5 ເດືອນ ຫວຽດນາມດຶງດູດການລົງທຶນ ຈາກຕ່າງປະເທດ ບັນລຸ 14 ຕື້ໂດລາ

270

ສຳນັກຂ່າວຕ່າງປະເທດລາຍງານ ໂດຍອ້າງການເປີດເຜີຍຂອງກະຊວງແຜນການ ແລະ ການລົງທຶນຂອງຫວຽດນາມ ໃຫ້ຮູ້ວ່າ: ໃນ 5 ເດືອນທຳອິດຂອງປີ 2021 ຫວຽດນາມ ສາມາດດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ ( FDI ) 14 ຕື້ໂດລາສະຫະລັດ ໂດຍມີໂຄງການຈົດທະບຽນໃໝ່ 613 ໂຄງການ ມູນຄ່າ 8,8 ຕື້ໂດລາ.

ລາຍງານລະບຸວ່າ: ການລົງທຶນສ່ວນໃຫຍ່ເນັ້ນໃສ່ 18 ຂະແໜງການຫຼັກ ນຳໂດຍການຜະລິດ ແລະ ການແປຮູບ ແລະ ຂະແໜງພະລັງງານ ມີມູນຄ່າ 6 ຕື້ໂດລາ ແລະ 5,4 ຕື້ໂດລາ ຕາມລຳດັບ ໂດຍສິງກະໂປ ຍັງເປັນອັນດັບ 1 ຂອງການລົງທຶນຕ່າງປະເທດໃນຫວຽດນາມ ກວມເອົາ 37,6%, ຮອງລົງມາແມ່ນຍີ່ປຸນ, ສາທາລະນະລັດເກົາຫຼີ, ຈີນ, ຮົງກົງ ແລະ ປະເທດອື່ນໆອີກ.

ລາຍງານຍັງລະບຸອີກວ່າ: ການລົງທຶນໂດຍກົງຈາກຕ່າງປະເທດເຮັດໃຫ້ຫວຽດນາມ ເກີນດຸນການຄ້າ 14,4 ຕື້ໂດລາ ໃນໄລຍະເວລາດັ່ງກ່າວ ໂດຍການສົ່ງອອກນ້ຳມັນດິບມີມູນຄ່າ 98 ຕື້ໂດລາ ກວມເອົາ 75% ຂອງການສົ່ງອອກທັງໝົດຂອງຫວຽດນາມ.