໍາ. ສ່ວນຮູບແບບຂອງການແຕ່ງຕົວທີ່ມັກໂດຍສ່ວນຫຼາຍແຕ່ງຕົວແມ່ນຈະແບບສະບາຍໆ Casual look ສຸດທ້າຍແລ້ວ ນ້ອງຂໍຝາກໃຫ້ທຸກຄົນຊ່ວຍເຊຍ ແລະ ເປັນກໍາລັງໃຈໃຫ້ ອິ່ມມີ້ ໃນການປະກວດຄັ້ງນີ້ນໍາເດີ ຕິດຕາມຜົນງານຂອງ ອິ່ມມີ້ ໄດ້ Aimmy Sorlachampa.

May be an image of 1 person, standing and outdoors