ແຂວງຈຳປາສັກບວກເພີ່ມ 11 ກໍລະນີ ຍອດສະສົມຕິດເຊື້ອໂຄວິດເປັນ92 ກໍລະນີ

495

ໃນວັນທີ 29 ເມສາ ປີ 2021 ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄດ້ຖະແຫຼງຂ່າວປະຈຳວັນ.

ໃນວັນທີ 28 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 2.817 ຄົນ ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 68 ຄົນ, ໃນນັ້ນມີນະຄອນຫຼວງ 34 ຄົນ,ຈຳປາສັກ 11 ຄົນ,ບໍ່ແກ້ວ 10 ຄົນ, ແຂວງຫຼວງພະບາງ 8 ຄົນ, ຫຼວງນ້ຳທາ 2 ຄົນ, ວຽງຈັນ 1 ຄົນ, ອຸດົມໄຊ 1 ຄົນ ແລະ ຜົ້ງສາລີ 1 ຄົນ.


ມາຮອດປະຈຸບັນ ສປປ ລາວ ມີ ຕົວເລກຜູ້ຕິດເຊື້ອສະສົມທັງໝົດ 672 ຄົນ, ບໍ່ມີຜູ້ເສຍຊີວີດ, ປິ່ນປົວຫາຍດີ 50 ຄົນ, ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວຢູ່ສະຖານທີ່ທີ່ຄະນະສະເພາະກິດກຳນົດໄວ້ ຈຳນວນ 622 ຄົນ, ລາຍລະອຽດດັ່ງນີ້:ຢູ່ນະຄອນຫຼວງວຽງຈັນ 439 ຄົນ (ໃໝ່ 34), ແຂວງຈຳປາສັກ 92 ຄົນ (ໃໝ່ 11), ສຳລັບຄົນເຈັບແຂວງເຊກອງ ແມ່ນ
ນອນປິ່ນປົວຢູ່ແຂວງຈຳປາສັກ, ແຂວງສະຫວັນນະເຂດ 22 ຄົນ, ແຂວງບໍ່ແກ້ວ 24 ຄົນ (ໃໝ່ 10), ແຂວງສາລະວັນ 6 ຄົນ, ແຂວງອຸດົມໄຊ 3 ຄົນ (ໃໝ່ 1), ແຂວງຫຼວງນ້ຳທາ 6 ຄົນ (ໃໝ່ 2), ແຂວງວຽງຈັນ 8 ຄົນ (ໃໝ່ 1) (ຄົນເຈັບຂອງແຂວງວຽງຈັນ1 ຄົນມາປີ່ນປົວໃນ ນະຄອນຫຼວງວຽງຈັນ, ຜົ້ງສາລີ 3 ຄົນ (ໃໝ່ 1), ແຂວງຫຼວງພະບາງ 14 ຄົນ (ໃໝ່ 8), ແຂວງໄຊຍະບູລີ 1 ຄົນ,  ແຂວງບໍລິຄຳໄຊ 2 ຄົນ, ແຂວງຄຳມ່ວນ 1 ຄົນ, ຊຽງຂວາງ 1ຄົນ.ຄົນເຈັບທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດ ສົມບຸນ ປົກກະຕິ ແລະ ທຸກຄົນແຂງແຮງດີ


ຕໍ່ກັບສະພາບດັ່ງກ່າວ ຂ້າພະເຈົ້າຈຶ່ງຂໍຮຽກຮ້ອງມາຍັງ ອຳນາດການປົກຄອງທຸກຂັ້ນໃຫ້ຕິດຕາມເອົາໃຈໃສ່ ກວດກາການຈັດຕັ້ງປະຕິບັດຂອງແຈ້ງການດັ່ງກ່າວໂດຍສະເພາະການເຄື່ອນ ໄຫວໄປມາຂອງປະຊາຊົນທີ່ຫ້າມອອກຈາກເຮືອນ ແລະ ຫ້າມການເດີນທາງຖ້າບໍ່ມີຄວາມຈຳເປັນ, ໃຫ້ຕິດຕາມກວດກາຜູ້ທີ່ກັບມາຈາກປະເທດທີ່ມີການລະບາດຂອງພະຍາດ COVID-19, ຖ້າມີການພົບເຫັນການເຂົ້າມາ ແບບຜິດກົດໝາຍ ກໍໃຫ້ຮີບຮ້ອນແຈ້ງຄະນະສະເພາະກິດຂັ້ນຂອງຕົນທັນທີ ເພື່ອນຳເອົາຜູ້ກ່ຽວໄປກວດຫາເຊື້ອພະຍາດ ແລະ ຈຳກັດບໍລິເວນ ຕາມລະບຽບການ.

ຄຽງຄູ່ກັບການປະຕີບັດມາດຕະການຢ່າງເຂັ້ມງວດແລ້ວ ກໍຂໍໃຫ້ພໍ່ແມ່ປະຊາຊົນ ແລະ ທຸກ ພາກສ່ວນ ທີ່ນອນໃນກຸ່ມເປົ້າໝາຍຕ້ອງໄດ້ສັກວັກຊີນ COVID-19 ຈົ່ງພ້ອມໃຈກັນໄປຮັບການສັກຢາວັກຊີນຕາມສະຖານທີ່ບໍລິການທີ່ໄດ້ກຳນົດໄວ້ ເພື່ອປ້ອງກັນຕົວທ່ານເອງ, ຄອບຄົວຂອງທ່ານ ແລະ ປະຊາຊົນລາວເຮົາທຸກຄົນ ຈາກພະຍາດໂຄວິດ-1