ຢາກນຳເອົາສະເໜ່ຄວາມເປັນລາວໄປເຜີຍແຜ່ໃນເວທີສາກົນ ສົມແພງ ລາວເຊີງ

763

ສົ່ງໃຈເຊຍໜຸ່ມຫຼໍ່ໜ້າຕາເກົາຫຼີ ຕິດທັອບ 20 ຫຼື ນີ້ຈະເປັນມ້າມືດອີກໜຶ່ງຄົນກັບເວທີທໍາອິດຂອງການເຂົ້າປະກວດເວທີ Mister international Laos 2021 ສົມແພງ ລາວເຊີງ ຫຼື ອາສຸນ ອາຍຸ 23 ປີ ມາຈາກເມືອງຍອດອູ ແຂວງ ຜົ້ງສາລີ ປັດຈຸບັນເຮັດວຽກຢູ່ກຸ່ມບໍລິສັດວຽງຈັນແມ່ຂອງ.

May be an image of 1 person, sitting and indoor

ອາສຸນ ຍັງບໍ່ເຄີຍໄດ້ເຂົ້າຮ່ວມປະກວດເວທີໃດມາກ່ອນ, ເວົ້າເລື່ອງການປະກວດແລ້ວແມ່ນມີຄວາມໃຝ່ຝັນມາແຕ່ນ້ອຍ, ສະນັ້ນນ້ອງເອງຈຶ່ງຕັດສິນໃຈມາລອງເຮັດໃນສິ່ງທີ່ມັກ ແລະ ໃຝ່ຝັນໄວ້ ທີ່ເຮັດໃຫ້ຕັດສິນໃຈເຂົ້າມາປະກວດຄັ້ງນີ້ ກໍຢາກຈະເປັນຄົນໜຶ່ງຂອງຄອບຄົວ mister international Laos 2021 ແລະ ອີກເຫດຜົນຫຼັກອັນໜຶ່ງຂອງນ້ອງແມ່ນຢາກເປັນຕົວແທນຂອງໄວໜຸ່ມລາວທີ່ຈະນຳເອົາຂະໜົບທຳນຽມຮີດຄອງປະເພນີທີ່ເປັນເອກະລັກຂອງລາວ ເຊິ່ງເຕັມໄປດ້ວຍມົນສະເໜ່ໄປເຜີຍແຜ່ຢູ່ໃນເວທີສາກົນ ເພື່ອໃຫ້ຄົນທັງໂລກຮັບຮູ້ວ່າປະເທດລາວເຮົາມີວັດທະນະທຳທີ່ສວຍງາມ ແລະ ລໍ້າຄ່າທີ່ຕ່າງຈາກປະເທດອື່ນໃນໂລກ.

ສໍາລັບຄຳຄົມ ຫຼື ຄະຕິປະຈຳໃຈຂອງນ້ອງແມ່ນ “ ທຸກໆອຸປະສັກຍ່ອມມີທາງອອກສະເໝີ ” ແລະ ຖ້າຫາກໄດ້ເປັນຕົວແທນໄວໜຸ່ມລາວໄປປະກວດຢູ່ເວທີສາກົນແລ້ວ ນ້ອງເອງຈະຖືໂອກາດນີ້ນຳເອົາຮີດຄອງປະເພນີອັນດີງາມຂອງລາວໄປສູ່ເວທີສາກົນ ເພາະວ່າຄົນລາວເຮົາເປັນຊາດທີ່ຮັກສາວັດທະນະທຳໄດ້ດີ ແລະ ນ້ອງເອງພູມໃຈຢ່າງຍິ່ງທີ່ໄດ້ເກີດເປັນຄົນລາວ.

May be an image of 1 person, standing and indoor

ສິ່ງທີ່ນ້ອງຄິດວ່າຈະສາມາດເອົາຊະນະໃຈຄະນະກໍາມະການໄດ້ ນ້ອງເອງເຊື່ອວ່າແຕ່ລະຄົນມີຈຸດເດັ່ນທີ່ແຕກຕ່າງກັນທີ່ຈະຈູງໃຈ ແລະ ຊະນະໃຈກຳມະການໄດ້ ແຕ່ສຳລັບນ້ອງແລ້ວນ້ອງຄິດວ່າສິ່ງໜຶ່ງທີ່ຈະຊະນະໃຈກຳມະການໄດ້ນັ້ນ ກໍຄືການທີ່ຕອບຄຳຖາມຖືກໃຈກຳມະການ ແລະ ການເດີນແບບຂອງນ້ອງ.

ໃນໄລຍະຂອງການກຽມຕົວນີ້ ນ້ອງເອງກໍພະຍາຍາມຟິດຫຸ່ນ, ເດີ່ນແບບ, ຖ່າຍແບບ ສິ່ງສຳຄັນກວ່ານີ້ກໍພະຍາຍາມຖອດຖອນບົດຮຽນປະສົບການນຳຮຸ່ນອ້າຍ. ສໍາລັບກິດຈະກຳຍາມວ່າງມັກອອກໄປຟິດເນັດນຳໝູ່ ອາທິດລະ 4 – 5 ເທື່ອ, ສອນຟິດເນັດ ແລະ ສອນພາສາຈີນໃຫ້ກັບນ້ອງໆຜູ້ທີ່ສົນໃຈຮຽນພາສາຈີນ ແລະ ພິເສດ ສໍາລັບໄລຍະນີ້ແມ່ນນ້ອງກໍໄດ້ຮັບຖ່າຍ MV ຈີນ ແລະ ຖ່າຍແບບ ຈະເປັນແນວໃດກໍຝາກຕິດຕາມ, ເຊຍແດ່ເດີ ສໍາລັບຊ່ອງທາງໃນການຕິດຕາມແມ່ນເຟສບຸ໊ກສ່ວນຕົວ陈顺 ( A soun VL ) ແລະ IG: a soun_vl.

ຮູບ: 陈顺 (A soun VL