ຄໍລໍາມຸມຫຼັກແປດ: ຫັນກຽວວິໄນສັງຄົມ

1520

ເຖົ້າແກ່ບູຮານລາວມັກສັ່ງສອນກ່ຽວກັບລະບຽບວິໄນຂອງສັງຄົມແບບປຽບເປີຍວ່າ: ຜີບ້ານພ້ອມຜີປ່າ…ເຊິ່ງປາກົດການນີ້ມັນສະແດງອອກໃຫ້ພວກເຮົາເຫັນຢ່າງຈະແຈ້ງໃນເວລາທີ່ປະເທດຊາດພົບກັບການລະບາດຂອງພະຍາດໂຄວິດ-19, ໂດຍສະເພາະໃນເດືອນເມສາ ໄດ້ເກີດກໍລະນີຕົວແທນແຜ່ກະຈາຍເຊື້ອ (Super Spreader) ເຊິ່ງເຮັດໃຫ້ຜູ້ຕິດເຊື້ອເພີ່ມຂຶ້ນຢ່າງໄວວາຈົນວ່າມີການປິດເມືອງ (Lock Dowh) ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຈຳນວນໜຶ່ງ. ຜູ້ນຳເຊື້ອມາແຜ່ນັ້ນແມ່ນມີການພົວພັນກັບຄົນຕ່າງປະເທດຄືຫຼາຍທ່ານໄດ້ຮູ້.


ກ່ອນຈະເກີດເຫດການຕ້ອງຍອມຮັບວ່າວິໄນສັງຄົມພວກເຮົາບໍ່ເຂັ້ມແຂງ ຄົນຈຳນວນໜຶ່ງບໍ່ນັບຖືລະບຽບ-ກົດໝາຍເຫັນຜົນປະໂຫຍດສ່ວນຕົວສູງເກີນໄປ ບໍ່ຫົວຊາຕໍ່ລະບຽບວິໄນ ເລີ່ນເລີ້, ໃຜເປັນຫຍັງກໍຊ່າງ ວ່າແຕ່ຕົນເອງມີຜົນປະໂຫຍດກໍພໍ ສະແດງອອກແມ່ນພວກອຳນວຍຄວາມສະດວກໃຫ້ມີເຫດການນີ້ເກີດຂຶ້ນ.


ຂໍໂທດ..ບໍ່ແມ່ນນຳເຫດການມາເລົ່າຊໍ້າຕື່ມ, ແຕ່ຢາກແລກປ່ຽນກັນວ່າໃນຕໍ່ໜ້າພວກເຮົາຈະມີມາດຕະການແນວໃດ? ເພື່ອໃຫ້ຄົນໃນສັງຄົມມີວິໄນເຂັ້ມງວດ ແລະ ເຂັ້ມແຂງຂຶ້ນ.


ຜູ້ຂຽນຄິດເຫັນເວລາປະເທດຊາດຫາກໍປົດປ່ອຍໃໝ່ ວິໄນສັງຄົມຍາມນັ້ນເຂັ້ມແຂງຫຼາຍ… ສັດຕູຜີປອງທຳລາຍປະເທດເຮົາທີ່ຍັງອ່ອນນ້ອຍ ແຕ່ຍ້ອນທົ່ວສັງຄົມເປັນເຈົ້າການ ດັ່ງຄຳເວົ້າຂອງທ່່ານຜູ້ນຳທີ່ວ່າ: ປະຊາຊົນລາວມີພົນລະເມືອງ 3 ລ້ານຄົນ ເປັນທະຫານ 3 ລ້ານ ເປັນຕຳຫຼວດ 3 ລ້ານ, ໃນທີ່ສຸດພວກເຂົາກໍບໍ່ສາມາດເຮັດຟືນເຮັດໄຟຫຍັງໄດ້.

ບົດຮຽນຈາກການລະບາດຮອບສອງນີ້ຈະເຮັດໃຫ້ພວກເຮົາໝົດທຸກຄົນຕ້ອງໄດ້ຮ່ວມກັນຫັນກຽວວິໄນສັງຄົມໃຫ້ແໜ້ນເຂົ້າກວ່າເກົ່າ ເປັນຫູເປັນຕາສອດສ່ອງດູແລປະເທດຊາດບ້ານເມືອງ, ປະຕິບັດຕາມຄຳສັ່ງຂອງຂັ້ນເທິງຢ່າງເຄັ່ງຄັດ ຄິດວ່າພວກເຮົາຈະສາມາດຜ່ານຜ່າວິກິດການອັນຮ້າຍແຮງໃນຄັ້ງນີ້ໄປໄດ້.

ຂໍຮຽກຮ້ອງໃຫ້ໝົດທຸກຄົນໃນສັງຄົມພ້ອມກັນຫັນກຽວວິໄນສັງຄົມໃຫ້ແໜ້ນຂຶ້ນນັບມື້.

(ຈົບ)

[ທິດດີ]