ເອ ສຸພະວັນ ໜຶ່ງຜູ້ເຂົ້າປະກວດທີ່ໜ້າຕິດຕາມ ໃນ Miss Teen Laos 2021

852

ພາສ່ອງ ສາວນ້ອຍໄວໃສ ຜູ້ບໍ່ຍອມແພ້ໃນການຕາມຫາຄວາມຝັນ ສຸພະວັນ ຕຸລາຄົມ ຫລື ເອ MTL113 ຜູ້ເຂົ້າປະກວດ Miss Teen Laos 2021 ປັດຈຸບັນ ອາຍຸ 18ປີ ສູງ 170 ຊັງຕີແມັດ ຈາກນະຄອນຫຼວງວຽງຈັນ ກຳລັງຮຽນຢູ້ຊັ້ນ ມ.7  ນ້ອງເອ ເຄີຍປະກວດເວທີ Miss Teen Laos 2019 ຜ່ານມາແລ້ວ ແຕ່ບໍ່ປະສົບຜົນສຳເລັດ ໄດ້ເຂົ້າຮອບພຽງແຕ່ຮອບ 20ຄົນ ດັ່ງນັ້ນ ຈື່ງເຮັດໃຫ້ນ້ອງຕັດສີນໃຈກັບມາປະກວດອີກຄັ້ງໃນປີນີ້ ເພື່ອຕາມຫາຄວາມຝັນ ຂອງຕົນເອງ ບໍ່ພຽງເທົ່ານັ້ນນ້ອງເຄີຍລົງປະກວດ TKK Supermodel Contest 2020 ໄດ້ລາງວັນຊະນະເລີດອັນດັບ1 ມາແລ້ວ.

ນ້ອງເອ ໄດ້ໃຫ້ສໍາພາດວ່າ: ນ້ອງມີຄະຕິປະຈຳໃຈຂອງຕົນເອງຢູ່ຄື ‘’ ຄວາມສຳເລັດ ເລີ່ມຕົ້ນຈາກຕົວເຮົາເອງ ’’ ສະນັ້ນຈຶ່ງເຮັດໃຫ້ນ້ອງຕັ້ງໃຈ ພະຍາຍາມ ເພື່ອຈະຕາມຫາຄວາມຝັນ ແລະ ຈະເຮັດຄວາມຝັນນັ້ນໃຫ້ປະສົບຜົນສໍາເລັດໃນສິ່ງທີ່ຕົນເອງຕັ້ງໃຈໄວ້ໃຫ້ໄດ້ ຖ້ານ້ອງໄດ້ເປັນຕົວແທນຂອງລາວໃນເວທີສາກົນ ນ້ອງຈະໂຊສັກກະຍະພາບຂອງຕົນເອງໃຫ້ທຸກຄົນໄດ້ເຫັນເຖິງຄວາມເປັນລາວ ຜ່ານໂຕຕົນຂອງນ້ອງສື່ໃຫ້ບັນດາປະເທດໄດ້ຮູ້ ບໍ່ວ່າຈະເປັນການນຸ່ງຖື, ການເວົ້າຈາ, ມາລະຍາດອັນອ່ອນນ້ອມຖ່ອມຕົນ ແລະ ນ້ອງໃຫ້ຄຳໝັ້ນສັນຍາວ່າຈະພະຍາຍາມເຮັດໃຫ້ເຕັມທີ່ໃຫ້ດີທີ່ສຸດ.

ສໍາລັບ ຈຸດເດັ່ນຂອງນ້ອງທີ່ມີ ນ້ອງຄິດວ່າການເປັນຄົນທີ່ສົດໃສ, ອົດທົນຕໍ່ອຸປະສັກທີ່ເຂົ້າມາ, ບໍ່ຍອມທໍ້ຖອຍຕໍ່ຄວາມຝັນຂອງໂຕເອງທີ່ຕັ້ງໄວ້ ດ້ວຍການເດີນຕາມຄວາມຝັນ ແລະ ມີຈິດໃຈທີ່ໜັກແໜ້ນ ແລະ ສິ່ງນີ້ເອງຈະເປັນສິ່ງທີ່ຈະສະແດງອອກໃຫ້ທຸກຄົນໄດ້ເຫັນ ເພື່ອເອົາຊະນະໃຈຄະນະກຳມະການໃນການປະກວດຄັ້ງນີ້ ສ່ວນການກຽມຕົວກ່ອນເຂົ້າປະກວດ ນ້ອງໄດ້ກຽມໂຕຢ່າງໜັກເລີຍ ບໍ່ວ່າຈະເປັນການຍ່າງ, ການຕອບຄຳຖາມ, ເລື່ອງຂອງບຸກຄະລິກກະພາບຕ່າງໆ ແລະ ການອອກກຳລັງກາຍ ເພື່ອໃຫ້ມີສຸຂະພາບທີ່ດີ ແລະ ຮູບຮ່າງທີ່ສວຍງາມ  ນອກຈາກນີ້ ນ້ອງໄດ້ຮຽນການຕອບຄຳຖາມ, ຮຽນການເວົ້າໃນທຸກໆມື້ ເພາະນ້ອງເປັນຄົນເວົ້າບໍ່ເກັ່ງ ແຕ່ນ້ອງກໍພະຍາຍາມປັບປ່ຽນ ເພື່ອຈະໃຫ້ໄປເຖິງເປົ້າໝາຍຂອງຕົນທີ່ຕັ້ງໄວ້.

ກິດຈະກຳໃນຍາມວ່າງຂອງນ້ອງແມ່ນການອອກກຳລັງກາຍ, ໄປຫຼີ້ນກິລາ, ຊ້ອມຟ້ອນ ແລະ ຊ້ອມເດີນແບບຢູ່ເລື້ອຍໆ ສຸດທ້າຍນີ້ ນ້ອງຢາກຝາກໃຫ້ທຸກຄົນຊ່ວຍເຊຍ ແລະ ເປັນກຳລັງໃຫ້ນ້ອງ ໃນການປະກວດ Miss Teen Laos 2021 ທີ່ກຳລັງຈະຈັດຂື້ນໃນໄວ້ໆນີ້ ແລະ ຝາກຕິດຕາມຜົນງານນ້ອງໄດ້ເລື້ອຍໆບໍ່ວ່າຈະເປັນການຖ່າຍແບບ ແລະ ງານເດີນແບບຕ່າງໆ.