ໂຮງງານ ຮັດຈິລາວ ມອບເຄື່ອງປ້ອງກັນໂຄວິດ-19 ໃຫ້ກະຊວງ ອຄ

437

ວັນທີ 7 ພຶດສະພາ 2021 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ( ອຄ) ໄດ້ມີພິທີມອບ-ຮັບ ມອບເຄື່ອງຊ່ວຍເຫຼືອ ເພື່ອຮັບມືກັບການແຜ່ລະບາດຂອງພະຍາດ Covid-19 ຈາກໂຮງງານ ຮັດຈິລາວ ໂດຍກ່າວມອບໂດຍທ່ານ MASAKI NISHIGAKI ຜູ້ອຳນວຍການໂຮງງານ ແລະ ຮັບໂດຍ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ  ທັງເປັນຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ກະຊວງ, ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກົມອ້ອມຂ້າງກະຊວງເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ສົມຈິດ ອິນທະມິດ ໄດ້ສະແດງຄວາມຂອບໃຈມາຍັງຜູ້ອໍານວຍການໂຮງງານ ທີ່ປະກອບສ່ວນໃນຄັ້ງນີ້ ພ້ອມເນັ້ນໃຫ້ໂຮງງານປະຕິບັດມາດຕະການເຂັ້ມງວດໃນການປ້ອງກັນໂຄວິດ 19 ແລະ ແນະນໍາໃຫ້ເຈົ້າຂອງໂຮງງານ ເອົາໃຈໃສ່ໃຫ້ພະນັກງານກໍາມະກອນໄດ້ໄປສັກວັກຊິນປ້ອງກັນໂຄວິດ-19 ຕາມຈຸດບໍລິການຕ່າງໆ.


ເຄື່ອງຊ່ວຍເຫຼືອທີ່ໂຮງງານນຳມາມອບໃນຄັ້ງນີ້ປະກອບມີ: ຊຸດປ້ອງກັນແບບໃຊ້ເທື່ອດຽວ(ເສື້ອກາວ Surgical Isolation Gown, ໝວກ Surgical Cap) ຈຳນວນ 300 ຊຸດ ມູນຄ່າລວມ 1.350 ໂດລາ. ເຄື່ອງດັ່ງກ່າວ ກະຊວງ ອຄ ແມ່ນຈະໄດ້ນຳໄປມອບຕໍ່ໃຫ້ໂຮງໝໍທີ່ມີຄວາມຕ້ອງການນຳໃຊ້ເຂົ້າໃນການປ້ອງກັນການລະບາດຂອງພະຍາດ COVID-19.


ໂຮງງານຮັດຈິລາວ ຕັ້ງຢູ່ບ້ານບ້ານດົງສ້າງຫີນ ເມືອງໄຊທານີ,ນະຄອນຫລວງວຽງຈັນ ໄດ້ເລີ່ມດຳເນີນກິດຈະການມາແຕ່ປີ 2009, ມີກຳມະກອນມີທັງໝົດ 250 ຄົນ (ຍິງ 238 ຄົນ). ຜະລິດຕະພັນຂອງໂຮງງານປະກອບມີ: ຜ້າຫົ່ມ, ຊົບຜ້າຫົ່ມ, ຖົງຫຸ້ມຫໍ່, ເສື່ອນອນ, ເສື້ອຫຸ້ມ, ໝອນ, ຜ້າປູບ່ອນນອນ, ຖົງ, ຊຸດ PPE, ອຸປະກອນການແພດ, ຜ້າປິດປາກ ແລະ ອັດຮ່າຍຖ່ານຂາວໃສຖົງ (ດັບກິ່ນ) ໂດຍຈຳໜ່າຍຢູ່ພາຍໃນ ແລະ ສົ່ງອອກຕ່າງປະເທດ ເຊັ່ນ: ປະເທດ ຍີປຸ່ນ,ໄທ,ຈີນ.