ໂຊກໄຊ-ອ້າຍ 2 ນັກເຕະເຍົາວະຊົນຂອງ ເອັຟຊີ ຈັນທະບູລີ ຈະຫຼິ້ນໃຫ້ ມສ ຫງວຽນຢູ ໃນໂຄປາ ໂຄຄາ-ໂຄລາ

853

ຄູນທະວີ ທອງມະນີ ຫຼື ໂຊກໄຊ (ເສື້ອຟ້າ) ແລະ ດູລະໄນ ແກ້ວມະນິວົງ ຫຼື້ ອ້າຍ (ເສື້ອແດງ) 2 ກອງໜ້າ ໜຸ່ມນ້ອຍທີ່ກຳລັງມາແຮງ ເຊິ່ງເປັນທີ່ຕິດຕາມຂອງຫຼາຍທີມ ໃນລາຍການ ໂຄປາ ໂຄຄາໂຄລາ 2021 ແລະ ທັງສອງຍັງຢູ່ໃນແຜນສ້າງທີມຂອງ ອຈ ກິດສະດາ ທອງເຄນ ຫົວໜ້າຄູຝືກ ຢູ-15 ສະໂມສອນ ເອັຟຊີ ຈັນທະບູລີ ຫຼື ຊື່ເກົ່າ ລາວ ໂຕໂຢຕ້າ ເອັຟຊີ.

ຫຼ້າສຸດ ທາງໂຮງຮຽນ ຫງວຽນຢູ ຕາງໜ້າເມືອງຈັນທະບູລີ ດຶງຕົວທັງສອງຄົນໄປເສີມທັບ ກຽມຮ່ວມເຕະບານ ຮອບສຸດທ້າຍ ພາຍໃນນະຄອນຫຼວງວຽງຈັນ ລາຍການ ໂຄປາ ໂຄຄາໂຄລາ 2021 ດ້ວຍສັນຍາຢືມຕົວເປັນທີ່ຮຽບຮ້ອຍ.

ປັດຈຸບັນ ໂຊກໄຊ ແລະ ອ້າຍ ຍັງເປັນນັກຮຽນ ຂອງໂຮງຮຽນມັດທະຍົມສຶກສາ ຫຼື ມສ ນິຣະດາ ຢູ່ຊັ້ນ ມ 4 ເຄີຍມີປະສົບການໃນການແຂ່ງຂັນໃຫ້ກັບ ເອັຟຊີ ຈັນທະບູລີ ໃນຮຸ່ນອາຍຸບໍ່ເກີນ 15 ປີ ແລະ 17 ປີໃນລາຍການຊີງຂັນ ສະຫະພັນບານເຕະແຫ່ງຊາດລາວ ໃນໄລຍະທີ່ຜ່ານມາ.