23 ເມສາ ຄະນະສະເພາະກິດຖະແຫຼງ ພົບຜູ້ຕິດເຊື້ອໂຄວິດ-19ຈຳນວນ 65 ຄົນ ເປັນສະຖິຕິສູງສຸດ ໃນວັນດຽວ

937

ຕາມຖະແຫຼງການຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ປະຈຳວັນທີ 23​ ເມສາ​ 2021​ ໃຫ້ຮູ້ວ່າ: ການກວດວິເຄາະຫາເຊື້ອໂຄວິດ-19​ ໃນວັນທີ​ 2​2 ເມສາ​ ຜ່ານມາ​ ພົບເຊື້ອໃຫມ່​ທັງໝົດ​ 65 ຄົນ; ໃນນັ້ນທາມລາຍຂອງຫຼາຍຄົນແມ່ນມີສ່ວນກ່ຽວພັນກັບຫຼາຍສະຖານທີ່ ເປັນຕົ້ນຢູ່ຕະຫຼາດອົດຊີ, ສູນການຄ້າລາວ-ໄອເຕັກ, ຕະຫຼາດສະພານທອງ ກາເຟອາເມຊອນສາຂາລັດຕະນະ ນອກນັ້ນຍັງໄປທ່ຽວວັງວຽງ, ຫຼວງພະບາງ.

ທ່ານ ຮສ. ດຣ. ພູທອນ ເມືອງປາກ ຫົວໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ຮອງລັດຖະມົນຕີ, ກະຊວງສາທາລະນະສຸກ ພ້ອມດ້ວຍ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແລະ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຖະແຫລງຂ່າວປະຈຳວັນທີ 23 ເມສາ 2021 ວ່າ: ໃນວັນທີ 23 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.292 ຄົນ; ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 65 ຄົນ, ໃນນັ້ນ ຈາກນະຄອນຫຼວງວຽງຈັນ 60 ຄົນ, ແຂວງບໍ່ແກ້ວ 2 ຄົນ, ແຂວງຈຳປາສັກ 2 ຄົນ ແລະ ແຂວງວຽງຈັນ 1 ຄົນ.


ສັງລວມມາຮອດມືນີ້ທົ່ວລາວເຮົາກວດພົບຜູ້ຕິດເຊື້ອສະສົມ 159 ຄົນ ວັນທີ 22 ເມສາມື້ດຽວ 65 ຄົນ ຖືວ່າແຜ່ໄວຫຼາຍກວມເອົາ 8 ແຂວງແລ້ວທີ່ພົບຜູ້ຕິດເຊື້ອໃນປັດຈຸບັນ.  ໃນນີ້ປິ່ນປົວດີ 49 ຄົນ, ກຳລັງນອນປິ່ນປົວ110ຄົນ.

8 ແຂວງປະກອບມີ ນະຄອນຫຼວງວຽງຈັນ 95 ຄົນ(ໃໝ່60ຄົນ), ຈຳປາສັກ 5 ຄົນ(ໃໝ່2ຄົນ), ສະຫວັນນະເຂດ3 ຄົນ, ບໍ່ແກ້ວ3 ຄົນ(ໃໝ່2ຄົນ), ບໍລິຄຳໄຊ1 ຄົນ, ຄຳມ່ວນ1 ຄົນ, ສາລະວັນ1 ຄົນ ແລະ ແຂວງວຽງຈັນ 1 ຄົນ(ໃໝ່). ສັງລວມການເກັບຕົວຢ່າງກວດວິເຄາະ ນັບແຕ່ເດືອນມັງກອນ 2020 ຮອດປັດຈຸບັນ ມີທັງໝົດ 151.451 ຕົວຢ່າງ, ໃນນັ້ນ ກວດພົບເຊື້ອສະສົມ 159 ຄົນ.

ປັດຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທັງໝົດ 47 ສູນ, ມີຜູ້ຈຳກັດບໍລິເວນທັງໝົດ 3. 632 ຄົນ, ທຸກຄົນແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ COVID-19.

ປະຈຸບັນ ສະພາບການລະບາດພາຍໃນປະເທດຂອງ ສປປ ລາວເຮົາ ສືບຕໍ່ມີການລາຍງານຜູ້ຕິດເຊື້ອໃໝ່ເພິ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງມີຜູ້ຕິດເຊື້ອສະສົມສູງກວ່າຮ້ອຍກວ່າຄົນ.ບາງປະເທດໃນອາຊີຂອງພວກເຮົາ ກຳລັງພະເຊີນໜ້າກັບການຂາດແຄນເຄື່ອງອົກຊີເຈນ, ຈຳນວນຕຽງກໍ່ບໍ່ພຽງພໍ, ຈຳນວນຄົນເສຍຊີວິດກໍ່ເພິ່ມຂຶ້ນເລື້ອຍໆ ຍ້ອນບໍ່ໄດ້ຮັບການປິ່ນປົວຢ່າງທັນການ ຫຼື ບໍ່ໄດ້ຮັບການປິ່ນປົວເລີຍ.


ຕໍ່ກັບສະພາບການດັ່ງກ່າວ ໃນໂລກ ແລະ ປະເທດອ້ອມຂ້າງ, ພວກເຮົາທຸກຄົນ ຕ້ອງຍົກສູງສະຕິຄວາມຮັບຜິດຊອບ ຈົ່ງພ້ອມໃຈກັນປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ ແລະ ສືບຕໍ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງຖືກຕ້ອງ ແລະ ເຮັດເປັນປະຈຳ ໃຫ້ກາຍເປັນຄວາມຊິນເຄີຍ ເພື່ອປ້ອງກັນຕົວທ່ານເອງ, ຄົນອ້ອມຂ້າງ ແລະ ສັງຄົມລາວ ໃຫ້ປອດໄພຈາກພະຍາດໂຄວິດ-19.


ບົດຮຽນການຕິດເຊື້ອທີ່ຜ່ານມາ ສະແດງໃຫ້ເຮົາເຫັນວ່າ ການລັກລອບເຂົ້າເມືອງ ທີ່ບໍ່ຖືກຕາມລະບຽບຫຼັກການ ສົ່ງຜົນກະທົບຢ່າງກວ້າງຂວາງ ໃນການດຳລົງຊີວິດປະຈຳວັນຂອງປະຊາຊົນ ແລະ ວົງຈອນເສດຖະກິດ-ສັງຄົມ; ສະນັ້ນ, ອີກເທື່ອໜຶ່ງ  ຂ້າພະເຈົ້າຂໍຮຽກຮ້ອງມາຍັງອົງການປົກຄອງທ້ອງຖິ່ນ, ທະຫານຊາຍແດນ, ເຈົ້າໜ້າທີ່ຕຳຫຼວດ ເອົາໃຈໃສ່ເຝົ້າລະວັງ, ກວດຂັນຕາມຈຸດຜ່ານແດນທ້ອງຖິ່ນ ແລະ ດ່ານຂ້າມລອຍ ຢ່າງເຄັ່ງຄັດ ແລະ ເຖິງຄອບຄົວຍາດຕິພີ່ນ້ອງ ຈົ່ງເປັນຫູເປັນຕາຊ່ວຍກັນ ຫາກຮູ້ວ່າມີຄົນໃນຄອບຄົວຂອງທ່ານ ເດີນທາງມາຈາກປະເທດໃກ້ຄຽງ ທີ່ກຳລັງມີການລະບາດຢູ່, ຈົ່ງຮີບຮ້ອນ ນຳຜູ້ກ່ຽວໄປແຈ້ງຕໍ່ເຈົ້າໜ້າທີ່ ເພື່ອສົ່ງຜູ້ກ່ຽວໄປສູນຈຳກັດບໍລິເວນ ແລະ ເກັບຕົວຢ່າງມາກວດຫາເຊື້ອໂດຍໄວ ເພື່ອສະກັດກັ້ນການແຜ່ເຊື້ອໃສ່ຄົນອ້ອມຂ້າງ ແລະ ໄປສູ່ສັງຄົມ.


ສຳລັບຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອ ຫຼື ມີປະຫວັດເດີນທາງໄປຍັງສະຖານທີ່ມີຄວາມສ່ຽງ ຂໍໃຫ້ທ່ານຮີບຮ້ອນຕື່ນຕົວໄປກວດຕາມສະຖານທີ່ທີ່ໄດ້ກຳນົດໄວ້, ແຍກຕົວເອງຈາກຄົນໃນຄອບຄົວຂອງທ່ານ ແລະ ຄົນອ້ອມຂ້າງ ຈົນຄົບກຳນົດ 14 ວັນ.