ອາລິຊົງ ຜູ້ຮັກສາປະຕູຄົນທໍາອິດຂອງ ລິເວີພູລ ຄົນທີ 6 ຂອງພຣີເມຍລີກ ຍິງປະຕູໄດ້

440

ອາລິຊົງ ເບັກເກີ ສ້າງປະຫວັດສາດກາຍເປັນຜູ້ຮັກສາປະຕູຄົນທໍາອິດຂອງ ລິເວີິພູລ ທີ່ຍິງປະຕູໄດ້ຕໍ່ຈາກປີ 1892 ແລະ ເປັນຜູ້ຮັກສາປະຕູຄົນທີ 6 ໃນປະຫວັດສາດຂອງ ພຣີເມຍລີກ ອັງກິດ ທີ່ຍິງປະຕູໄດ້ ຫຼັງຂຶ້ນໄປໂໝ່ງປະຕູໄຊໃຫ້ກັບ ລິເວີພູລ ບຽດເອົາຊະນະ ເວັສບຣອມວິຊ 2-1 ໃນທ້າຍເກມເມື່ອວັນທີ 16 ພຶດສະພາ ທີ່ຜ່ານມາ.

ການແຂ່ງຂັນນັດດັງກ່າວ ລີເວີພູລ ຍັງມີລຸ້ນໂຄຕ້າ ແຊັມປ້ຽນລີກ ບຸກໄປຢາມ ເວັສບຣອມວິຊ ອັລບຽນ ທີ່ຕົກຊັ້ນແນ່ນອນແລ້ວ ປາກົດວ່າ ຮາວ ຣັອບສັນ ຄານູ ຍິງປະຕູໃຫ້ກັບ ເວັສບຣອມວິຊ ນາທີ 15 ກ່ອນທີ່ ລີເວີພູລ ຈະມາຕີສະເໝີ 1-1 ຈາກຈາກຍິງຂອງ ໂມຮາເໝັດ ຊາລາ ນາທີ 33.

ສ່ວນໄລຍະເວລາທີເຫຼືອທໍາທ່າວ່າຈະສະເໝີກັນ ແຕ່ນາທີໆ 95+5 ອາລິຊົງ ຂຶ້ນໄປໂໝ່ງບານ ແລະ ກໍເປັນປະຕູໄຊໃຫ້ກັບ ລິເວີພູລ ແຊງເອົາຊະນະຄູ່ແຂ່ງໄປຫວຸດຫວິດ 2-1 ຈາກຜົນດັ່ງກ່າວເຮັດໃຫ້ ລິເວີພູລ ເກັບເພີ່ມເປັນ 63 ຄະແນນຈາກ 36 ນັດ ( ເຫຼືອ 2 ນັດສຸດທ້າຍ ) ກາຍເປັນ 1 ໃນ 5 ທີມທີ່ຍັງມີລຸ້ນໂຄຕາໄປ ຢູຟາ ແຊັມປ້ຽນລີກ ຮ່ວມກັບ ເລັສເຕີ ຊິຕີ້ ທີມອັນດັບ 3 ມີ 66 ຄະແນນ ແລະ ເຊລຊີ ທີມອັນດັບ 4 ມີ 64 ຄະແນນ, ສ່ວນອີກ 2 ທີມທີ່ໄດ້ສິດໄປ ຢູຟາ ແນ່ນອນແລ້ວປະກອບມີ ແມນເຊັສເຕີ ຊິຕີ້ ແຊັມລະດູການນີ້ແລ້ວມີ 83 ຄະແນນ ແລະ ແມນເຊັສເຕີ ຢູໄນເຕັດ ມີ 70 ຄະແນນ.