ແຂວງຫຼວງພະບາງ ສັກວັກແຊັງປ້ອງກັນໂຄວິດ-19 ໄປແລ້ວຫຼາຍກວ່າ 33 ພັນຄົນ

373

ແຂວງຫຼວງພະບາງ ໄດ້ສັກວັກຊີນໄປແລ້ວ 33ພັນກວ່າຄົນ,  ໃນນີ້ສັກຄົບ 2 ເຂັມແລ້ວຫຼາຍກວ່າ6ພັນຄົນ, ຈາກນັ້ນຈະສືບຕໍ່ສັກເຂັມທີ 1 ຈຳຮອດວັນທີ 14 ພຶດສະພາ 2021 ຈາກນັ້ນຈະຢຸດພັກ ກວດກາເບິ່ງວັກຊີນທີ່ຍັງເຫຼືອ, ຈາກນັ້ນຈະສືບຕໍ່ສັກເຂັມທີ 2 ໃນວັນທີ 24 ພຶດສະພາສຳລັບຊີໂນຟາມ ແລະສັກເຂັມທີ2ຂອງແອສຕຣາ ຊີນີກາ ໃນວັນທີ 5ກໍລະກົດ 2021 ແລະ ຈະໃຫ້ສຳເລັດໃນວັນທີ 10 ກໍລະກົດ 2021.

ຂ່າວສານຫລວງພະບາງ Luangprabang News ລາຍງານວ່າ: ທ່ານ ດຣ ຫຸມພັນ ຈີຣະສັກ ຫົວໜ້າຂະແໜງອະນາໄມ ແລະສົ່ງເສີມສຸຂະພາບ ຜູ້ຮັບຜິດ ຊອບວຽກງານໃຫ້ວັກຊີນຕ້ານໂຄວິດ-19 ແຂວງຫຼວງພະບາງ ໄດ້ລາຍງານໃຫ້ຮູ້ວ່າ: ມາຮອດປັດຈຸ ບັນ ແຂວງຫຼວງພະບາງ ໄດ້ສັກວັກຊີນໄປແລ້ວ 33.000 ຄົນ, ຈໍານວນນີ້ມີຄົນຈີນ ປະມານ 2.500 ຄົນ, ໃນນີ້ສັກຄົບ 2 ເຂັມແລ້ວ ຈຳນວນ 6.780 ຄົນ.


ສຳລັບການສັກວັກຊີນ ແຂວງຫຼວງພະບາງໄດ້ແບ່ງອອກເປັນ 16 ຈຸດໃນນີ້ ຢູ່ເທດສະບານແຂວງ ມີ 4 ຈຸດ, ສຳລັບຄົນຈີນ 1 ຈຸດ, ຢູ່ບັນດາເມືອງ 12 ຈຸດ. ແຂວງຫຼວງພະບາງ ໄດ້ຮັບວັກຊີນ ຈາກສູນກາງ ທັງໝົດ 3 ຄັ້ງ ຄື: ຄັ້ງທີ1 ໄດ້ຮັບຊີໂນຟາມ 23.000 ໂດສ, ຄັ້ງທີ 2 ໄດ້ຮັບແອສຕຣາ ຊີນີກາ ຈຳນວນ 6.000 ໂດສ ແລະຄັ້ງທີ 3 ໄດ້ຮັບຊີໂນຟາມ 53.000 ໂດສ ລວມທັງໝົດແມ່ນ 72.600 ໂດສ. ຜູ້ທີ່ໄດ້ຮັບວັກຊີນເຂັມທີ 1 ຂອງຊີໂນຟາມ ທັງໝົດ 29.959 ຄົນ,ໃນນີ້ສັກຄົບ 2 ເຂັມແລ້ວຈຳນວນ 6.780 ຄົນ. ຈໍານວນ 3.000 ຄົນ ແລະຈະສືບຕໍ່ສັກເຂັມທີ 1 ຈຳຮອດວັນທີ 14 ພຶດສະພາ 2021 ຈາກນັ້ນຈະຢຸດພັກ ກວດກາເບິ່ງວັກຊີນທີ່ຍັງເຫຼືອ, ຈາກນັ້ນຈະສືບຕໍ່ສັກເຂັມທີ 2 ໃນວັນທີ 24 ພຶດສະພາສຳລັບຊີໂນຟາມ ແລະສັກເຂັມທີ2ຂອງແອສຕຣາ ຊີນີກາ ໃນວັນທີ 5ກໍລະກົດ 2021 ແລະ ຈະໃຫ້ສຳເລັດໃນວັນທີ 10 ກໍລະກົດ 2021.


ພ້ອມນີ້ ທ່ານຍັງໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນພາຍໃນແຂວງຫຼວງພະບາງ ຈົ່ງພ້ອມໄປສັກວັກຊີນ ຕ້ານໂຄວິດ-19 ຢູ່ຕາມຈຸດຕ່າງໆທີ່ທາງການກຳນົດໄວ້ໃຫ້ ທັງນີ້ກໍເພື່ອເປັນການຫຼຸດຜ່ອນຄວາມສ່ຽງໃນການຕິດເຊື້ອພະຍາດໂຄວິດ-19.
ຂ່າວໂດຍ: ດາວອນ ມະນີວັນ