ເຕືອນ ພໍ່ແມ່ປະຊາຊົນ ທີ່ໄປວັກແຊງ ປ້ອງກັນໂຄວິດ ຕ້ອງໃສ່ຜ້າອັດປາກ ຮັກສາໄລຍະຫ່າງ ທຸກຄົນ

332

ພໍ່ແມ່ປະຊາຊົນ ຈຳນວນຫຼາຍ ແຫ່ພາກັນໄປຊັກວັກແຊງ ປ້ອງກັນໂຄວິດ-19 ເຮັດໃຫ້ບັນດາໂຮງໝໍແຕ່ລະຈຸດ ທີ່ເປີດໃຫ້ບໍລິການຊັກວັກແຊງ ມີຜູ້ຄົນແອອັດ ສົມທົບກັບຄວາມບໍ່ເປັນລະບຽບຮຽບຮ້ອຍຂອງການຈັດສັນ ແລະ ຄວາມມັກງ່າຍຂອງຜູ້ໄປຊັກ.


ແນວໃດກໍ່ຂໍໃຫ້ທາງໂຮງໝໍແຕ່ລະຈຸດຈັດສັນຄວາມເປັນລະບຽບຮຽບຮ້ອຍ ແລະ ຂໍໃຫ້ພໍ່ແມ່ປະຊາຊົນ ຜູ້ໄປຊັກຢາ ໃສ່ຜ້າອັດປາກ ແລະ ຮັກສາໄລຍະຫ່າງ ເພາະຄົນທີ່ໄປຊັກມາຈາກຫຼາຍບ່ອນຫຼາຍທີ່ ຫາກມີຄົນໃດຄົນໜຶ່ງຕິດເຊື້ອມາ ທ່ານກໍ່ຈະສ່ຽງຕິດເຊື້ອຕໍ່ໄດ້ ແລະ ອາດຈະລະບາດກັນຢ່າງກວ້າງຂວາງ.