ເປັນຂ່າວດີສຸດໃນຮອບອາທິດ ມື້ນີ້ຕິດເຊື້ອໃໝ່ພຽງ 1 ດຽວ

530

ທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ປະຈໍາວັນທີ 17 ມີຖຸນາ ປີ 2021 ໃຫ້ຮູ້ວ່າ ມາຮອດປະຈຸບັນລາວເຮົາມີຜູ້ຕິດເຊື້ອ ສະສົມທັງຫມົດ 2.034 ຄົນ (ໃຫມ່ 1), ຜູ້ເສຍຊີວິດສະສົມທັງຫມົດ 3 ຄົນ (ໃຫມ່ 00 ), ປິ່ນປົວດີແລ້ວ 1.824 ຄົນ (ໃຫມ່ 14 ຄົນ), ຍັງຕິດຕາມປິ່ນປົວທົ່ວປະເທດ 107ຄົນ.

ກ່ຽວກັບກໍລະນີຕິດເຊື້ອໃຫມ່ 1 ຄົນ ນັ້ນເປັນເພດຊາຍ, ອາຍຸ 24 ປີ, ອາຊີບ ກໍາມະກອນ, ບໍ່ມີພະຍາດປະຈໍາໂຕຫຍັງ ບ້ານຢູ່ປະຈຸບັນ ບ້ານຫນອງດວງໃຕ້, ເມືອງສີໂຄດຕະບອງ, ນະຄອນຫລວງ ຜູ້ກ່ຽວເປັນກຸ່ມສຳຜັດໃກ້ຊິດ (C1) ກັບຜູ້ຕິດເຊື້ອເກົ່າ – ໃນວັນທີ 18/05/2021 ໄດ້ຮັບການສັກຢາວັກຊິນ Sinopharm ” ຜູ້ກ່ຽວບໍ່ມີອາການສະແດງອອກ ມາຮອດວັນທີ 15/06/2021 ໄດ້ເກັບຕົວຢ່າງເພື່ອກວດຫາເຊື້ອພະຍາດໂຕວິດ-19 ວັນທີ 16/06/2021 ແມ່ນຜົນກວດພົບເຊື້ອ .

ການເຄື່ອນໄຫວຂອງຜູ້ກ່ຽວ – ວັນທີ 02-06/06/2021; ຜູ້ກ່ຽວບໍ່ໄດ້ໄປໃສ, ວັນທີ 07/06/2021 ເວລາ 17:00 ໂມງ ຜູ້ກ່ຽວ ໄດ້ອອກໄປຊື້ຂອງກິນສຸກ ຢູ່ຕະຫລາດຫນອງດ້ວງແລ້ວກັບບ້ານ
– ວັນທີ 8 ມິຖຸນາ 2021ເວລາ 07:30-08:00 ໂມງ: ຜູ້ກ່ຽວ ໄດ້ອອກໄປຊື້ນ້ໍາຫມາກໄມ້ ຂ້າງຕະຫລາດຫນອງດ້ວງ ເວລາ 09:00-11:00 ໂມງ: ຜູ້ກ່ຽວ ໄດ້ໄປຫາຫມູ່ ກໍລະນີທີຕິດເຊື້ອນໍາ) ຢູ່ເກົ້າລ້ຽວ ແລ້ວກໍ່ກັບບ້ານ
– ວັນທີ 10-12/06/2021: ຢູ່ບ້ານ
ວັນທີ 13-14/06/2021; ບໍ່ໄດ້ໄປໃສ່ຢູ່ບ້ານຍ້ອນວ່າຫມູ່ ທີ່ໄປຫາຢູ່ເກົ້າລ້ຽວໃນວັນທີ 8/6/2021 ຕິດເຊື້ອແລ້ວແຈ້ງມາບອກ


ວັນທີ 15/06/2021: ຜູ້ກ່ຽວ ແລະ ເມຍ ໄປເກັບຕົວຢ່າງ ສໍາລັບ ພໍ່ກັບແມ່ ຍັງບໍ່ທັນເກັບຕົວຢ່າງເທື່ອ (ສະມາຊິກໃນຄອບຄົວມີທັງຫນົດ 04 ຄົນລວມທັງຜູ້ກ່ຽວ) – ວັນທີ 16/06/2021 ຜົນກວດແມ່ນພົບເຊື້ອ.

ທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ກ່າວອີກວ່າ ສະພາບການລະບາດຂອງພະຍາດ ໂຄວິດ-19 ຮອບທີ 2 ໃນປະເທດເຮົາ ແມ່ນເລີ່ມແຕ່ກາງເດືອນ ເມສາ 2021 ເຊິ່ງແມ່ນການລະບາດໃນຊຸມຊົນມີຈຸດເລີ່ມຈາກ ນະຄອນ ຫຼວງ ວຽງ ຈັນ ແລະ ແຜ່ຂະຫຍາຍໄປຫາຫຼາຍແຂວງທົ່ວປະເທດ ຈາກນັ້ນກໍມີການ ລາຍງານຕົວເລກຜູ້ຕິດເຊື້ອໃຫມ່ເປັນປະຈໍາໃນແຕ່ລະວັນ ຈາກບັນດາແຂວງ ແລະ ນະຄອນຫຼວງ ວຽງຈັນ

ມາຮອດປະຈຸບັນເຫັນວ່າຕົວເລກການລາຍງານຜູ້ຕິດເຊື້ອໃຫມ່ຈາກບັນດາແຂວງ ລວມ ທັງນະຄອນ ຫຼວງ ແມ່ນມີຈໍານວນຫຼຸດລົງ ຍັງສັງເກດເຫັນວ່າ ຄົນໃນສັງຄົມ ຍັງມີການໄປມາຫາສູ່ລະຫວ່າງຍາດຕິພີ່ນ້ອງ, ຫມູ່ເພື່ອນ, ແລະມີການຊຸມແຊວສັງສັນກັນ ເຮັດໃຫ້ມີສະພາບການລະບາດເປັນຈຸ້ມໃນຄອບຕົວ, ຍາດຕິພີ່ນ້ອງ ແລະ ຫມູ່ຄູ່ ຍ້ອນວ່າຜູ້ ສໍາພັດໃກ້ຊິດ ແລະ ກຸ່ມຄົນທີ່ສ່ຽງ ຍັງມີການລັງເລ ບໍ່ໄປກວດຊອກຫາ ເຊື້ອ ພະຍາດ COVID-10 ແລະຍັງພົວພັນກັບ ຄົນອ້ອມຂ້າງ ແລະສືບຕໍ່ ເຄື່ອນໄຫວປົກກະຕິໃນ ສັງຕົ້ມ ຈົນກວ່າຕົນເອງມີອາການສະແດງຈຶ່ງໄປກວດ ຊອກຫາ ເຊື້ອພະຍາດ coVD-10 ແລະ ເປັນຜົນບວກ .


ດັ່ງນັ້ນ ຈຶ່ງຂໍໃຫ້ທຸກທ່ານ ເອົາໃຈໃສ່ ແລະ ເປັນເຈົ້າການນໍາກັນ ຖ້າທ່ານເປັນຜູ້ທີ່ສໍາພັດໃກ້ຊິດ
ຫຼື ເປັນຜູ້ທີ່ມີຄວາມສ່ຽງ ຂໍໃຫ້ຮີບຮ້ອນໄປເກັບຕົວຢ່າງກວດຫາເຊື້ອພະຍາດໂຄວີດ 19 ພ້ອມ ທັງ ແຍກໂຕອອກຈາກ ຄົນໃກ້ຊິດ ໂດຍທັນທີ ແລະ ຢຸດການ ເຄື່ອນໄຫວຂອງຕົນເອງ ໃນ ສັງຄົມ ເປັນເວລາ 14ມື້ ເຖິງແມ່ນວ່າຜົນກວດເປັນ (-) ກໍ່ແມ່ນໃຫ້ສືບຕໍ່ຈໍາກັດບໍລິເວນຕົ້ນເອງ ຈົນຄົບກໍານນິຕ ເພື່ອເປັນການ ຮັບປະ ກັນ ວ່າຖ້າເຮົາເປັນຜູ້ ຕິດເຊື້ອກໍ່ບໍ່ໄດ້ໄປແຜ່ເຊື້ອຕໍ່ໃສ່ຜູ້ອື່ນ.