ທ່ານ ກົງແກ້ວ ມີວໍລະຈັກ  ໄດ້ຮັບເລືອກເປັນປະທານສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ II

506

ກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງສະຫວັນນະເຂດຊຸດທີ ll ໄດ້ໄຂຂຶ້ນຢ່າງເປັນທາງການໃນຄັ້ງວັນທີ 3 ມິຖຸນາ 2021 ນີ້ ຢູ່ທີ່ຫໍວັດທະນະທຳໄກສອນ ພົມວິຫານ, ແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ  ຄຳເຜີຍ ຜັນທະຈອນປະທານສະພາປະຊາຊົນແຂວງຊຸດທີI.

ເຂົ້າຮ່ວມມີທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ບັນດາທ່ານ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ແລະ ສະມາຊິກສະພາປະຊາຊົນແຂວງເຂົ້າຮ່ວມ.

ທ່ານ  ຄຳເຜີຍ ຜັນທະຈອນ ປະທານສະພາປະຊາຊົນແຂວງ ໄດ້ກ່າວສູນທອນພົດໄຂກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ ll ຢ່າງເປັນທາງການວ່າ: ກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງຊຸດທີ II ຈະໄດ້ພິຈາລະນາແລະຕົກລົງບັນຫາສຳຄັນພື້ນຖານຂອງແຂວງເປັນຕົ້ນແມ່ນ:ຮັບຟັງການລາຍງານຜົນສຳເລັດການເລືອກຕັ້ງແລະການຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາປະຊາຊົນແຂວງສະຫວັນນະເຂດຊຸດທີ II,ພິຈາລະນາ, ຮັບຮອງໂຄງປະກອບກົງຈັກແລະບຸກຄະລາກອນຂອງສະພາປະຊາຊົນແຂວງສະຫວັນນະເຂດຊຸດທີ II ເປັນຕົ້ນການເລືອກຕັ້ງປະທານສະພາປະຊາຊົນແຂວງ.

ພິຈາລະນາ, ຮັບຮອງໂຄງປະກອບກົງຈັກແລະບຸກຄະລາກອນຂອງອົງການປົກຄອງແຂວງເປັນຕົ້ນ: ການເລືອກຕັ້ງເຈົ້າແຂວງ, ຮອງເຈົ້າແຂວງ, ການພິຈາລະນາຮັບຮອງເອົາກົງຈັກແລະຮັບຮອງເອົາການແຕ່ງຕັ້ງບັນດາທ່ານຫົວໜ້າພະແນກ, ອົງການລັດທຽບເທົ່າພະແນກຂັ້ນແຂວງຂອງອົງການປົກຄອງແຂວງ,ພິຈາລະນາ, ຮັບຮອງເອົາການເລືອກຕັ້ງຫົວໜ້າອົງການໄອຍະການປະຊາຊົນແຂວງແລະປະທານສານປະຊາຊົນແຂວງ ແລະ ບັນຫາສຳຄັນອື່ນໆອີກ.


ກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງສະຫວັນນະເຂດຊຸດທີ ll ໄດ້ຮັບຮອງເອົາການແຕ່ງຕັ້ງທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກແຂວງ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 13 ເປັນປະທານສະພາປະຊາຊົນແຂວງສະຫວັນນະເຂດຊຸດທີll; ຮັບຮອງເອົາການແຕ່ງຕັ້ງທ່ານ ຄຳຜັນ ຄູນສະຫວັນ ກຳມະການປະຈຳພັກແຂວງ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ແລະ ຮັບຮອງເອົາການແຕ່ງຕັ້ງ ທ່ານ ນາງ ພູທອນ ແກ້ວພູວົງ ສະມາຊິກສະພາປະຊາຊົນແຂວງ ເປັນຮອງປະທານສະພາປະຊາຊົນແຂວງ.