ກ້າວເຂົ້າສູ່ ລະດູຝົນ ຫຼາຍຄົນຄົງຄິດຮອດ ສະຖານທີ່ທ່ອງທ່ຽວ ທໍາມະຊາດ ນໍ້າຕົກຕາດທີ່ຊຸ່ມເຢັນ

2439

ໄລຍະນີ້ຫາກບໍ່ມີການລົບກວນຈາກພະຍາດຮ້າຍ ຫຼາຍຄົນຄົງພາກັນໄປເລາະລ່ອງທ່ອງທ່ຽວສະຖານທີ່ທໍາມະຊາດຢ່າງມ່ວນຊື່ນໂດຍສະເພາະວັນພັກວຽກ (ເສົາ-ອາທິດ) ແຕ່ໃນສະພາບການທີ່ເປັນເຊັ່ນປັດຈຸບັນນີ້ ກໍຄົງໄດ້ແຕ່ຄິດຮອດຫວນຫາສະຖານພັກຜ່ອນຢ່ອນໃຈທີ່ເຄີຍໄປມາແລ້ວ.

ກໍເວົ້າບໍ່ໄດ້ບາງຄົນອາດຄິດຢາກຈະໄປແຫຼ່ງທ່ອງທ່ຽວແຫ່ງໃໝ່ທີ່ຕົນເອງບໍ່ທັນໄປ ລໍແຕ່ໂອກາດຈະມາເຖິງກໍພ້ອມທີ່ຈະຈັດຕາຕະລາງເວລາໃຫ້ກັບຕົນເອງ. ຢ່າງໃດກໍຕາມມື້ນີ້ຍິນດີແນະນໍາໃຫ້ທ່ານຮູ້ຈັກສະຖານທີ່ອີກແຫ່ງ ເຊື່ອວ່າ ຫຼາຍທ່ານຍັງບໍ່ຄຸ້ນເຄີຍ.

ກ່ອນອື່ນຂໍບອກກ່ອນວ່າ ສະຖານທີ່ທ່ອງທ່ຽວແຫ່ງນີ້ຍັງຄົງຄວາມເປັນທໍາມະຊາດທີ່ອ້ອມຮອບໄປດ້ວຍຕົ້ນໄມ້ສີຂຽວ ແລະ ພູຜາ ຄວາມງົດງາມທີ່ບໍ່ໄດ້ຖືກປຸງແຕ່ງ ຫຼື ດັດແປງ ເປັນຄວາມງົດງາມຂອງທໍາມະຊາດຢ່າງແທ້ຈິງ ສະຖານທີ່ກໍາລັງຈະພາທ່ານຜູ້ອ່ານໄປທໍາຄວາມຮູ້ຈັກໃນມື້ນີ້ ແມ່ນນໍາຕົກຕາດຈາກທໍາມະຊາດທີ່ລ່ອງໄຫຼໃສເຢັນ ເໝາະແກ່ການໄປກິນເຂົ້າສາມັກຄີໃນປ່າ ໃນວັນພັກຜ່ອນທ້າຍອາທິດ ຫຼື ຈະຫາໂອກາດໃຫ້ຕົນເອງພາຮ່າງກາຍໄປສໍາພັດທໍາມະຊາດສູບອາກາດທີ່ສົດຊື່ນ ແລະ ສະຖານທີກໍາລັງເວົ້າເຖິງຢູ່ນີ້ ແມ່ນ “ ຕາດສະດີ ”

May be an image of waterfall and nature

ຕາດສະດີ ຕັ້ງຢູ່ຖະໜົນເລກ 9 ເມືອງເຊໂປນ ແຂວງ ສະຫວັນນະເຂດ ແວ່ເຂົ້າທາງບ້ານພະລັອງ ຂີ່ລົດເຂົ້າຕາມທາງແວ່ໄປປະມານ 50 ກວ່າກິໂລແມັດ ຕັ້ງຢູ່ບ້ານ ວັງເລິກ ເມືອງເຊໂປນ ແຂວງສະຫວັນນະເຂດ ເຊິ່ງເສັ້ນທາງໄປກໍຂ້ອນຂ້າງສະດວກ ລົດໃຫຍ່ສາມາດຂີ່ເຂົ້າໄປໄດ້ເລີຍ. ຕະຫຼອດສາຍທາງເຮົາຈະໄດ້ເຫັນ ທັງຕົ້ນໄມ້, ສວນກາເຟ ທີ່ປະຊາຊົນໃນເຂດນັ້ນປູກປ່ອຍໃຫ້ເຕີບໃຫຍ່ແບບທໍາມະຊາດໂດຍບໍ່ໄດ້ໃຊ້ສານເຄມີໃດໆ ແລະ ຕະຫຼອດສາຍທາງຍັງຈະໄດ້ເຫັນ ສາຍພູ, ຫ້ວຍນໍ້າຢູ່ລະຫວ່າງການເດີນທາງ ທີ່ມີ ຄວາມງົດງາມແປກຕາທັງສອງຟາກຂ້າງທາງ.

ສະຖານທີ່ແຫ່ງນີ້ ຍັງຄົງຮັກສາສະພາບເດີມຂອງທໍາມະຊາດໄວ້ເປັນຢ່າງດີ ແລະ ທາງອົງການປົກຄອງທ້ອງຖິ່ນໄດ້ມີການຈັດສັນສະຖານທີ່ຈອດລົດເປັນລານກວ້າງ ເພື່ອຄວາມສະດວກສະບາຍ ແຕ່ສິ່ງສໍາຄັນກ່ອນທີ່ຈະໄປສະຖານທີ່ແຫ່ງນີ້ ຕ້ອງໄດ້ກະກຽມເຂົ້າປາອາຫານ ແລະ ນໍ້າດື່ມໄປນໍາ ເພາະຈະບໍ່ມີຮ້ານຄ້າ ຫຼື ຮ້ານອາຫານໄວ້ໃຫ້ບໍລິການ.

ຜ່ານມາ “ຕາດສະດີ” ກໍມີນັກທ່ອງທ່ຽວແວະວຽນເປັນໄລຍະ ເພາະເປັນນໍ້າຕົກຕາດທີ່ມີຄວາມງົດງາມ ອາກາດເຢັນເໝາະແກ່ການພັກຜ່ອນ; ທາງດ້ານລຸ່ມເບິ່ງຄ້າຍຄືອ່າງນໍ້າ ມີບ່ອນເລິກ ແລະ ບ່ອນຕື້ນ ສາມາດລອຍຫຼິ້ນຕາມຄວາມພໍໃຈ ແລະ ຜູ້ທີ່ໄດ້ແວະວຽນໄປຍັງສະຖານທີ່ແຫ່ງນີ້ສ່ວນຫຼາຍແມ່ນໄດ້ລົງອາບລອຍຫຼິ້ນຊື່ນໃຈ.

May be an image of nature and waterfall

ຜູ້ທີ່ໄປຄວນເປັນໄວໜຸ່ມ ແລະ ຜູ້ທີ່ສຸຂະພາບແຂງແຮງ: ເມື່ອເດີນທາງໄປຮອດລານຈອດລົດ ຈະຕ້ອງໄດ້ຍ່າງຜ່ານທາງທີ່ຂ້ອນຂ້າງຊັນລົງພູໄປ ເຊິ່ງຕອນລົງກໍບໍ່ເມື່ອຍປານໃດ ແຕ່ຕອນຂຶ້ນ ກໍຈະເໝືອນເປັນການທົດສອບຄວາມແຂງແກ່ນຂອງຮ່າງກາຍ ແລະ ຈະໄດ້ອອກກໍາລັງກາຍໄປໃນຕົວ ບອກເລີຍວ່າ ເມື່ອຍ ແລະ ມ່ວນ ໜ້າຈົດຈໍາ ເຊິ່ງຕະຫຼອດການເດີນທາງນັ້ນ ຈະສໍາຜັດກັບຄວາມເປັນທໍາມະຊາດຍ່າງເຕັມປ່ຽມ. ແນວໃດກໍດີ ໄລຍະທີ່ເປີດບໍລິການນັ້ນກໍຈະມີປະຊາຊົນໃນພື້ນທີ່ພ້ອມທີ່ຈະຊ່ວຍເຫຼືອທ່ານໃນການເດີນທາງ ໂດຍເຂົາເຈົ້າຮັບບໍລິການຖືເຄື່ອງໃຫ້ ເຊິ່ງຈະຍິບຍື່ນແລ້ວແຕ່ນໍ້າໃຈ.

ເມື່ອລົງໄປຮອດຕາດແລ້ວຈະຮູ້ສຶກສົດຊື່ນ ແລະ ຊຸມຊື່ນໃນເວລາດຽວກັນ ເພາະກະແສນໍ້າທີ່ຕົກ ລົງໃສ່ໂງ່ນຫີນຟົ້ງກະຈາຍ ແລະ ມີລະອອງນໍ້າປົກຄຸມເໝືອນນໍ້າໝອກຍາມເຊົ້າ ແລະ ອ້ອມຮອບສາຍນໍ້າສອງຝາກຂ້າງ ເຮົາຈະຫຼຽວເຫັນຕົ້ນໄມ້ພືດພັນນາໆຊະນິດຂຽວງາມລ້ອມເປັນຮົ່ມເງົາ ແລະ ໃຫ້ ຄວາມຊຸ່ມເຢັນຕະຫຼອດເວລາ.

ຮູ້ແນວນີ້ແລ້ວໃຜບໍ່ທັນໄດ້ໄປກໍຫາໂອກາດຍາເວລາໄປທ່ຽວໄປຊົມຈັກຄັ້ງໜຶ່ງ ຈະສ້າງຄວາມຈົດຈໍາໃຫ້ທ່ານ ແລະ ທຸກຄົນທີ່ຮ່ວມທາງໄດ້ເປັນຢ່າງດີ ແຕ່ໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ຄືແນວນີ້ກໍອົດໃຈລໍຄອຍໄປກ່ອນ ຄົງບໍ່ນານເກີນລໍວັນໜຶ່ງກໍຈະເປັນຂອງເຮົາ.