ສະມາຄົມມວຍໂລກ ກຽມຄືນສາຍແອວແຊັມໃຫ້ ປາກຽວ ເພື່ອເປັນການໃຫ້ກໍາລັງໃຈກ່ອນຂຶ້ນຊົກ

560

ສະມາຄົມມວຍໂລກ ( WBA ) ກຽມພິຈາລະນາຄືນສາຍແອວແຊັມຮຸ່ນເວລເຕີເວດ ຄືນໃຫ້ກັບ ແມນນີ ປາກຽວ ນັກມວຍຊາວຟິລິບປິນ ເພື່ອເປັນຂວັນ ແລະ ກໍາລັງໃຈກ່ອນຂຶ້ນຊົກໃນເດືອນສິງຫາ 2021.

ກ່ອນໜ້ານີ້ິ WBA ປະກາດຢຶດສາຍແອວແຊັມຈາກ ປາກຽວ ແລະ ຫຼຸດສະຖານະເປັນແຊັມຊົ່ວຄາວ ຫຼັງຈາກທີ່ບໍ່ໄດ້ຂຶ້ນຊົກປ້ອງກັນແຊັມເປັນໄລຍະ 1 ປີເຄິ່ງ ຕາມເງື່ອນໄຂທີ່ວາງໄວ້ ແລະ ມອບຕໍາແໜ່ງແຊັມໃຫ້ກັບ ຢໍເດນິສ ອູກັສ ນັກມວຍຊາວກຸຍບາ ຂຶ້ນເປັນຖານະແຊັມແທນ.

ຫຼ້າສຸດຫຼັງຈາກທີ່ ປາກຽວ ປະກາດກຽມຂຶ້ນຊົກກັບ ອໍໂຣລ ສະເປນຊ໌ ຈູເນຍ ໃນວັນທີ 21 ສິງຫາ 2021 ທີ່ເວທີມວຍ ເອັນຈີເອັນ ແກຣນ ກາເດັນ ອາຣີນາ ໃນສະຫະລັດອາເມຣິກາ ເພື່ອຊີງສາຍແອວແຊັມໂລກຂອສະມາຄົມມວຍໂລກ ( WBC ) ກັບ ສະຫະພັນມວຍນາໆຊາດ ( IBF ) ຮຸ່ນເວລເຕີເວດ ເຮັດໃຫ້ WBA ພິຈາລະນາຈະຄືນສາຍແອວແຊັມດັ່ງກ່າວໃຫ້ກັບ ປາກຽວ.