“ ຄວາມສໍາເລັດເລີ່ມຕົ້ນຈາກຕົວເຮົາເອງ ” ສາວນ້ອຍໄວໃສ ສຸພະວັນ ຕຸລາຄົມ

506

ພາສ່ອງສາວນ້ອຍໄວໃສ ຜູ້ບໍ່ຍອມແພ້ໃນການຕາມຫາ ຄວາມຝັນ ສຸພະວັນ ຕຸລາຄົມ ຫຼື ເອ MTL113 ຜູ້ເຂົ້າປະກວດ Miss Teen Laos 2021 ປັດຈຸບັນອາຍຸ 18 ປີ ສູງ 170 ຊັງຕີແມັດ ຈາກນະຄອນຫຼວງວຽງຈັນ ກຳລັງຮຽນຢູ່ຊັ້ນ ມ 7 ນ້ອງເອ ເຄີຍປະກວດເວທີ Miss Teen Laos 2019 ຜ່ານມາແລ້ວ ແຕ່ບໍ່ປະສົບຜົນສຳເລັດໄດ້ເຂົ້າຮອບພຽງແຕ່ຮອບ 20 ຄົນ, ດັ່ງນັ້ນຈຶ່ງເຮັດໃຫ້ນ້ອງຕັດສິນໃຈກັບມາປະກວດອີກຄັ້ງໃນປີນີ້ ເພື່ອຕາມຫາຄວາມຝັນຂອງຕົນເອງ ບໍ່ພຽງເທົ່ານັ້ນນ້ອງເຄີຍລົງປະກວດ TKK Supermodel Contest 2020 ໄດ້ລາງວັນຊະນະເລີດອັນດັບ 1 ມາແລ້ວ.

May be a closeup of 1 person

ນ້ອງເອ ໄດ້ໃຫ້ສໍາພາດວ່າ: ນ້ອງມີຄະຕິປະຈຳໃຈຂອງຕົນເອງຢູ່ຄື “ ຄວາມສຳເລັດ ເລີ່ມຕົ້ນຈາກຕົວເຮົາເອງ ”, ສະນັ້ນຈຶ່ງເຮັດໃຫ້ນ້ອງຕັ້ງໃຈ ພະຍາຍາມ ເພື່ອຈະຕາມຫາຄວາມຝັນ ແລະ ຈະເຮັດຄວາມຝັນນັ້ນໃຫ້ປະສົບຜົນສໍາເລັດໃນສິ່ງທີ່ຕົນເອງຕັ້ງໃຈໄວ້ໃຫ້ໄດ້ ຖ້ານ້ອງໄດ້ເປັນຕົວແທນຂອງລາວໃນເວທີສາກົນ ນ້ອງຈະສະແດງສັກກະຍະພາບຂອງຕົວເອງໃຫ້ທຸກຄົນໄດ້ເຫັນເຖິງຄວາມເປັນລາວ ຜ່ານຕົວຕົນຂອງນ້ອງສື່ໃຫ້ບັນດາປະເທດໄດ້ຮູ້ ບໍ່ວ່າຈະເປັນການນຸ່ງຖື, ການເວົ້າຈາ, ມາລະຍາດອັນອ່ອນນ້ອມຖ່ອມຕົນ ແລະ ນ້ອງໃຫ້ຄຳໝັ້ນສັນຍາວ່າຈະພະຍາຍາມເຮັດໃຫ້ເຕັມທີ່ໃຫ້ດີທີ່ສຸດ.

May be an image of 1 person, standing and indoor

ສໍາລັບຈຸດເດັ່ນຂອງນ້ອງທີ່ມີ ນ້ອງຄິດວ່າການເປັນຄົນທີ່ສົດໃສ, ອົດທົນຕໍ່ອຸປະສັກທີ່ເຂົ້າມາ, ບໍ່ຍອມທໍ້ຖອຍຕໍ່ຄວາມຝັນຂອງຕົວເອງທີ່ຕັ້ງໄວ້ ດ້ວຍການເດີນຕາມຄວາມຝັນ ແລະ ມີຈິດໃຈທີ່ໜັກແໜ້ນ ແລະ ສິ່ງນີ້ເອງຈະເປັນສິ່ງທີ່ຈະສະແດງອອກໃຫ້ທຸກຄົນໄດ້ເຫັນ ເພື່ອເອົາຊະນະໃຈຄະນະກຳມະການໃນການປະກວດຄັ້ງນີ້ ສ່ວນການກຽມຕົວກ່ອນເຂົ້າປະກວດ ນ້ອງໄດ້ກຽມຕົວຢ່າງໜັກເລີຍ ບໍ່ວ່າຈະເປັນການຍ່າງ, ການຕອບຄຳຖາມ, ເລື່ອງຂອງບຸກຄະລິກກະພາບຕ່າງໆ ແລະ ການອອກກຳລັງກາຍ ເພື່ອໃຫ້ມີສຸຂະພາບທີ່ດີ ແລະ ຮູບຮ່າງທີ່ສວຍງາມ, ນອກຈາກນີ້ ນ້ອງໄດ້ຮຽນການຕອບຄຳຖາມ, ຮຽນການເວົ້າໃນທຸກໆມື້ ເພາະນ້ອງເປັນຄົນເວົ້າບໍ່ເກັ່ງ ແຕ່ນ້ອງກໍພະຍາຍາມປັບປ່ຽນ ເພື່ອຈະໃຫ້ໄປເຖິງເປົ້າໝາຍຂອງຕົນທີ່ຕັ້ງໄວ້.

May be an image of 1 person

ກິດຈະກຳໃນຍາມວ່າງຂອງນ້ອງແມ່ນການອອກກຳລັງກາຍ, ຫຼິ້ນກີລາ, ຝຶກຊ້ອມຟ້ອນ ແລະ ຝຶກຊ້ອມເດີນແບບຢູ່ເລື້ອຍໆ. ສຸດທ້າຍນີ້ນ້ອງຢາກຝາກໃຫ້ທຸກຄົນຊ່ວຍເຊຍ ແລະ ເປັນກຳລັງໃຫ້ນ້ອງໃນການປະກວດ Miss Teen Laos 2021 ທີ່ກຳລັງຈະຈັດຂຶ້ນໃນໄວໆນີ້ ແລະ ຝາກຕິດຕາມຜົນງານນ້ອງໄດ້ເລື້ອຍໆ ບໍ່ວ່າຈະເປັນການຖ່າຍແບບ ແລະ ງານເດີນແບບຕ່າງໆ.

May be a closeup of 1 person

ຮູບ: Aey Souphavanh Toulakhome