ແມນຢູ ເບີ 1 ເລື່ອງສະໜາມ ຄວ້າລາງວັນສະໜາມແຂ່ງດີເດັ່ນປະຈໍາລະດູການ 2020-2021

870

ແມນເຊັສເຕີ ຢູໄນເຕັດ ສະໂມສອນໃນພຣີເມຍລີກ ອັງກິດ ໄດ້ຮັບລາງວັນສະໜາມແຂ່ງຂັນດີເດັ່ນ ( Premier League Grounds Team of the Season ) ປະຈໍາລະດູການ 2020-2021 ໄປຄອບຄອງ.

ສະໜາມດັ່ງກ່າວເປັນສະໜາມ ໂອລ ແທຣ໊ຟຟອດ ໄດ້ຮັບລາງວັນສະໜາມດີເດັ່ນດ້ວຍຫຍ້າງາມທີ່ສຸດປະຈໍາລະດູການດັ່ງກ່າວ ດ້ວຍການພິຈາລະນາຈາກຄວາມເຫັນຂອງຜູ້ຕັດສິນ ແລະ ຜູ້ຄວບຄຸມການແຂ່ງຂັນລວມໄປເຖິງປັດໄຈຕ່າງໆເຊັ່ນ: ສະພາບສະໜາມ ແລະ ສະພາບແວດລ້ອມໂດຍລວມຕະຫຼອດທັງລະດູການ.

ສໍາລັບ ຄວາມສໍາເລັດໃນລະດູການນີ້ບໍ່ແມ່ນຄັ້ງທໍາອິດຂອງ ແມນເຊັສເຕີ ຢູໄນເຕັດ ເຊິ່ງສະໜາມແຫ່ງນີ້ຢູ່ໃນການຮັບຜິດຊອບໃນການບົວລະບັດຂອງ ໂທນີ ຊິນແຄ ຜູ້ຈັດການສະໜາມ ແລະ ທີມງານ ເຄີຍໄດ້ຮັບລາງວັນດັ່ງກ່າວນີ້ມາແລ້ວ ເມື່ອລະດູການ 2018-2019.