ການພັດທະນາການເຂົ້າຮ່ວມການແຂ່ງຂັນ ລະດັບຊາດ, ອະນຸພາກພື້ນ, ພາກພື້ນ ແລະ ສາກົນ

1146

ມື້ນີ້ທີມງານໜັງສືພິມເສດຖະກິດ-ການຄ້າ ສືບຕໍ່ນຳເອົາກົດໝາຍວ່າດ້ວຍກິລາ-ກາຍຍະກໍາ ສະບັບປັບປຸງ ມານຳສະເໜີໃນຫົວຂໍ້ ການພັດທະນາການເຂົ້າຮ່ວມການແຂ່ງຂັນ ກິລາ-ກາຍຍະກໍາ ລະດັບຊາດ, ອະນຸພາກພື້ນ, ພາກພື້ນ ແລະ ສາກົນ.

ພາກທີ III ການພັດທະນາກິລາ-ກາຍຍະກໍາ
+ຫມວດທີ 4 ການພັດທະນາການເຂົ້າຮ່ວມການແຂ່ງຂັນ ກິລາ-ກາຍຍະກໍາ ລະດັບຊາດ, ອະນຸພາກພື້ນ, ພາກພື້ນ ແລະ ສາກົນ
-ມາດຕາ 49 (ປັບປຸງ) ການພັດທະນາການເຂົ້າຮ່ວມການແຂ່ງຂັນ
ການພັດທະນາການເຂົ້າຮ່ວມການແຂ່ງຂັນກິລາ-ກາຍຍະກໍາລະດັບຊາດ, ອະນຸພາກພື້ນ, ພາກພື້ນ ແລະ ສາກົນ ໃຫ້ປະຕິບັດຕາມຂັ້ນຕອນ ດັ່ງນີ້:
1. ການວາງເເຜນ

2. ການຄັດເລືອກ
3. ການບໍາລຸງ, ຝຶກແອບ ແລະ ຝຶກຊ້ອມ
4. ການທົດສອບ
5. ການເຂົ້າຮ່ວມການແຂ່ງຂັນ
6. ການສະຫຼຸບ, ຍ້ອງຍໍ ແລະ ໃຫ້ລາງວັນ

-ມາດຕາ 50 (ປັບປຸງ) ການວາງແຜນ
ການວາງແຜນ ແມ່ນ ການກະກຽມຄວາມພ້ອມຮອບດ້ານ ດ້ວຍການຄັດເລືອກ, ເຕົ້າໂຮມ, ບໍາລຸງ, ຝຶກແອບ, ຝຶກຊ້ອມ ແລະ ທົດສອບນັກກິລາ-ກາຍຍະກໍາ ພ້ອມທັງການກະກຽມບຸກຄະລາກອນອື່ນ, ສະຖານທີ່, ພາຫະນະ, ວັດຖຸປະກອນ ແລະ ງົບປະມານຮັບໃຊ້ ເພື່ອເຮັດໃຫ້ການເຂົ້າຮ່ວມການແຂ່ງຂັນມີປະ ສິດທິຜົນ.
-ມາດຕາ 51 (ປັບປຸງ) ການຄັດເລືອກ
ການຄັດເລືອກນັກກິລາ-ກາຍຍະກໍາ ຕ້ອງດໍາເນີນຕາມຫຼັກການ, ມາດຕະຖານ, ວິທະຍາສາດ, ຄວາມສາມາດຕົວຈິງ, ຍຸຕິທໍາ, ໂປ່ງໃສ ແລະ ສາມາດກວດສອບໄດ້ ເພື່ອໃຫ້ໄດ້ນັກກິລາ-ກາຍຍະກໍາ ຜູ້ທີ່ມີຄຸນສົມບັດ, ມີພອນສະຫວັນ, ມີລະບຽບວິໄນ, ມີຄວາມສາມາດ, ມີຄວາມແຂງແຮງ, ມີປະສົບການ ແລະ ເຕົ້າໂຮມເຂົ້າສຸນໃຫ້ທັນເວລາ.

-ມາດຕາ 52 (ປັບປຸງ) ການບໍາລຸງ, ຝຶກແອບ ແລະ ຝຶກຊ້ອມ
ການບໍາລຸງ, ຝຶກແອບ ແລະ ຝຶກຊ້ອມນັກກີລາ-ກາຍຍະກໍາ ໃຫ້ປະຕິບັດຕາມແຜນການເຂົ້າ ຮ່ວມການແຂ່ງຂັນ, ຝຶກແອບ, ຝຶກຊ້ອມ ໂດຍອີງໃສ່ຈຸດພິເສດຂອງນັກກີລາ-ກາຍຍະກໍາ ແລະ ຄູ່ແຂ່ງຂັນເພື່ອ ໃຫ້ສາມາດຍາດໄດ້ໄຊຊະນະ.
-ມາດຕາ 53 (ປັບປຸງ) ການທົດສອບ
ການທົດສອບນັກກີລາ-ກາຍຍະກໍາ ແມ່ນ ການກວດກາ, ແຂ່ງຂັນ ເພື່ອປະເມີນຜົນດ້ານ ຄວາມຮູ້, ຄວາມສາມາດຂອງນັກກີລາ-ກາຍຍະກໍາ ກ່ຽວກັບເຕັກນິກ, ຍຸດທະວິທີ, ພະລະກໍາລັງ ແນໃສ່ເສີມ ສ້າງ ແລະ ປັບປຸງຄຸນນະພາບ ຂອງນັກກິລາ-ກາຍຍະກໍາ ກ່ອນເຂົ້າຮ່ວມການແຂ່ງຂັນ.

-ມາດຕາ 54 ການເຂົ້າຮ່ວມການແຂ່ງຂັນ
ນັກກິລາ-ກາຍຍະກໍາ, ຄູຝຶກ, ຜູ້ບໍລິຫານການກິລາ ຕ້ອງໄດ້ຍົກສູງນ້ໍາໃຈຮັກຊາດ, ຄວາມຮັບຜິດ ຊອບ, ຄວາມເສຍສະລະ, ຄວາມກ້າຫານ, ຄວາມອົດທົນ, ສຸມທຸກສະຕິປັນຍາ ແລະ ທຸ່ມເທທຸກກໍາລັງວັງຊາ ເຂົ້າໃນການແຂ່ງຂັນ ແນໃສ່ໃຫ້ສາມາດຍາດໄດ້ໄຊຊະນະ ແລະ ກຽດຊື່ສຽງ.
ມາດຕາ 55 ການສະຫຼຸບ, ຍ້ອງຍໍ ແລະ ໃຫ້ລາງວັນ
ຜ່ານການເຂົ້າຮ່ວມການແຂ່ງຂັນແຕ່ລະຄັ້ງ ຕ້ອງມີການສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນ, ຜູ້ ໄດ້ຮັບໄຊຊະນະ ນອກຈາກລາງວັນທີ່ໄດ້ຮັບຈາກການແຂ່ງຂັນແລ້ວ ຍັງຈະໄດ້ຮັບບໍາເນັດ, ການຍ້ອງຍໍ ແລະ ນະໂຍບາຍອື່ນ ຈາກລັດ ແລະ ສັງຄົມຢ່າງເຫມາະສົມ ແລະ ຕາມລະບຽບການ.