ໂຄງການກໍ່ສ້າງຂົວຂ້າມນໍ້າລາຍ ບ້ານບົວບານ ເມືອງປາກລາຍ ສໍາເລັດກວ່າ 90 % ຄາດວ່າຈະສຳເລັດທ້າຍເດືອນມິຖຸນາ

1243

ໂຄງການກໍ່ສ້າງຂົວຂ້າມນໍ້າລາຍ ເຂດບ້ານ ບົວບານ ເມືອງ ປາກລາຍ ທີ່ມີມູນຄ່າການກໍ່ສ້າງ ເກືອບ 5 ຕື້ກີບຮອດປັດຈຸບັນຄືີບໜ້າກວ່າ 90 %.


ໃນຕອນບ່າຍຂອງວັນທີ 26 ພຶດສະພາ ປີນີ້ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ໂຄງການກໍ່ສ້າງຂົວຂ້າມນໍ້າລາຍ ເຂດບ້ານ ບົວບານ ເມືອງ ປາກລາຍ, ໂດຍມີ ທ່ານ ກອງສີ ວົງສີ ເຈົ້າເມືອງ ປາກລາຍ.

ທ່ານ ສົມແພງ ປັນຍາທິລາດ ຫົວໜ້າບໍລິສັດ ປັນຍາທິລາດ ກໍ່ສ້າງຂົວທາງຈໍາກັດ ຜູ້ຮັບເໝົາກໍ່ສ້າງຂົວດັ່ງກ່າວລາຍງານຕໍ່ຄະນະທ່ານເຈົ້່າແຂວງວ່າ: ໂຄງການກໍ່ສ້າງຂົວຂ້າມນໍ້າລາຍ ເຂດບ້ານ ບົວບານ ເມືອງ ປາກລາຍ ໄດ້ເລີ່ມລົງມືຈັດຕັ້ງປະຕິບັດມາແຕ່ເດືອນ ຕຸລາ 2019 ເປັນຕົ້ນມາ ຮອດປະຈຸບັນແມ່ນສໍາເລັດ 90 ກວ່າ%.


ຂົວດັ່ງກ່າວເປັນຂົວເບເລ່ ( ຂົວເຫຼັກ ), ກວ້າງ 3,8 ແມັດ ຍາວ 30,20ແມັດ; ເສົາຂົວ, ຝາປີກ, ຫົວເສົາເປັນເບຕົ່ງເສີມເຫຼັກ; ທາງລົດແລ່ນປູດ້ວຍໄມ້ , ກໍ່ສ້າງທາງເຂົ້າ ສອງສົ້ນຂົວ ກວ້າງ 8 ແມັດ ລວມທັງບ່າທາງ , ມີຮ່ອງລະບາຍນໍ້າ ຍາວ 300 ແມັດ ໜ້າທາງປູດ້ວຍດິນຫີນ, ສ້ອມແປງທາງເວັ້ນ ກວ້າງ 5 ແມັດ ຍາວ 250 ແມັດ ປູດິນຫີນ, ລວມມູນຄ່າການກໍ່ສ້າງທັງໝົດເກືອບ 5 ຕື້ກີບ, ໂດຍແມ່ນທຶນຂອງປະຊາຊົນສົມທົບກັບທຶນຂອງລັດ, ຄາດວ່າການກໍ່ສ້າງຈະໃຫ້ສໍາເລັດ ແລະ ນຳໃຊ້ໃນທ້າຍເດືອນມິຖຸນາ 2021 .


ໂອກາດດັ່ງກ່າວ ທ່ານເຈົ້າແຂວງກໍ່ໄດ້ຮຽກຮ້ອງໃຫ້ບໍລິສັດຜູ້ຮັບເໝົາກໍ່ສ້າງຈົ່ງເລັ່ງກໍ່ສ້າງໃຫ້ສໍາເລັດຕາມກໍານົດ ແລະ ໄດ້ເປີດນໍາໃຊ້ຢ່າງເປັນທາງການກ່ອນນໍ້າຈະນອງ, ທັງນີ້ກໍເພື່ອເຮັດໃຫ້ການສັນຈອນໄປ-ມາ, ການຂົນສົ່ງສິນຄ້າ, ຂົນສົ່ງຜົນຜະລິດກະສິກໍາຂອງປະຊາຊົນທີ່ຢູ່ສອງຟາກຝັ່ງຂອງແມ່ນໍ້າລາຍໃຫ້ມີຄວາມສະດວກ ແລະ ປອດໄພ.