ກະຊວງ ຮສສ ປະກາດຍົກຍ້າຍ ທ່ານວິໄລພົງ ສີສົມຫວັງ ໄປເປັນ ຫົວໜ້າກົມແຜນການ ແລະ ການຮວ່ມມືສາກົນ

1150

ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີວຽກງານຂອງ ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ,ໃຫ້ຈັດຕັ້ງປະຕິບັດໄປຢ່າງສືບເນື່ອງ . ໃນວັນທີ່ 24 ພຶດສະພາ ນີ້, ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ໄດ້ມີພິທີປະກາດການຈັດຕັ້ງຫົວໜ້າກົມ ກະຊວງ ຮສສ, ໂດຍເປັນກຽດເຂົ້າຮວ່ມໂອ້ລົມ ຂອງ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ,ມີບັນດາຫົວໜ້າກົມຂະແໜງການກຽ່ວຂ້ອງເຂົ້າຮວ່ມ.

ທ່ານຄຳໄຊ ເຊຍຢິງຢ່າງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ອ່ານຜ່ານ ຄຳສັ່ງຂອງນາຍົກລັດຖະມົນຕີວ່າດ້ວຍການຍົກຍ້າຍພະນັກງານໄປຮັບໜ້າທີໃໝ່ ສະບັບເລກທີ 03/ນຍ, ລົງວັນທີ 18 ມີນາ 2021; ດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍການແຕ່ງຕັ້ງຫົວໜ້າກົມ ສະບັບເລກທີ 316 ແລະ 317/ນຍ, ລົງວັນທີ 14 ພຶດສະພາ , ພ້ອມທັງໄດ້ປະກາດແຕ່ງຕັ້ງຍົກຍ້າຍ ທ່ານວິໄລພົງ ສີສົມຫວັງ ຫົວໜ້າກົມສັງຄົມສົງເຄາະ ຍົກຍ້າຍໄປເປັນ ຫົວໜ້າກົມແຜນການ ແລະ ການຮວ່ມມືສາກົນ ແລະ ປະກາດແຕ່ງຕັ້ງ ທ່ານ ວົງຄຳ ພັນທະນຸວົງ ຮອງກົມສັງຄົມສົງເຄາະ ຂື້ນເປັນ ຫົວໜ້າກົມສັງຄົມສົງເຄາະ (ຜູ້ໃໝ່).


ໂອກາດທີ່ ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ເຂົ້າຮວ່ມພິທີຄັ້ງນີ້, ທ່ານໄດ້ໂອລົມ ແລະ ກ່າວຍ້ອງຍໍຊົມເຊີຍ ຕໍ່,ທີ່ໄດ້ຮັບການຍົກຍ້າຍໄປຮັບໜ້າທີ່ໃໝ່ ອັນສູງກວ່າ ແລະ ມີກຽດສະຫງ່າ ແລະ ການແຕ່ງຕັ້ງ ຫົວໜ້າກົມ 2 ທ່ານ, ເພື່ອເຮັດສຳເລັດໜ້າທີ່ການເມືອງອັນສູງສົ່ງ ທີ່ໄດ້ຮັບມອບໝາຍຈາກພັກ ແລະ ລັດຄັ້ງນີ້, ພ້ອມນີ້ ທ່ານລັດຖະມົນຕີ ໃນນາມຕາງໜ້າໃຫ້ພັກ-ລັດຖະບານ, ກໍ່ຄື ຕາງໜ້າໃຫ້ຄະນະພັກ ຄະນະນໍາກະຊວງ ຮສສ ຍັງໄດ້ຮຽກຮ້ອງໃຫ້ ທັງ 2 ສະຫາຍ ທີ່ຖືກແຕ່ງຕັ້ງໃໝ່ ຈົ່ງຕັ້ງໜ້າເອົາໃຈໃສ່ ນຳພາ ແລະ ຊີ້ນຳວຽກງານທີ່ພັກ ແລະ ລັດມອບໝາຍໃຫ້ນີ້ໃຫ້ໄດ້ຮັບສຳເລັດຜົນເປັນຢ່າງດີ. ແລະ ຮຽກຮ້ອງ ມາຍັງພະນັກງານ, ສະມາຊິກພັກທັງໝົດ ຈົ່ງໄດ້ເອົາໃຈໃສ່ໃຫ້ການຮ່ວມມື ສະໝັບສະໜູນ ຊ່ວຍເຫຼືອ ສະຫາຍ ເພື່ອເຮັດສຳເລັດໜ້າທີ່ການເມືອງທີ່ຮັບມອບໝາຍຈາກພັດ-ລັດຖະບານໃຫ້ມີຜົນສຳເລັດເປັນຢ່າງດີ.

(ທີ່ມາ: ຂ່າວສານ ຮສສ)