ອິດສະຣາແອນ-ປາເລັດສະຕິນ ຂັດແຍ່ງກັນຮຸນແຮງອີກຄັ້ງ ເຖິງຂັ້ນຍິງຕອບໂຕ້ກັນ

4019

ສຳນັກຂ່າວຕ່າງປະເທດລາຍງານວ່າ: ການໂຈມຕີດ້ວຍຈະຫຼວດ ແລະ ການໂຈມຕີທາງອາກາດລຫວ່າງອິດສະຣາແອນກັບກຸ່ມຮາມາສ ເຊິ່ງເປັນກອງກຳລັງຕິດອາວຸດປາລາສະຕິນ ຍັງບໍ່ມີທ່າທີວ່າຈະຢຸດຕິລົງງ່າຍໆ ເຖິງວ່າຫຼາຍປະເທດຮຽກຮ້ອງໃຫ້ຢຸດຕິການປະທະກັນກໍຕາມ.

ຫຼ້າສຸດ ກຸ່ມຮາມາສ ອອກມາເປີດເຜີຍວ່າ ໄດ້ຍິງຈະຫຼວດປະມານ 130 ລູກເຂົ້າໃສ່ນະຄອນເທລອາວີຟຂອງອິດສະຣາແອນ, ຫຼັງຈາກທີ່ອິດສະຣາແອນໂຈມຕີທາງອາກາດ ເຮັດໃຫ້ອາຄາສູງ 13 ຊັ້ນໃນກາຊາຫັກພັງລົງມາ.

ຫຼ້າສຸດມີລາຍງານວ່າ ການໂຈມຕີຕອບໂຕ້ກັນຄັ້ງນີ້ ມີຜູ້ເສຍຊີວິດຢ່າງໜ້ອຍ 40 ຄົນ, ໃນນັ້ນອິດສະຣາແອນເສຍຊີວິດ 5 ຄົນ ແລະ ອີກ 35 ຄົນເປັນຊາວປາລາສະຕິນ ໃນນັ້ນມີເດັກນ້ອຍ 12 ຄົນ.

ເຫດການຄັ້ງນີ້ເກີດຂຶ້ນພາຍຫຼັງທີ່ຊາວປາແລັດສະຕິນ ບໍ່ພໍໃຈຕໍ່ການກະທຳຂອງອິດສະຣາແອນຫຼາຍເລື່ອງ ໂດຍສະເພາະການບັງຄັບຊາວປາເລັດສະຕິນໃຫ້ອອກຈາກທີ່ຢູ່ອາໄສຂອງຕົນໃນເຂດເຢຣູຊາແລັມ ແລະ ບັນຫາຂັດແຍ່ງອື່ນທີ່ມີມາຢ່າງດົນນານ.