ເຈີຣາດ ຄວ້າລາງວັນຜູ້ຈັດການທີມດີເດັ່ນໃນລີກສູງສຸດຂອງ ສະກ໊ອດແລນ

509

ສະຕີເວນ ເຈີຣາດ ຄວ້າລາງວັນຜູ້ຈັດການທີມດີເດັ່ນ ປະຈໍາລະດູການ 2020-2021 ຫຼັງຈາກພາ ເຣນເຈີ ເອັຟຊີ ສ້າງຜົນງານໂດດເດັ່ນຈົນຄວ້າແຊັມລີກໄດ້ສໍາເລັດ.

ເຈີຣາດ ອະດີດກອງກາງຂອງ ລິເວີພູລ ພາ ເຣນເຈີ ສ້າງຜົນງານໂດດເດັ່ນລົງສະໜາມ 37 ນັດບໍ່ເຄີຍເສຍໃຫ້ກັບທີມໃດ ຈົນກະລັນຕີເປັນແຊັມລີກເປັນທີ່ແນ່ນອນແລ້ວ

ການຄວ້າແຊັມຄັ້ງນີ້ ຍັງເປັນການພາທີມຄວ້າແຊັມຄັ້ງທໍາອິດໃນຮອບ 10 ປີຂອງສະໂມສອນອີກນັບແຕ່ປີ 2010-2011.