ຮູ້ຈັກທີ່ມາຂອງເວທີ Mister Global Laos ແລະ ເປົ້າໝາຍຂອງການຄັດເລືອກ

464

ຫຼາຍຄົນອາດຈະຮູ້ແລ້ວກ່ຽວກັບທີ່ມາຂອງເວທີ Mister Global ແຕ່ເຊື່ອວ່າຄົນລາວຈຳນວນຫຼາຍ ແລະ ຜູ້ບໍ່ໄດ້ຕິດຕາມວົງການບັນເທີງຈະຍັງງົງໆວ່າແມ່ນເວທີຫຍັງ. ມື້ນີ້ເຮົາມາທຳຄວາມຮູ້ຈັກກັບເວທີນີ້ນໍາກັນ.

May be an image of 1 person, standing and text

Mister Global ແມ່ນການແຂ່ງຂັນປະກວດຊາຍງາມ ທີ່ໄດ້ຈັດຂຶ້ນທຸກໆປີ ນັບຕັ້ງແຕ່ປີ 2014 ເປັນຕົ້ນມາ.ການປະກວດ Mister Global ຄັ້ງທຳອິດແມ່ນຈັດຂຶ້ນທີ່ປະເທດໄທ ເຊິ່ງປີທຳອິດແມ່ນ Myat Thuya Lwin ຈາກປະເທດມຽນມາ ໄດ້ຮັບລາງວັນຊະນະເລີດໃນການແຂ່ງຂັນລາຍການດັ່ງກ່າວ.

May be an image of 1 person, standing and text

ໂຄງການປະກວດ Mister Global ຖືໄດ້ວ່າເປັນໂຄງການທີ່ໄດ້ຮັບການຈັດອັນດັບການປະກວດຊາຍງາມ 1 ໃນ 5 ເວທີຂອງໂລກ ທີ່ເອີ້ນກັນວ່າເປັນລາຍການປະກວດລະດັບ “ Grand Slam ” ເຊິ່ງລວມມີໂຄງການປະກວດ Mister World, Mister International, Mister Supranational ແລະ Manhunt International ເຊິ່ງເຈົ້າຂອງໂຄງການທີ່ຖືລິຂະສິດ ແລະ ຈັດກອງປະກວດໂດຍ ບໍລິສັດ Mister Global Company Limited.

ໃນປີທຳອິດຂອງເວທີນີ້ແມ່ນມີ 60 ກວ່າປະເທດໄດ້ສົ່ງຕົວແທນເຂົ້າຮ່ວມການແຂ່ງຂັນນີ້ ແລະ ບໍລິສັດ Mister Global Company Limited ໄດ້ອະນຸຍາດໃຫ້ແຕ່ລະປະເທດທີ່ໄດ້ຮັບລິຂະສິດ ໂດຍປະເທດລາວ ກໍແມ່ນບໍລິສັດ First Media ຄັດເລືອກເອົາໜຸ່ມທີ່ມີຄວາມພ້ອມທັງຄວາມຮູ້, ຄວາມສາມາດ ແລະ ມີບຸກຄະລິກກະພາບດີເຂົ້າຮ່ວມການປະກວດ Mister Global. ໃນປີນີ້, ຖືໄດ້ວ່າເປັນປີທໍາອິດໃນການຈັດການປະກວດ ເນື່ອງຈາກວ່າປີ 2019 ເຮົາຈັດການຄັດເລືອກຕາມຄວາມເໝາະສົມຜ່ານທາງຄ້າຍເພງ TK Entertainment, ຫຼັງຈາກນັ້ນຈຶ່ງໄດ້ຕົວແທນໜຸ່ມລາວໄປຮ່ວມການແຂ່ງຂັນທີ່ບາງກອກ ປະເທດໄທ.

May be an image of 1 person, standing, suit and text

ທ່ານ ອິນປັນ ບໍລິຫານ ຜູ້ອໍານວຍການກອງປະກວດ ເວທີ Mister Global Laos ໄດ້ໃຫ້ສໍາພາດກັບທີມຂ່າວບັນເທີງວ່າ: ໂຄງການປະກວດຊາຍງາມ ເປົ້າໝາຍຂອງເວທີ Mister Global Laos ແມ່ນເປັນເວທີທີ່ເປີດໂອກາດໃຫ້ໜຸ່ມລາວທີ່ມີຄວາມສາມາດສະເພາະຂອງໃຜລາວ ແລະ ໂດດເດັ່ນໃນລັກສະນະຂອງຕົນເອງ ໂດຍລວມແລ້ວບຸກຄົນດັ່ງກ່າວຕ້ອງມີມະນຸດສໍາພັນທີ່ດີກັບທຸກຄົນໃນສັງຄົມ ຕະຫຼອດຮອດເວລາເຂົ້າຮ່ວມການປະກວດໃນເວທີສາກົນ. ທັງນີ້ກໍເພື່ອໃຫ້ສອດຄ່ອງກັບເປົ້າໝາຍຂອງກອງປະກວດ ຄື: ເພື່ອຍົກລະດັບເວທີການປະກວດຜູ້ຊາຍລາວສູ່ຄວາມເປັນສາກົນ ພ້ອມທັງເຜີຍແຜ່ຄວາມຮູ້, ຄວາມສາມາດ, ຄວາມກ້າສະແດງອອກໃຫ້ປະເທດລາວເປັນທີ່ຮູ້ຈັກໃນລະດັບສາກົນ; ເພື່ອແລກປ່ຽນວັດທະນະທຳຜ່ານກິດຈະກຳທີ່ສ້າງສັນໃນເວທີສາກົນ ແລະ ສຸດທ້າຍແມ່ນເພື່ອເປັນການສົ່ງເສີມການໂຄສະນາການທ່ອງທ່ຽວລາວສູ່ສາຍຕາຊາວໂລກ.

May be an image of 1 person, standing, suit and wrist watch

ສໍາລັບຜູ້ທີ່ໄດ້ຮັບຕຳແໜ່ງແມ່ນຈະໄດ້ຊ່ວຍເຫຼືອສັງຄົມການຊ່ວຍເຫຼືອດັ່ງກ່າວເປັນໜຶ່ງໃນກິດຈະກຳທີ່ທາງບໍລິສັດ ເຈົ້າຂອງລິຂະສິດ Mister Global Laos ໄດ້ປະຕິບັດຕະຫຼອດມາ ກໍແມ່ນການລະດົມທຶນຊ່ວຍສະໜັບສະໜູນທາງດ້ານການສຶກສາ ໂດຍສະເພາະເຂດຫ່າງໄກສອກຫຼີກ, ດັ່ງນັ້ນກິດຈະກຳນີ້ ຜູ້ໄດ້ຮັບລາງວັນຊະນະເລີດກໍຈະໄດ້ຊ່ວຍເປັນກະບອກສຽງປະຊາສຳພັນເລື່ອງດັ່ງກ່າວ ນອກຈາກການປະຕິບັດໜ້າທີ່ຕາມເປົ້າໝາຍຂອງກອງປະກວດ.

May be an image of 1 person and standing

ຜູ້ທີ່ຈະໄດ້ຮັບຕໍາແໜ່ງຈາກເວທີ Mister Global Laos ທາງຄະນະກຳມະການແມ່ນວັດຈາກ ທໍາອິດແມ່ນການມີບຸກຄະລິກທີ່ໂດດເດັ່ນ, ມີມະນຸດສຳພັນດີ, ສາມາດສື່ສານໃນເວທີສາກົນໄດ້ ໂດຍສະເພາະໂຄສະນາປະຊາສໍາພັນຮີດຄອງປະເພນີ ແລະ ວັດທະນະທຳລາວ ເພື່ອດຶງດູດນັກທ່ອງທ່ຽວເຂົ້າມາລາວ ພາຍຫຼັງການເປີດປະເທດໃນໄວໆນີ້.

May be an image of 1 person, sitting, wrist watch and indoor

ການປະກວດໃນເວທີສາກົນຜ່ານມາແມ່ນເຄີຍໄດ້ສົ່ງໄປຄົນທຳອິດ ໃນປີ 2019, ນ້ອງ ກຽງໄກ ຊວ້ານສວນດາວ ເຊິ່ງໄດ້ຮັບລາງວັນ Best Charming Smile Award ມາໃຫ້ປະເທດລາວໄດ້ຊື່ນໃຈ, ເຊິ່ງລາງວັນດັ່ງກ່າວມອບໃຫ້ຜູ້ທີ່ມີຮອຍຍິ້ມທີ່ໜ້າປະທັບໃຈບວກກັບຄວາມເປັນມິດກັບທຸກຄົນຕະຫຼອດໄລຍະຂອງການປະກວດ.

ປັດຈຸບັນທາງກອງປະກວດ ກໍໄດ້ເປີດຮັບສະໝັກແລ້ວ ເຊິ່ງເປັນໂອກາດດີສຳລັບໜຸ່ມລາວທີ່ມີຄວາມໝັ້ນໃຈ ແລະ ກ້າສະແດງອອກໃນຄວາມເປັນຕົວຕົນຂອງຕົນເອງ ຫຼື ຖ້າຂາດ ຄວາມໝັ້ນໃຈ ກອງປະກວດຈະຊ່ວຍໄດ້ແນ່ນອນ ດ້ວຍປະສົບການຂອງທີມງານທີ່ມີປະສົບການຫຼາຍກວ່າ 10 ປີໃນວົງການບັນເທີງ ມາສະໝັກກັນຫຼາຍໆເດີ ສາມາດສົ່ງຂໍ້ມູນໃຫ້ ທາງ Inbox Page Mister Global Laos ໄດ້.