ຄືນນີ້ບໍ່ງ່າຍສໍາລັບ ແອັດສະປາຍ ຂາດ ບຸສເກັດ ຕິດໂຄວິດຮັບມື ຊູແອັດ ສະຖິຕິພົບເຄີຍເສຍເຖິງ 3 ຄັ້ງ

399

ໄປເບິ່ງຄວາມພ້ອມຂອງການແຂ່ງຂັນບານເຕະ ຢູໂຣ 2020 ຮອບແບ່ງກຸ່ມໆ E ນັດລະຫວ່າງ ທີມຊາດແອັດສະປາຍ ອະດີດແຊັມ 3 ສະໄໝ ຈະພົບກັບ ຊູແອັດ ( ສະວີເດັນ ) ທີ່ສະໜາມລາຄາຕູຊາ ເມືອງເຊບີຢາ ປະເທດແອັດສະປາຍ ໃນວັນທີ 14 ມິຖຸນາ 2021 ( ກົງກັບເວລາໃນບ້ານເຮົາ 2:00 ໂມງຂອງວັນທີ 15 ມິຖຸນາ ).

ເລີ່ມກັນທີ່ເລື່ອງເຈັບຫົວຂອງ ຫຼຸຍສ໌ ເອັນຣິເກ ຜູ້ຈັດການທີມຊາດແອັດສະປາຍ ເນື່ອງຈາກ ເຊຄິໂອ ບຸສເກັດ ກອງກາງຕົວສໍາຄັນ ຕິດເຊື້ອໂຄວິດ-19, ແຕ່ກໍມີຂ່າວກີ ດິເອໂກ ຢໍເຣນເຕ ມີຜົນກວດເປັນລົບແລ້ວ ສາມາດກັບມາແຂ່ງຂັນໄດ້ ເຊິ່ງຄາດວ່າຈະໃຊ້ ໂຣດີ້ ແທນ ບຸສເກັດ ປະສານງານຮ່ວມກັບ ຕິອາໂກ ອັລຄັນທາຣາ ແລະ ໂກເກ້ ໂດຍກອງໜ້າກໍມີ ເກຣາດ ໂມເຣໂນ, ເຟີຣານ ຕໍຣີເຣສ ແລະ ອັລບາໂຣ ໂມຣາຕາ.

ສ່ວນ ຢານເນ ແອນເດີສັນ ຜູ້ຈັດການທີມຂອງຊູແອັດ ຈະຍັງບໍ່ສາມາດ ໃຊ້ ຊະລາຕັນ ອິບຣາຮິໂມວິຊ ກອງໜ້າຕົວປະສົບການເນື່ອງຈາກຍັງມີອາການບາເຈັບບໍ່ສາມາດເຂົ້າຮ່ວມລາຍການນີ້ໄດ້ ແຕ່ກໍມີ ອິເລັກຊານເດີ ອິຊັກ ກັບ ມາຄັສ ເບິກ, ສ່ວນກາງມີ ເຊບາສຕຽນ ລາສສັນ, ອັລບິນ ເອັກດັລ, ມິລ ຟອສເບິກ ແລະ ຄຣິສຕອຟເຟີ ໂອລສັນ ເປັນຕົ້ນ.

+ສະຖິຕິການພົບກັບທັງໝົດ 15 ຄັ້ງ (ເຊິ່ງ 2 ນັດຫຼັງສຸດ ສະເໝີກັນ 1-1 ໃນຮອບຄັດເລືອກ ຢູໂຣ 2020 ແລະ ໃນ ຢູໂຣ 2008 ສະເປນ ບຽດຊະນະ 2-1 ) ມີດັ່ງນີ້:
-ສະເປນ ຊະນະ 7
-ຊູແອັດ ຊະນະ 3
-ສະເໝີ 5