ມອບ-ຮັບ ໂຄງການການກໍ່ສ້າງເສັ້ນທາງເມືອງເຊໂປນ ແລະ ເມືອງນອງແຂວງສະຫວັນນະເຂດ ຄວາມຍາວ 24 ກວ່າກິໂລແມັດ

330

ໃນວັນທີ 24 ມິຖຸນາ ຜ່ານມາ ທີ່ເມືອງເຊໂປນ ໄດ້ມີພິທີມອບ-ຮັບຖາວອນໂຄງການກໍ່ສ້າງເສັ້ນທາງພັດທະນາຊົນນະບົດ ເມືອງເຊໂປນ ແລະ ເມືອງນອງ ໂດຍການ.ເຂົ້າຮ່ວມຂອງ ທ່ານ ໄຊຍະເສນ ແກ້ວວິໄລສັກ ຫົວໜ້າພະແນກ ໂຍທາທິການ ແລະຂົນສົ່ງ ແຂວງສະຫວັນນະເຂດ, ທ່ານ ວົງສະຫວັນ ວຽງມະນີ ເຈົ້າເມືອງໆເຊໂປນ, ທ່ານ ແຕງອ່ອນ ຈັນທະລະນອງ ຮອງເຈົ້າເມືອງໆນອງ, ມີຕາງໜ້າຜູ້ປະສານງານໂຄງການທ່ານ ລາຍເນີ ຄູນເລີ.


ໂຄງການກໍ່ສ້າງເສັ້ນທາງເມືອງເຊໂປນ ແລະ ເມືອງນອງແຕ່ວັນທີ 1 ມັງກອນ 2019 ຫາ ທີ 30 ມິຖຸນາ 2020 ລວມ 18 ເດືອນ.ການກໍ່ສ້າງແມ່ນສຳເລັດຕາມຄາດໝາຍໂຄງການກໍ່ສ້າງເສັ້ນທາງແຕ່ແຍກທາງເລກ 9 ບ້ານດົງ ຫາ ບ້ານສະແລນ ໄດ້ກໍ່ສ້າງສຳເລັດ 100% ໂດຍແມ່ນໂຄງການພັດທະນາຊົນນະບົດ ໄລຍະທີ 1 ( RDP 1 ) ທີ່ໄດ້ຮັບທຶນຊ່ວຍເຫຼືອລ້າຈາກປະເທດເຢຍລະມັນທັງໝົດ 85% ໂດຍຜ່ານທະນາຄານເພື່ອການພັດທະນາ (KFW)ປະເທດເຢຍລະມັນ ແລະ ທຶນສົມທົບຂອງລັດຖະບານລາວ 15%ຄື: ກະຊວງ ຍທຂ 10% ແລະ ທຶນ ຍທຂ ແຂວງ 5%.


ເສັ້ນທາງດັ່ງກ່າວມີຄວາມຍາວ 24 ກວ່າກິໂລແມັດ,ໃນນັ້ນເສັ້ນທາງປູຢາງ 2 ຊັ້ນທີ່ຜ່ານບ້ານຂອງພໍ່ແມ່ປະຊາຊົນແລະບ່ອນສູງຊັນ ມີຄວາມຍາວ 11ກວ່າກິໂລແມັດ; ເສັ້ນທາງປູຫິນແຮ່ ຍາວ 11ກວ່າກິໂລແມັດ,ເສັ້ນທາງປູເບຕົງ 970 ແມັດ. ກໍ່ສ້າງທໍ່ດາໂລ 12 ແຫ່ງ, ກໍ່ສ້າງທໍ່ຫຼ່ຽມ 8 ແຫ່ງ ທໍ່ກົມ 20 ແຫ່ງ ກໍ່ສ້າງຝາປີກໃສ່ທໍ່ເກົ່າ 29 ແຫ່ງ,ສ້ອມແປງຂົວຈົມທີ່ເປ່ເພ 15ແຫ່ງ,ກໍ່ສ້າງຂົວຈົມ 1 ແຫ່ງ.


ນອກນັ້ນທາງໂຄງການຍັງໄດ້ກໍ່ສ້າງທາງເຂົ້າໂຮງຮຽນ,ເຮືອນຄົວແລະສ້ອມແປງຫຼັງຄາໂຮງຮຽນປະຖົມຕື່ມອີກ3 ແຫ່ງ ລວມມູນຄ່າໃນການກໍ່ສ້າງທັງໝົດ 24ຕື້ກວ່າກີບໂດຍແມ່ນບໍລິສັດPMS ກໍ່ສ້າງຂົວທາງຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງ.