ທີມຊາດປ໊ອກຕຸຍການ ປະກາດລາຍຊື່ 26 ນັກເຕະລຸຍບານເຕະຢູໂຣ 2020 ໂຣນັລໂດ ນໍາທີມ

635

ແຟນານໂດ ຊານໂຕສ ຜູ້ຈັດການທີມຊາດປ໊ອກຕຸຍການ ປະກາດລາຍຊື່ 26 ນັກເຕະລຸຍບານເຕະ ຢູໂຣ 2020 ທີ່ເລື່ອນມາແຂ່ງຂັນໃນລະຫວ່າງວັນທີ 11 ມິຖຸນາ ຫາ 11 ກໍລະກົດ 2021 ຢ່າງເປັນທາງການໃນວັນທີ 20 ພຶດສະພາ ທີ່ຜ່ານມາ ເຊິ່ງ ປ໊ອກຕຸຍການ ແຊັມເກົ່າ 2016 ຢູ່ກຸ່ມ F ຮ່ວມກັບ ເຢຍລະມັນ, ຝຣັ່ງ ແລະ ຮົງກາລີ ຈະລົງສະໜາມນັດທໍາອິດໃນວັນທີ 15 ມິຖຸນາ 2021.

ສໍາລັບ ລາຍຊື່ 26 ນັກເຕະຂອງ ທີມຊາດປ໊ອກຕຸຍການ ປະກອບມີ
ຜູ້ຮັກສາປະຕູ: ອັນໂທນີ ໂລເປສ ຈາກໂອແລມປິກ ລີຢົງ, ຣຸຍ ປາຕຣິຊິໂອ ຈາກວູຟແຮມຕັນ ແລະ ຣຸຍ ຊິລວາ ຈາກກຣານາດາ.
ກອງຫຼັງ: ຊູເອົາ ກັນເຊໂລ ຈາກແມນເຊັສເຕີ ຊິຕີ້, ເນລຊອນ ເຊເມໂດ ຈາກວູຟແຮມຕັນ, ໂຊເຊ ຟອນເຕ ຈາກລີລ, ເປເປ້ ຈາກປໍໂຕ້, ຣູເບນ ດິອາສ ຈາກແມນເຊັສເຕີ ຊິຕີ້, ນູໂນ ເມນເດສ ຈາກສະປອດຕິ້ງ ລິສບອນ ແລະ ຣາຟາແອລ ເກເຣໂຣ ຈາກໂບຣຸສເຊຍ ດ໊ອດມູນ.
ກອງກາງ: ດານິໂລ ເປເຣຍຣາ ຈາກປາຣີສ ແຊງແຊກແມງ, ຊູເປົາ ປາລິນຢາ ຈາກສະປອດຕິ້ງ ລິສບອນ, ຣູເບນ ເນເວສ ຈາກວູຟແຮມຕັນ, ບຣູໂນ ແຟນັນເດສ ຈາກແມນເຊັສເຕີ ຢູໄນເຕັດ, ຊູເປົາ ມູຕິນເຢ ຈາກວູຟແຮມຕັນ, ເຣນາໂຕ ຊານເຊສ ຈາກລີລ, ແຊໂຈ ໂອລິເວຍຣາ ຈາກປໍໂຕ້ ແລະ ວິລລຽມ ຄາວັລໂຢ ຈາກຣີລ ເບຕິສ.

ກອງໜ້າ: ເປໂດຣ ກອນຊັລເວສ ຈາກສະປອດຕິ້ງ ລິສບອນ, ອັນເດຣ ຊິລວາ ຈາກໄອທຣັກ ແຟຣັງເຟິດ, ແບນາໂດ ຊິລວາ ຈາກແມນເຊັສເຕີ ຊິຕີ້, ຄຣິສຍເຕຍໂນ ໂຣນັລໂດ ຈາກຢູເວນຕຸສ, ດີໂອໂກ ໂຊຕ້າ ຈາກລິເວີພູລ, ກອນຊາໂລ ເກເດສ ຈາກບາເລນເຊຍ, ຊູເປົາ ເຟລິກຊ໌ ຈາກແອັດເລຕິໂກ ມາດຣິດ ແລະ ຣາຟາ ຊິລວາ ຈາກເບັນຟິກາ.