ເຈົ້າແຂວງວຽງຈັນ ສັ່ງ ປິດເມືອງ ແຕ່ວັນທີ 22 ເມສາ ຫາ 5 ພຶດສະພາ ປະຊາຊົນຫຼີກລ່ຽງ ໄປມາຫາສູ່ກັນ

721

ໃນວັນທີ 22 ເມສາ 2021 ເຈົ້າແຂວງໆວຽງຈັນ ໄດ້ອອກ ຄໍາສັ່ງ ສະບັບເລກທີ 007 ວ່າດ້ວຍ ການເພີ່ມທະວີ ແລະ ເອົາໃຈໃສ່ໃນການປະຕິບັດມາດຕະການ ເພື່ອປ້ອງກັນຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານພະຍາດ ໂຄວິດ -19 (ໂຄວິດ-19) ເຖິງ: ບັນດາພະແນກການ, ກອງບັນຊາການ ແລະ ເຈົ້າເມືອງ ໃນທົ່ວແຂວງວຽງຈັນ.
ເພື່ອເປັນບ່ອນອີງໃຫ້ທຸກຂະແໜງການ, ທ້ອງຖິ່ນ ແລະ ທົ່ວສັງຄົມ ໃນການຈັດຕັ້ງປະຕິບັດຢ່າງເປັນເອກະພາບ ແລະ ມີປະສິດທິພາບ ໃນທົ່ວແຂວງ. ເຈົ້າແຂວງ, ແຂວງວຽງຈັນ ອອກຄໍາສັ່ງ ດັ່ງນີ້:
1. ໃຫ້ພະແນກການ, ອົງການ, ກົມກອງຂັ້ນແຂວງ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ສືບຕໍ່ເພີ່ມທະວີການ ໂຄສະນາເຜີຍແຜ່, ສຶກສາອົບຮົມ ຢ່າງກວ້າງຂວາງ ແລະ ເລິກເຊິ່ງ ດ້ວຍຫຼາຍຮູບແບບ ແລະ ວິທີການ ເພື່ອເຮັດໃຫ້
ປະຊາຊົນຊາວແຂວງວຽງຈັນ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ຄົນຕ່າງປະເທດທີ່ອງໃສຢູ່ແຂວງວຽງຈັນ ເຫັນໄດ້ໄພອັນຕະລາຍຂອງພະຍາດໂຄວິດ-19 ທີ່ມີການກາຍພັນ ແລະ ມີຄວາມຮຸນແຮງເພີ່ມຂຶ້ນ ພ້ອມທັງຮູ້ຈັກວິທີການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂພະຍາດນີ້ດ້ວຍຕົນເອງ ພ້ອມທັງເຫັນໄດ້ຄວາມຈໍາເປັນໃນການປະກາດໃຊ້ມາດຕະການຕ່າງໆ ເພື່ອສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດດັ່ງກ່າວ ເພື່ອປົກປ້ອງສຸຂະພາບ,ຊີວິດຂອງປະຊາຊົນ ແລະ ຊາວຕ່າງປະເທດທີ່ອາໃສຢູ່ແຂວງວຽງຈັນ.
2. ຈັດຕັ້ງຈຸດກວດກາວິເຄາະຫາເຊື້ອພະຍາດ ໂຄວິດ-19 ຄົ້ນຫາຜູ້ສໍາພັດໃກ້ຊິດກັບຜູ້ຕິດເຊື້ອໃນແຂວງວຽງຈັນ,ສືບຕໍ່ຈັດຕັ້ງຂະບວນການສັກວັກຊິນ ໂຄວິດ-19 ໃຫ້ກຸ່ມເປົ້າໝາຍບູລິມາສິດ ໃນທົ່ວແຂວງວຽງຈັນ ໂດຍປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງເຂັ້ມງວດ.
3. ເພື່ອຮັກສາໄລຍະຫ່າງທາງສັງຄົມ ໃຫ້ບັນດາພະແນກການ, ກົມກອງ, ວິສາຫະກິດ ທົ່ວແຂວງ ຫຼຸດຈໍານວນ ແລະ ຈັດຕັ້ງຜຽນ ພະນັກງານ, ລັດຖະກອນ, ກໍາມະກອນ ຂອງຕົນກັບມາປະຈໍາການໃນແຕ່ລະວັນ ຕາມຄວາມເໝາະສົມ ເລີ່ມແຕ່ວັນທີ 22 ເມສາ 2021 ຫາ 05 ພຶດສະພາ 2021, ຍົກເວັ້ນທະຫານ, ຕໍາຫຼວດ, ເຈົ້າໜ້າທີ່ດັບເພີງ, ໜ່ວຍກູ້ໄພ, ພະນັກງານຮັບຜິດຊອບລະບົບບໍລິການໄຟຟ້າ, ນ້ຳປະປາ, ໂທລະຄົມມະນາຄົມ, ການສື່ສານ, ຂົນສົ່ງ, ສາທາລະນະສຸກ, ອາສາສະໝັກ, ຜູ້ທີ່ໄດ້ຮັບມອບໝາຍໃຫ້ປະຈໍາການ ແລະ ເຮັດວຽກສະກັດກັ້ນ, ຄວບຄຸມ ແລະປິ່ນປົວຜູ້ຕິດເຊື້ອພະຍາດ. ສ່ວນຜູ້ທີ່ບໍ່ໄດ້ມາປະຈໍາການ ແມ່ນໃຫ້ສືບຕໍ່ເຮັດວຽກຂອງຕົນເປັນປົກກະຕິຢູ່ເຮືອນ ຫຼື ທີ່ພັກອາໄສ ໂດຍຜ່ານລະບົບສື່ສານເອເລັກໂທນິກ ແລະ ເຄືອຂ່າຍອິນເຕີເນັດ ເຊັ່ນ: ໂທລະສັບ, ອີເມວ ແລະ ລະບົບກອງປະຊຸມທາງໄກ.
4. ຫ້າມເດີນທາງໄປນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ ຖ້າບໍ່ຈໍາເປັນ ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ແຂວງທີ່ກ່ຽວຂ້ອງ. ໃຫ້ໂຈະການບໍລິການຂົນສົ່ງໂດຍສານຈາກແຂວງໄປນະຄອນຫຼວງວຽງຈັນ ໂດຍມອບໃຫ້ເຈົ້າໜ້າທີ່ຕໍາຫຼວດຕັ້ງຈຸດກວດກາ ຢ່າງເຂັ້ມງວດ.


5. ຫ້າມສວຍ ໂອກາດກັກຕຸນ, ຂຶ້ນລາຄາສິນຄ້າອຸປະໂພກ ແລະ ບໍລິໂພກ ເປັນຕົ້ນແມ່ນຜ້າປິດປາກ-ດັງ, ນ້ໍາຢາລ້າງມື,ຢາປົວພະຍາດ, ອຸປະກອນການແພດ, ເຂົ້າ, ອາຫານ, ນໍ້າດື່ມ ແລະ ອື່ນໆທີ່ຈໍາເປັນຕໍ່ການດໍາລົງຊີວິດປະຈໍາວັນ.ໂດຍມອບໃຫ້ພະແນກອຸດສະຫະກໍາ ແລະ ການຄ້າ ສົມທົບກັບພາກສ່ວນກ່ຽວຂ້ອງ ຕິດຕາມ, ກວດກາ, ຄຸ້ມຄອງລາຄາສິນຄ້າໃຫ້ຢູ່ເກນປົກກະຕິ, ເດັດຂາດບໍ່ໃຫ້ຜູ້ປະກອບການສວຍໂອກາດຂຶ້ນລາຄາສິນຄ້າ, ກໍລະນີກວດກາພົບເຫັນຜູ້ລະເມີດ ແມ່ນໃຫ້ສຶກສາອົບຮົມ ກ່າວເຕືອນ ພ້ອມທັງເຮັດບົດບັນທຶກໄວ້ເປັນຫຼັກຖານ, ຫາກຍັງສືບຕໍ່
ລະເມີດຕື່ມອີກ ແມ່ນໃຫ້ຢຶດໃບທະບຽນ ແລະ ປິດກິດຈະການ ພ້ອມທັງປັບໄໝຕາມລະບຽບການ.
6. ຫ້າມໂຄສະນາ, ເຜີຍແຜ່ ແລະ ສົ່ງຕໍ່ຂໍ້ມູນຂ່າວສານ ທີ່ບໍ່ມີມູນຄວາມຈິງ ໃນຮູບແບບໃດໜຶ່ງ ຜ່ານສື່ຕ່າງໆ ເຊິ່ງເຮັດໃຫ້ມີຄວາມເຂົ້າໃຈຜິດ, ສ້າງຄວາມແຕກຕື່ນ ແລະ ສົ່ງຜົນກະທົບໃນທາງລົບຕໍ່ສັງຄົມ.
7. ຫ້າມຈັດປະຊຸມ, ໂຮມຊຸມນຸມ ຫຼື ຈັດກິດຈະກໍາຕ່າງໆ ທີ່ມີຜູ້ເຂົ້າຮ່ວມຫຼາຍກວ່າ 20 ຄົນ ເປັນຕົ້ນແມ່ນກິດຈະກໍາທາງສາສະໜາ, ງານບຸນປະເພນີ, ງານດອງ ແລະ ງານລ້ຽງສັງສັນງານຊຸມແຊວຕ່າງໆ;ໃນກໍລະນີຈໍາເປັນຕ້ອງຈັດກິດຈະກຳເປັນຕົ້ນ ຄົບງັນງານສົບ, ງານສົ່ງສະການ ແລະ ເຮັດບຸນແຈກທານ ແມ່ນໃຫ້ປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ເຊັ່ນ: ວັດແທກອຸນຫະພູມ, ຮັກສາໄລຍະຫ່າງທາງສັງຄົມຢ່າງໜ້ອຍ 1 ແມັດ,ໃສຜ້າປິດປາກ-ດັງ, ລ້າງມືໃສ່ສະບູ ຫຼື ນ້ຳຢາຂ້າເຊື້ອ, ຖ້າມີກໍລະນີລະເມີດຈະຕ້ອງໄດ້ສຶກສາອົບຮົມ, ກ່າວເຕືອນແລະ ປະຕິບັດມາດຕະການຄືກັນກັບ ຂໍ້ທີ 5.


8. ສືບຕໍ່ປີດດ່ານປະເພນີ ແລະ ດ່ານທ້ອງຖິ່ນ ທາງບົກ ແລະ ທາງນ້ໍາທີ່ມີຊາຍແດນຕິດກັບປະເທດທີ່ມີການລະບາດຂອງພະຍາດ ໂຄວິດ-19 ໃນຊຸມຊົນ; ຍົກເວັ້ນຜູ້ທີ່ມີຄວາມຈໍາເປັນທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງແລະ ລົດຂົນສົ່ງສິນຄ້າໂດຍໃຫ້ມີປະກັນໄພ ໂຄວິດ-19 ແລະ ໃສ່ອຸປະກອນຕິດຕາມທາງການແພດ ໃນໄລຍະຈໍາກັດບໍລິເວນ 14 ວັນ ແລະ ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງອໍານວຄວາມສະດວກໃຫ້ແກ່ຊາວຕ່າງປະເທດທີ່ມີຈຸດປະສົງຢາກເດີນທາງກັບຄືນປະເທດຂອງຕົນ.
9. ໃຫ້ສືບຕໍ່ປີດກິດຈະການຮ້ານບັນເທີງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ, ຮ້ານອງຫານບຸບເຝ່ທຸກປະເພດ, ການບໍລິການຫາດຊາຍແຄມນໍ້າ, ຮ້ານອິນເຕີເນັດຄາເຟ, ຮ້ານນວດ-ສະປາ, ຮ້ານສະນຸກເກີ, ຮ້ານເກຼມ, ສັງວຽນຕີໄກ,ສູນອອກກໍາລັງກາຍ(ຜີດເນັດ), ສະໜາມບານເຕະຟຸດຊໍ ແລະ ສູນກິລາໃນຮົ່ມ ທຸກປະເພດ.


10. ອະນຸຍາດໃຫ້ສືບຕໍ່ກິດຈະການທີ່ມີຄວາມຈໍາເປັນ ເປັນຕົ້ນແມ່ນ ບັນດາໂຄງການໃຫຍ່, ໂຮງຊ່າງ-ໂຮງງານ, ທະນະຄານ, ສະຖາບັນການເງິນ, ໂຮງໝໍ, ສູນການແພດ, ຮ້ານຂາຍຢາ, ໜ່ວຍກູ້ໄພ, ກິດຈະການໄປສະນີ, ໂທລະມະນາຄົມ, ໄຟຟ້າ, ນ້ຳປະປາ, ການບໍລິການເກັບ ແລະ ຖິ້ມຂີ້ເຫຍື້ອ, ຕະຫຼາດກະສິກໍາ, ຮ້ານຂາຍເຄື່ອງຍ່ອຍ, ຮ້ານຄ້າ(ຊຸບເປີມາເກັດ), ປໍ້ານໍ້າມັນ, ຮ້ານອາຫານ ແລະ ຮ້ານກາເຝ. ສຳລັບໂຮງແຮມ, ຣີສອດ ໃຫ້ເປີດສະເພາະການໃຫ້ບໍລິການທີ່ພັກ ແລະ ຮ້ານອາຫານ ແຕ່ຕ້ອງປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ, ພ້ອມທັງໃຫ້ຈັດຕັ້ງຜັດປ່ຽນກັນມາເຮັດວຽກ ເພື່ອຫຼຸດຜ່ອນຄວາມແອອັດ.
11. ໃຫ້ຄະນະສະເພາະກິດທຸກຂັ້ນ ເພີ່ມທະວີການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ເປັນໃຈກາງປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ ຊີ້ນໍາ, ຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກງານສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ພ້ອມທັງປິ່ນປົວຜູ້ຕິດເຊື້ອ ແລະກຽມພ້ອມໃນດ້ານຕ່າງໆ ເພື່ອສາມາດຮັບມືກັບການລະບາດໄດ້, ພ້ອມກັນນັ້ນ, ກໍໃຫ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອລະດົມການຊ່ວຍເຫຼືອໃນດ້ານຕ່າງໆ ທີ່ຈໍາເປັນ.
12. ໃຫ້ບັນດາພະແນກການ, ກົມກອງ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການປົກຄອງເມືອງ ແລະ ບ້ານ ພາຍໃນແຂວງວຽງຈັນ ຈັດຕັ້ງປະຕິບັດມາດຕະການທີ່ກໍານົດໃນຄໍາສັ່ງສະບັບນີ້, ພ້ອມທັງໃຫ້ຈັດຕັ້ງໜ່ວຍງານ ຫຼື ເຈົ້າໜ້າທີ່ເຝົ້າລະວັງ ແລະ ຕິດຕາມກວດກາການຈໍາກັດບໍລິເວນຕົນເອງ ຂອງແຮງງານທີ່ມາຈາກຕ່າງປະເທດ, ລວມທັງຜູ້ທີ່ສຳພັດໃກ້ຊິດກັບຜູ້ທີ່ຕິດເຊື້ອພະຍາດ ໂຄວິດ-19, ກວດກາບໍລິເວນບ້ານ ບໍ່ໃຫ້ມີການຊຸມນຸມ, ການຈັດງານລ້ຽງສັງສັນ, ການມົ້ວສຸມ ທີ່ພາໃຫ້ມີຄວາມສ່ຽງຕໍ່ການຕິດເຊື້ອ ແລະ ເພື່ອຮັບປະກັນຄວາມສະຫງົບປອດໄພ, ພ້ອມທັງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເຜີຍແຜ່ຂໍ້ມູນກ່ຽວກັບການປ້ອງກັນຕົນເອງຈາກພະຍາດດັ່ງກ່າວ ແລະ ແຈ້ງເບີໂທລະສັບຕິດຕໍ່ ໃນກໍລະນີຕ້ອງການຄວາມຊ່ວຍເຫຼືອ ໃຫ້ປະສານເບີຂອງພະແນກ ສາທາລະນະສຸກແຂວງວຽງຈັນ ໂທ: 020 22 475 181, 020 58 899 968 ແລະ ໂຮງໝໍແຂວງ ໂທ: 020 22 917 972.


13. ຄະນະສະເພາະກິດສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ເມືອງ ສືບຕໍ່ປະຕິບັດໜ້າທີ່ຂອງຕົນ ດ້ວຍມາດຕະການຕ່າງໆ ພ້ອມທັງສຸມໃສ່ການສັກວັກຊີນປ້ອງກັນຕາມແຜນການທີ່ກໍານົດໄວ້ ເພື່ອແນໃສ່ຮັບປະກັນບໍ່ໃຫ້ມີການແຜ່ລະບາດຂອງພະຍາດ. ກໍລະນີພົບເຫັນມີແຮງງານລັກລອບເຂົ້າມາແມ່ນໃຫ້ນໍາເຂົ້າສູນກັກໂຕທີ່ລັດໄດ້ກໍານົດໄວ້. ພ້ອມທັງພິຈາລະນາຍົກລະດັບມາດຕະການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ຕາມສະພາບການຕົວຈິງ ແລະ ຄວາມສ່ຽງຢູ່ພາຍໃນທ້ອງຖິ່ນຕົນ ຕາມຄວາມເໝາະສົມ. ແລ້ວລາຍງານໃຫ້ຄະນະສະເພາະກິດຂັ້ນແຂວງ ແລະ ອົງການປົກຄອງແຂວງຊາບ.
14. ໃຫ້ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ເມືອງ, ບ້ານ ແລະ ທຸກພາກສ່ວນໃນສັງຄົມ ພ້ອມກັນເປັນເຈົ້າການເຂົ້າຮ່ວມ, ຕິດຕາມກວດກາ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນທ້ອງຖິ່ນຕົນ, ຕ້ານ ແລະ ແກ້ໄຂທຸກປະກົດການຫຍໍ້ທໍ້ໃນສັງຄົມໃຫ້ທັນການ, ເພີ່ມທະວີວຽກງານຕິດຕາມ, ກວດກາ, ອັດປ່ອງຂ້າມລອຍຈຸດຫຼໍ່ແຫຼມ ຂອບເຂດຊາຍແດນທີ່ເຫັນວ່າມີຄວາມສ່ຽງ, ເຂັ້ມງວດໃນການກວດກາຄົນເຂົ້າ-ອອກບ້ານ, ເມືອງແບບບໍ່ຖືກຕ້ອງ ໃນທົ່ວແຂວງ.


15. ມອບໃຫ້ອົງການປົກຄອງເມືອງ(ເຈົ້າເມືອງ), ພະແນກການ, ອົງການ ແລະ ຫ້ອງການທີ່ກ່ຽວຂ້ອງນໍາເອົາຄໍາສັ່ງ ສະບັບນີ້ ໄປເຜີຍແຜ່, ຊີ້ນໍາ ແລະ ເປັນເຈົ້າການຈັດຕັ້ງປະຕິບັດຢ່າງເຂັ້ມງວດ ດ້ວຍຄວາມຮັບຜິດຊອບສູງ.
16. ໃນການຈັດຕັ້ງປະຕິບັດຕົວຈິງ ຖ້າເຫັນວ່າມີຄວາມຈໍາເປັນ ຂໍມອບໃຫ້ຄະນະສະເພາະກິດ, ຂະແໜງການ ແລະ ອົງການປົກຄອງເມືອງ, ອອກນິຕິກໍາແນະນໍາລະອຽດຕາມພາລະບົດບາດ ສິດໜ້າທີ່ຂອງຕົນ.
17. ຄໍາສັ່ງສະບັບນີ້ມີຜົນສັກສິດ ແລະ ນໍາໃຊ້ໄດ້ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ ຈົນເຖິງເວລາ 24:00 ໂມງ ຂອງວັນທີ 5 ພຶດສະພາ 2021, ນິຕິກໍາໃດຂອງແຂວງ ທີ່ຂັດກັບຄໍາສັ່ງສະບັບນີ້ ລ້ວນແຕ່ຖືກລົບລ້າງ. ໃນກໍລະນີມີການປ່ຽນແປງອົງການປົກຄອງແຂວງຈະແຈ້ງໃຫ້ຊາບ ເປັນແຕ່ລະໄລຍະ.