ສື່ດັງຢືນຢັນ ເຄນ ປະກາດອໍາລາສະເປີ ຫຼັງຈົບລະດູການນີ້

449

ແຮຣີ ເຄນ ກອງໜ້າຂອງ ທ໊ອດແນມ ຮ໊ອດສະເປີ ແຈ້ງຈຸດປະສົງກັບຫົວໜ້າບໍລິຫານວ່າ ຂໍຍ້າຍອອກຈາກທີມຫຼັງຈົບລະດູການນີ້ ຕາມການລາຍງານຂອງ ສະກາຍ ສະປອດ ສື່ທີ່ມີຊື່ສຽງໃນປະເທດອັງກິດ.

ມີການລາຍງານວ່າ ແຮຣີ ເຄນ ແຈ້ງເລື່ອງດັ່ງກ່າວກັບຫົວໜ້າບໍລິການດ້ວຍຕົວເອງ ແລະ ຕ້ອງການຂໍ້ສະຫຼຸບເລື່ອງຍ້າຍທີມໃຫ້ຈົບລົງກ່ອນຮັບໃຊ້ທີມຊາດອັງກິດ ລົງແຂ່ງຂັນບານເຕະ ຢູໂຣ 2020 ທີ່ຈະເລີ່ມຂຶ້ນໃນວັນທີ 11 ມິຖຸນາ 2021.

ຢ່າງໃດກໍຕາມ, ເຄນ ຍັງມີສັນຍາກັບ ສະເປີ ຈົນເຖິງປີ 2024 ແລະ ຖ້າຂາຍອອກກໍຕ້ອງໄດ້ເງິນບໍ່ຕໍ່າກວ່າ 150 ລ້ານປອນ ແຕ່ກໍມີ ແມນເຊັສເຕີ ຢູໄນເຕັດ, ແມນເຊັສເຕີ ຊິຕີ້ ແລະ ເຊລຊີ ທີ່ໃຫ້ຄວາມສົນໃຈ.