ຄາບິບ ປະຕິເສດເງິນກ້ອນໃຫຍ່ 100 ລ້ານໂດລາຊົກກັບ ຟລອຍ

448

ຄາບິບ ນູມາໂກເມດອຟ ນັກກີລາຕໍ່ສູ້ແບບປະສົມປະສານຂອງວົງການ UFC ປະຕິເສດຂໍ້ສະເໜີຊົກກັບ ຟລອຍ ເມເວດເທີ ຈູເນຍ ນັກກີລາມວຍສາກົນ ໄປເປັນທີ່ຮຽບຮ້ອຍ ທັງທີ່ມີຂໍ້ສະເໜີເຖິງ 100 ລ້ານໂດລາ

ນູມາໂກເມກອຟ ເຈົ້າຂອງແຊັມ UFC ຮຸ່ນໄລເວດ ປັດຈຸບັນໃຊ້ຊີວິດແບບຮຽບຮ້ອຍກັບຄອບຄົວ ແລະ ພີ່ນ້ອງທີ່ປະເທດຣັດເຊຍ ຫຼັງອໍາລາວົງການ ເມື່ອຕົ້ນປີທີ່ຜ່ານມາ ແຕ່ກໍໄດ້ຮັບຂໍ້ສະເໜີໃຫ້ກັບມາຊົກອີກຄັ້ງແບບບໍ່ຂາດສາຍ.

ຫຼ້າສຸດ ອາລີ ອັບເດລາຊິຊ ຜູ້ຈັດການມວຍສ່ວນຕົວຂອງ ນູມາໂກເມດອຟ ເປີດເຜີຍວ່າ: ຫຼັງຈາກເລີກຊົກໄປ ກໍມີຜູ້ຈັດການຫຼາຍຄົນຍື່ນຂໍ້ສະເໜີກ້ອນໃຫຍ່ໃຫ້ກັບມາຊົກມວຍອີກຄັ້ງ ແລະ ໜຶ່ງໃນນັ້ນກໍຄືການຂ້າມວົງການໄປຊົກກັບ ຟລອຍ ເມເວດເທີ ຈູເນຍ ພ້ອມກັບສັນຍາທີ່ຍາກຈະປະຕິເສດເຖິງ 100 ລ້ານໂດລາ ແຕ່ ນູມາໂກເມດອຟ ບອກປະຕິເສດໄປແລ້ວ.