ໂຄຄຣັກ ແຊງ ສະປິດ ຄວ້າແຊັມ ຊາລ ຊະວາບ ຊາເລນຈ໌

457

ຈໍແດນ ສະປິດ ນັກກ໊ອຟຊາວອາເມຣິກາ ຟອມຕົກວັນສຸດທ້າຍຕີເສຍໄປເຖິງ 5 ໂບກີ ຈົນຖຶກ ເຈສັນ ໂຄຄຣັກ ແຊງຂຶ້ນນໍາກ່ອນຄວ້າແຊັມກ໊ອຟພີຈີເອ ທົວ ລາຍການ ຊາລ ຊະວາບ ຊາເລນຈ໌ ຊີງເງິນລາງວັນລວມ 7 ລ້ານໂດລາ ທີ່ສະໜາມໂຄໂລເນລ ຄັນທຣີ ຄລັບ ສະຫະລັດອາເມຣິກາ ເມື່ອວັນທີ 30 ພຶດສະພາ 2021.

ວັນສຸດທ້າຍ ສະປິດ ເກັບເພີ່ມ 2 ເບີດີ ແຕ່ເສຍ 5 ໂບກີເຮັດໃຫ້ລວມ 4 ວັນມີ 12 ອັນເດີພາ ຕົກລົງອັນດັບ 2 ເມື່ອ ເຈສັນ ໂຄຄຣັກ ມື 35 ຂອງໂລກທີ່ຜົນງານ 4 ວັນມີ 14 ອັນເດີພາ ແຊງຂຶ້ນໄປຄອງແຊັມໄດ້ສໍາເລັດ.

ແຊັມລາຍການນີ້ເປັນແຊັມລະດັບ ພີຈີເອ ທົວ ລາຍການທີ 2 ຂອງ ໂຄຄຣັກ ຕໍ່ຈາກການໄດ້ແຊັມ ຊີີີີເຈ ຄັບ ແອັດ ຊາໂດ ຄຣີກ ທີ່ເນວາດາ ເມື່ອປີ 2020 ເຊິ່ງຈະໄດ້ຮັບເງິນລາງວັນສໍາລັບແຊັມ 1.350.000 ໂດລາໄປຄອງ.