ແນວໃດເອີ້ນວ່າ ກິລາ-ກາຍຍະກໍາສະໝັກຫຼິ້ນ

558

ໃນກົດຫມາຍ ວ່າດ້ວຍກິລາ-ກາຍຍະກໍາ (ສະບັບປັບປຸງ) ໄດ້ມີການປັບປຸງໃໝ່ຫຼາຍມາດຕາ; ດັ່ງນັ້ນ, ມື້ນີ້ຈະນຳສະເໜີໃຫ້ຮູ້ ພາກທີ 2 ກິລາ-ກາຍຍະກໍາ ນໍາກັນຕໍ່ ໂດຍທີ່ກ່ອນໜ້ານີ້ແນະນໍາໄປແລ້ວ 36 ມາດຕາ, ມີ້ນີ້ເຮົາມາຮູ້ນໍາກັນວ່າ ມາດຕາ 37-38 ເຊິ່ງນອນຢູ່ໃນໝວດທີ 4 ກິລາ-ກາຍຍະກໍາສະຫມັກຫຼິ້ນ ແລະ ກິລາອາຊີບ ມີດັ່ງນີ້:

ມາດຕາ 37 (ໃຫມ່) ກິລາ-ກາຍຍະກໍາສະຫມັກຫຼິ້ນ
ກິລາ-ກາຍຍະກໍາສະຫມັກຫຼິ້ນ ແມ່ນ ກິລາທີ່ຈັດຂຶ້ນ ເພື່ອຄວາມມ່ວນຊື່ນ, ຄວາມສາມັກຄີ, ມິດຕະພາບ ໂດຍບໍ່ຍຶດຖືເປັນອາຊີບ.

ມາດຕາ 38 (ປັບປຸງ) ນັກກິລາ-ກາຍຍະກໍາສະຫມັກຫຼິ້ນ
ນັກກິລາ-ກາຍຍະກໍາສະຫມັກຫຼິ້ນ ແມ່ນ ຜູ້ຫຼິ້ນກິລາ-ກາຍຍະກໍາໂດຍບໍ່ຍຶດຖືເປັນອາຊີບ ເປັນຕົ້ນ ຫຼິ້ນເພື່ອສຸຂະພາບ, ຄວາມສາມັກຄີ ແລະ ຄວາມມ່ວນຊື່ນ.
ນັກກິລາ-ກາຍຍະກໍາສະຫມັກຫຼິ້ນ ມີ ສິດ ແລະ ພັນທະ ດັ່ງນີ້:
1. ຂຶ້ນທະບຽນສັງກັດສະໂມສອນ ຫຼື ສະຫະພັນກິລາ-ກາຍຍະກໍາໃດຫນຶ່ງ ຕາມຄວາມສະຫມັກ ໃຈຂອງຕົນ;
2. ຝຶກແອບ, ຝຶກຊ້ອມ, ເຄື່ອນໄຫວກິລາ-ກາຍຍະກໍາ ຕາມສະໂມສອນ ຫຼື ສະຫະພັນ ກິລາ-ກາຍຍະກໍາທີ່ຕົນສັງກັດ;

3. ເຂົ້າຮ່ວມການສະແດງ, ການແຂ່ງຂັນ ໃນນາມສະ ໂມສອນ ຫຼື ສະຫະພັນກິລາ-ກາຍຍະ ກໍາທີ່ຕົນສັງກັດ;
4. ຖືກຄັດເລືອກ, ຮັບຮອງເອົາເປັນນັກກິລາທີມຊາດ ຕາມມາດຕະຖານ, ເງື່ອນໄຂ ແລະ ຄວາມຮຽກຮ້ອງຕ້ອງການຂອງທິມຊາດ;
5. ໄດ້ຮັບການຍ້ອງຍໍ, ລາງວັນ ແລະ ນະໂຍບາຍອື່ນ ຕາມຜົນງານຂອງປະເພດກິລາ-ກາຍ ຍະກໍາ ທີ່ຕົນໄດ້ແຂ່ງຂັນ;

6. ໄດ້ຮັບນະໂຍບາຍ ເມື່ອມີການເຈັບເປັນ, ພິການ, ເສຍຊີວິດ ໃນເວລາເຄື່ອນໄຫວກິລາ ກາຍຍະກໍາ ຕາມກົດຫມາຍ ແລະ ລະບຽບການ;
7. ຍົກຍ້າຍໄປສັງກັດຢູ່ສະໂມສອນອື່ນ ທັງພາຍໃນ ແລະ ຕ່າງປະເທດ ຕາມການຕົກລົງ ເຫັນດີຂອງສະໂມສອນ ແລະ ສະຫະພັນ ທີ່ກ່ຽວຂ້ອງ;
8. ຮັບໃຊ້ສະໂມສອນ, ສະຫະພັນກິລາ-ກາຍຍະກໍາ ແລະ ຮັບໃຊ້ຊາດ ຕາມຄວາມຮຽກຮ້ອງ ຕ້ອງການ;
9. ນໍາໃຊ້ສິດ ແລະ ປະຕິບັດພັນທະອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ.