ເອເອັຟຊີ ມອບໝາຍໃຫ້ ສປປ ລາວ ເປັນ 1 ໃນ 8 ເຈົ້າພາບຄັດບານເຕະຍິງຊີງແຊັມອາຊີ ຢູ 20 ປີ

842

ສະຫະພັນບານເຕະອາຊີ ( ເອເອັຟຊີ ) ປະກາດມອບໝາຍໜ້າທີ່ໃຫ້ກັບ ສປປ ລາວ ເປັນເຈົ້າພາບການແຂ່ງຂັນບານເຕະຍິງ ຊີງແຊັມອາຊີ ຮຸ່ນອາຍຸບໍ່ເກິນ 20 ປີ ຮອບຄັດເລືອກ 2022 ( AFC U20 Women’s Asian Cup Uzbekistan 2022 Qualifiers Round 1 ) ລະຫວ່າງວັນທີ 14-22 ສິງຫາ 2022.

ສໍາລັບ ການແຂ່ງຂັນຮອບຄັດເລືອກລາຍການດັ່ງກ່າວແມ່ນມີທັງຫມົດ 31 ປະເທດ ເຂົ້າຮ່ວມການແຂ່ງຂັນໂດຍຈະແບ່ງກຸມອອກເປັນ 8 ກຸ່ມ ເຊິ່ງ 1 ໃນ 8 ປະເທດເຈົ້ານັ້ນປະກອບມີ: ສປປ ລາວ ເປັນເຈົ້າພາບ ຮ່ວມກັບ ອົດສະຕຣາລີ, ສປ ຈີນ, ໄຕຫວັນ, ມົງໂກລີ, ມຽນມາ, ສິງກະໂປ ແລະ ທາຈິກິດສະຖານ.

ຮູບແບບການແຂ່ງຂັນແບບພົບກັນໝົດ ໂດຍເອົາທີມແຊັມຈາກແຕ່ລະກຸ່ມ ເຂົ້າໄປຫຼິ້ນຮອບທີສອງຈະແຂ່ງຂັນໃນລະຫວ່າງວັນທີ 3-7 ພະຈິກ 2021 ເຊິ່ງ ທີມທີ່ໄດ້ອັນດັບ 1-4 ແມ່ນຈະໄດ້ໄປຫຼິ້ນໃນຮອບສຸດທ້າຍ ຮ່ວມກັບທີມທີ່ໄດ້ອັນດັບ 1-3 ໃນປີ 2019 ຄື: ຍີ່ປຸ່ນ, ສປປ ເກົາຫຼີ, ສ.ເກົາຫຼີ ແລະ ປະເທດທີ່ເປັນເຈົ້າພາບ, ສ່ວນຮອບສຸດທ້າຍແມ່ນຈະຈັດຢູ່ທີ່ປະເທດອຸສເບກິສຖານ ໃນລະຫວ່າງວັນທີ 4-17 ເມສາ 2022.

ຂະນະທີ່ ການຈັບສະຫຼາກຈະມີຂຶ້ນຢູ່ສຳນັກງານໃຫຍ່ ສະຫະພັນບານເຕະອາຊີ ນະຄອນຫລວງກົວລາລຳເປີ ປະເທດມາເລເຊຍ ໃນໄວໆນີ້ິ້ ເຊິ່ງຜົນການຈັບສະຫລາກຈະເປັນແນວໃດຈະລາຍງານຕື່ມຕາມ.ພາຍຫຼັງ.
ຂ່າວ: ຄໍາສອນ, ຮູບ: ສຕລ