ປະກາດລັອກດາວ ນະຄອນຫຼວງເປັນທາງການຄົນໃນຫ້າມອອກ-ນອກຫ້າມເຂົ້າ

543

ຖະແຫຼງຂ່າວຫຼ້າສຸດຈາກລັດຖະບານ ຕາງໜ້າໂດຍທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໃນຕອນບ່າຍມື້ນີ້ 21 ເມສາ2021 ໃຫ້ຮູ້ວ່າ ດ້ວຍຄວາມຈຳເປັນຂອງລັດຖະບານ ເພື່ອສືບຕໍ່ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ແຜ່ລາມໄປຫຼາຍ. ນາຍົກລັດຖະມົນຕີໄດ້ອອກຄຳສັ່ງເລກທີ15/ນຍ ລົງວັນທີ 21 ເມສາ 2021 ດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ 19 (COVID-19).

ເພື່ອຮັກສາໄລຍະຫ່າງທາງສັງຄົມ ໃຫ້ບັນດາກະຊວງ, ອົງການທຽບເທົ່າ, ນະຄອນຫຼວງວຽງຈັນ, ວິສາຫະກິດ ທົ່ວນະຄອນຫຼວງວຽງຈັນ ຫຼຸດຈຳນວນ ແລະ ຈັດຕັ້ງຜຽນ ພະນັກງານ, ລັດຖະກອນ, ກຳມະກອນ ຂອງຕົນ ມາປະຈຳການໃນແຕ່ລະວັນ ຕາມຄວາມເໝາະສົມ ເລີ່ມແຕ່ວັນທີ 22 ເມສາ ຫາ 5 ພຶດສະພາ 2021, ຍົກເວັ້ນທະຫານ, ຕຳຫຼວດ, ເຈົ້າໜ້າທີ່ດັບເພີງ, ພະນັກງານຮັບຜິດຊອບລະບົບການບໍລິການໄຟຟ້າ, ນ້ຳປະປາ, ໂທລະຄົມມະນາຄົມ, ການສື່ສານ, ຂົນສົ່ງ, ສາທາລະນະສຸກ, ອາສາສະໝັກ, ຜູ້ທີ່ໄດ້ຮັບມອບໝາຍໃຫ້ປະຈໍາການ ແລະ ເຮັດວຽກສະກັດກັ້ນ, ຄວບຄຸມ ແລະ ປິ່ນປົວ ຜູ້ຕິດເຊື້ອພະຍາດ. ສ່ວນຜູ້ທີ່ບໍ່ໄດ້ມາປະຈຳການ ແມ່ນໃຫ້ສືບຕໍ່ເຮັດວຽກຂອງຕົນ ເປັນປົກກະຕິ ຢູ່ເຮືອນ ຫຼື ທີ່ພັກອາໄສ ໂດຍຜ່ານລະບົບສື່ສານອີເລັກໂຕຣນິກ ແລະ ເຄືອຂ່າຍອິນເຕີເນັດ ເຊັ່ນ: ໂທລະສັບ, ອີເມວ ແລະ ລະບົບກອງປະຊຸມທາງໄກ.


ຫ້າມຄົນຢູ່ນະຄອນຫຼວງວຽງຈັນ ເດີນທາງໄປຕ່າງແຂວງ, ຫ້າມຄົນຕ່າງແຂວງ ເດີນທາງເຂົ້າມານະຄອນຫຼວງວຽງຈັນ, ຍົກເວັ້ນ ຜູ້ທີ່ມີພູມລຳເນົາ, ເຮັດວຽກປະຈຳ ຢູ່ນະຄອນຫຼວງວຽງຈັນ, ຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດນະຄອນຫຼວງວຽງຈັນ ຫຼື ຄະນະສະເພາະກິດຂັ້ນສູນກາງ ແລະ ການຂົນສົ່ງສິນຄ້າ.


ໃຫ້ໂຈະການບໍລິການຂົນສົ່ງໂດຍສານຈາກນະຄອນຫຼວງ ໄປຕ່າງແຂວງ ແລະ ຈາກຕ່າງແຂວງ ເຂົ້າມານະຄອນຫຼວງວຽງຈັນ, ໃຫ້ເຈົ້າໜ້າທີ່ຕໍາຫຼວດ ຕັ້ງດ່ານ ເພື່ອກວດກາ ຢ່າງເຂັ້ມງວດ.

ຫ້າມປະຊາຊົນ, ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ກໍາມະກອນ, ນັກຮຽນ, ນັກສຶກສາ, ຜູ້ປະກອບການ, ນັກບວດ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງປະເທດ ທີ່ຢູ່ນະຄອນຫຼວງວຽງຈັນ ອອກຈາກເຮືອນຫຼື ທີ່ພັກອາໄສຂອງຕົນ, ຍົກເວັ້ນກໍລະນີທີ່ຈຳເປັນ

ຫ້າມສວຍໂອກາດກັກຕູນ ແລະ ຂຶ້ນລາຄາສິນຄ້າ ອຸປະໂພກ ແລະ ບໍລິໂພກ ເປັນຕົ້ນ ຜ້າປິດປາກ-ດັງ, ນ້ຳຢາລ້າງມືຢາປົວພະຍາດ, ອຸປະກອນການແພດ, ເຂົ້າ, ອາຫານ, ນ້ຳດື່ມ ແລະ ອື່ນໆທີ່ຈໍາເປັນຕໍ່ການດໍາລົງຊີວິດປະຈໍາວັນ.