ຄະນະສະເພາະກິດແນະນຳ ຈົ່ງຢູ່ຢ່າງມີສະຕິບໍປິດບັງເຊື່ອງອຳຄົນເຂົ້າເມືອງຜິດກົດໝາຍ

420

ໃນພິທີຖະແຫຼງຂ່າວປະຈຳວັນມື້ນີ້ ທ່ານ ຮສ. ດຣ. ພູທອນ ເມືອງປາກ ຫົວໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19, ຮອງລັດຖະມົນຕີ ກະຊວງສາທາລະນະສຸກໄດ້ສະແດງຄວາມເປັນຫ່ວງຕໍ່ພໍ່ແມ່ປະຊາຊົນທຸກຄົນ ເນື່ອງຈາກປະເທດໃກ້ຄຽງຍັງມີການລະບາດຂອງພະຍາດໂຄວິດ-19ເພີ່ມຂຶ້ນທຸກວັນ ຈິ່ງແນະນຳໃຫ້ຊາວລາວທຸກຄົນຈົ່ງຢູ່ຢ່າງມີສະຕິບໍ່ປະໝາດຕະມາດຕະການປ້ອງກັນໂຄວິດ-19 ທີ່ຄະນະສະເພາະກິດວາງອອກ.

ທ່ານ ຮອງລັດຖະມົນຕີກ່າວວ່າ: ມື້ນີ້ ສປປ ລາວ ເຮົາ ກວດພົບຜູ້ຕິດເຊື້ອໃໝ່ 2 ຄົນ, ທັງໝົດແມ່ນມາຈາກຄົນທີ່ເຂົ້າມາ ສປປ ລາວ ບໍ່ຖືກຕາມລະບຽບຫຼັກການ ໃນໄລຍະປີໃໝ່ ຈາກປະເທດເພື່ອນບ້ານ ທີ່ກຳລັງມີການລະບາດຮອບໃໝ່ພາຍໃນປະເທດ.


ເຫັນໄດ້ວ່າ ການເຂົ້າມາ ສປປ ລາວ ບໍ່ຖືກຕາມລະບຽບຫຼັກການ ສົ່ງຜົນໃຫ້ເກີດມີຄວາມສ່ຽງ ແລະ ຜົນກະທົບທີ່ຕາມມາ. ດັ່ງນັ້ນ, ຕໍ່ກັບສະພາບການດັ່ງກ່າວ ທີ່່ໃນໂລກ ແລະ ປະເທດອ້ອມຂ້າງ ຍັງມີກໍລະນີໃໝ່ທຸກມື້, ພວກເຮົາທຸກຄົນ ຈົ່ງພ້ອມໃຈກັນປະຕິບັດມາດຕະການ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 308/ຫສຍນ, ລົງວັນທີ 31 ມີນາ 2021 ແລະ ຄຳແນະນຳເພິ່ມເຕີມຂອງຄະນະສະເພາະກິດ, ສະບັບເລກທີ 3443/ສພກ, ລົງວັນທີ 12 ເມສາ 2021 ທີ່ວາງອອກ ຢ່າງເຂັ້ມງວດ ເພື່ອປ້ອງກັນໂຕເອງ, ຄົນອ້ອມຂ້າງ ແລະ ປະຊາຊົນລາວທຸກຄົນ ຈາກພະຍາດໂຄວິດ-19;


ທ່ານຍັງຮຽກຮ້ອງມາຍັງອົງການປົກຄອງທ້ອງຖິ່ນ, ທະຫານຊາຍແດນ, ເຈົ້າໜ້າທີ່ຕຳຫຼວດ ເອົາໃຈໃສ່ເຝົ້າລະວັງ, ກວດຂັນຕາມຈຸດຜ່ານແດນທ້ອງຖິ່ນ ແລະ ດ່ານຂ້າມລອຍ ຢ່າງເຄັ່ງຄັດ ແລະ ເຖິງຄອບຄົວຍາດຕິພີ່ນ້ອງ ຈົ່ງເປັນຫູເປັນຕາຊ່ວຍກັນ ຫາກຮູ້ວ່າມີຄົນໃນຄອບຄົວຂອງທ່ານ ເດີນທາງມາຈາກປະເທດໃກ້ຄຽງ ທີ່ກຳລັງມີການລະບາດຢູ່, ຈົ່ງຮີບຮ້ອນ ນຳຜູ້ກ່ຽວໄປແຈ້ງຕໍ່ເຈົ້າໜ້າທີ່ ເພື່ອສົ່ງຜູ້ກ່ຽວໄປສູນຈຳກັດບໍລິເວນ ແລະ ເກັບຕົວຢ່າງມາກວດຫາເຊື້ອໂດຍໄວ ເພື່ອສະກັດກັ້ນການແຜ່ເຊື້ອໃສ່ຄົນອ້ອມຂ້າງ ແລະ ໄປສູ່ສັງຄົມ;


ພວກເຮົາ ຕ້ອງພ້ອມໃຈກັນກັນ ມີສະຕິລະວັງຕົວ ແລະ ເອົາໃຈໃສ່ປະຕິບັດບັນດາມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ແລະ ຄຽງຄູ່ກັບການປະຕີບັດມາດຕະການປ້ອງກັນແລະ ຄວບຄຸມພະຍາດ ແລ້ວກໍຂໍໃຫ້ບັນດາທ່ານຜູ້ທີ່ນອນຢູ່ໃນກຸມເປົ້າໝາຍບູລິມະສິດຈະ ຮັບວັກຊີນປ້ອງກັນພະຍາດ ໂຄວີດ 19 ຈົ່ງພ້ອມກັນໄປຮັບການສັກວັກຊີນ ຢ່າງຮີບດ່ວນ ເພື່ອປ້ອງກັນຕົນເອງ, ຄອບຄົວ ແລະ ເພື່ອຫຼຸດຜ່ອນການລະບາດຂອງພະຍາດ COVID-19 ຢູ່ປະເທດເຮົາ.