ແຂວງຄຳມ່ວນ ປະກາດແຕ່ງຕັ້ງ ຮອງຫົວໜ້າຫ້ອງວ່າການ ແລະ ຮອງຫົວໜ້າພະແນກການຕ່າງປະເທດ

571

ວັນທີ 27 ພຶດສະພາ 2021 ຢູ່ທີ່ ຫ້ອງວ່າການແຂວງຄຳມ່ວນ ໄດ້ຈັດພິທີປະກາດແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການແຂວງ ແລະ ຮອງຫົວໜ້າພະແນກການຕ່າງປະເທດແຂວງ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງແນວຄິດ, ວຽກງານພັກ – ພະນັກງານ, ມີຄະນະຈັດຕັ້ງແຂວງ, ບັນດາຂະແໜງການກ່ຽວຂ້ອງ ຕະຫລອດຮອດພະນັກງານ – ວິຊາການເຂົ້າຮ່ວມ.


ທ່ານ ຄຳແຜ່ວ ສາຍປະດິດ ຮອງຫົວໜ້າຄະນະຈັດຕັ້ງແຂວງໄດ້ຜ່ານຂໍ້ຕົກລົງຂອງເຈົ້າແຂວງຄຳມ່ວນ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການແຂວງ ໃນນີ້ໄດ້ ແຕ່ງຕັ້ງ ທ່ານ ໄພມະນີ ພິມມະສານ ຫົວໜ້າຂະແໜງຄົ້ນຄວ້າ – ສັງລວມ ເປັນຮອງຫົວໜ້າຫ້ອງວ່າການແຂວງ, ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ມະໂນທຳ ມະນີສົດໃສ ຮອງເລຂາທິການສະພາປະຊາຊົນແຂວງເປັນຮອງຫົວໜ້າຫ້ອງວ່າການແຂວງຄຳມ່ວນ

ຂໍ້ຕົກລົງວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ຄຳພູວົງ ຫອມມະນີ ຮອງຫົວໜ້າຫ້ອງວ່າການແຂວງໄປຮັບໜ້າທີ່ໃໝ່ ເປັນຮອງຫົວໜ້າພະແນກການຕ່າງປະເທດ.

ໂອກາດນີ້ ທ່ານ ວົງເພັດ ຈິດປັນຍາ ກໍໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຮຽກຮ້ອງມາຍັງຜູ້ທີ່ໄດ້ຮັບຕຳແໜ່ງໃໝ່ ຈົ່ງສືບຕໍ່ຮັກສາມູນເຊຶ້ອຄວາມສາມັກຄີ, ຄວາມຮັບຜິດຊອບຂອງຕົນຕໍ່ໜ້າທີ່ວຽກງານໃຫ້ສູງຂຶ້ນກວ່າເກົ່າ, ຍຶດໜັ້ນຫລັກການລວມສູນປະຊາທິປະໄຕ ປັບປຸງແບບແຜນວິທີເຮັດວຽກ, ວິທີນຳພາ, ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານໃນຂົງເຂດຕົນຮັບຜິດຊອບຢ່າງປົກກະຕິ ແລະ ຕໍ່ເນື່ອງ. ທັງນີ້ກໍ່ເພື່ອປະຕິບັດຕາມຫລັກການຂອງພັກໃນການຊັບຊ້ອນ, ປ່ຽນແທນ ແລະ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ແນ່ໃສ່ເພື່ອປັບປຸງວຽກງານໃນຂົງເຂດດັ່ງກ່າວໃຫ້ດີຂຶ້ນກວ່າເກົ່າ.